ທສກ.ສຂ ດຳເນີນທຸລະກຳຄ່ອງຕົວ, ມີຜົນກຳໄລ

   ທ່ານ ອິນປັນ ໄຊຍະປັນຍາ ຫົວໜ້າທະນາຄານສົ່ງເສີມກະສິກຳສາຂາສະຫວັນນະເຂດ (ທສກ.ສຂ) ໄດ້ແຈ້ງຕໍ່ຜູ້ສື່ຂ່າວທະນາຄານແຫ່ງ ສປປ ລາວ ເມື່ອມໍ່ໆນີ້ວ່າ: ປະຕິບັດຕາມແນວທາງນະໂຍບາຍຂອງລັດຖະບານກໍ່ຄືທິດຊີ້ນຳຂອງອົງຄະນະພັກ-ອຳນາດການປົກຄອງແຂວງສະຫວັນນະເຂດໃນການສະໜອງສິນເຊື່ອແກ່ຫົວໜ່ວຍການຜະລິດໂດຍເລັ່ງໃສ່ພາກກະສິກຳຕາມຈຸດສຸມໃນການພັດທະນາເສດຖະກິດ-ສັງຄົມ ສາມາດສະໜອງສິນເຊື່ອເຂົ້າຖືກເປົ້າໝາຍຄ່ອງຕົວ ແລະມີຜົນກຳໄລປະກອບສ່ວນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນສະຫວັນນະເຂດ ແລະໃນປີ 2019 ທສກ.ສຂ ໄດ້ມີການປັບປຸງຮອບດ້ານຕາມທິດຂອງ ທສກ ສຳນັກງານໃຫຍ່ໃນນີ້ ທະນາຄານນະໂຍບາຍ, ລະບຽບການ, ກົນໄກຄຸ້ມຄອງບໍລິຫານ, ລົງທຶນໃສ່ໃນການພັດທະນາບຸກຄະລາກອນ ແລະຄຸ້ມຄອງຊັບພະຍາກອນມະນຸດໂດຍສົ່ງພະນັກງານໄປຍົກລະດັບໃຫ້ເປັນລະບົບທັນສະໄໝເພື່ອມາບໍລິການລູກຄ້າ ແລະກໍ່ສ້າງພື້ນຖານການປະກອບວັດຖຸເຕັກນິກເພື່ອຮອງຮັບໃຫ້ແກ່ການດຳເນີນທຸລະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ.

  ທ່ານຫົວໜ້າສາຂາ ທສກ.ສຂ ໄດ້ ຢືນຢັນວ່າ: ໃນປີ 2019 ມີເງິນຝາກທັງໝົດ 537,42 ຕື້ກວ່າກີບ ປະຕິບັດໄດ້ 106,33% ຂອງແຜນປີ ແລະກໍ່ໄດ້ນຳໃຊ້ທຶນທັງໝົດ 204,65 ຕື້ກວ່າກີບໃນນີ້ ໃນຜັງ 140,76 ຕື້ກວ່າກີບ, ນອກຜັງ 63,89 ຕື້ກ່ວາກີບແລະປ່ອຍເງິນກູ້ໃໝ່ໃນປີມີ 79,54 ຕື້ກວ່າກີບ, ເກັບກູ້ໜີ້ NPL ໄດ້ 6,56 ຕື້ກວ່າກີບ ປະຕິບັດໄດ້ 92,28% ຂອງແຜນການສາມາດສ້າງລາຍຮັບໄດ້ 49,70 ຕື້ກ່ວາກີບ ປະຕິບັດໄດ້ 97,34% ຂອງແຜນການໃນໄລຍະດຽວ ກັນກໍ່ໄດ້ມີການອອກບັດ ATM ໄດ້ 1.570 ບັດ ປະຕິບັດໄດ້ 237,8% ຂອງແຜນການ, ອອກບັດ SMSໄດ້ 1.129 ລາຍການປະຕິບັດໄດ້ 89,6% ຂອງແຜນການແລະຂາຍປະກັນໄພ 6 ບໍລິສັດ 1.445 ສັນຍາປະຕິບັດໄດ້ 100,35% ຂອງແຜນການ.

  ໃນດ້ານການປ່ອຍກູ້ ຫຼືການສະໜອງສິນເຊື່ອ; ທ່ານຫົວໜ້າສາຂາ ທສກ.ສຂ ໄດ້ແຈ້ງໃຫ້ຮູ້ຕົວເລກມາຮອດເດືອນກຸມພາ 2020, ສຳລັບລາຍກຸ່ມມີຈຳນວນກຸ່ມປູກພືດ 400 ຄອບຄົວ ໃນເນື້ອທີ່ການຜະລິດ 18.910 ເຮັກຕາ ໃນວົງເງິນສິນເຊື່ອ 4,59 ຕື້ກວ່າກີບ;ກຸ່ມລ້ຽງສັດ 2.084 ຄອບຄົວໃນເນື້ອທີ່ການຜະລິດ 38.250 ເຮັກຕາ, ມີວົງເງິນສິນເຊື່ອທັງໝົດ  60,92 ຕື້ກ່ວາກີບ; ໃນນີ້ລ້ຽງງົວຈຳນວນ 12.350 ໂຕ, ລ້ຽງແບ້ຈຳນວນ 6.732 ໂຕ. ສຳລັບລາຍບຸກຄົນແມ່ນສະໜອງໃຫ້ແກ່ພະນັກງານບຳນານ 1.599 ບັນຊີ ໃນວົງເງິນສິນເຊື່ອທັງໝົດ 53,37 ຕື້ກ່ວາກີບ;ໃນນີ້ລ້ຽງງົວ ຈຳນວນ 7.323 ໂຕ, ລ້ຽງແບ້ຈຳນວນ 3.573 ໂຕ. ພະນັກ ງານທົ່ວໄປຈຳນວນ 1.719 ບັນຊີໃນວົງເງິນສິນເຊື່ອທັງໝົດ  66,52 ຕື້ກວ່າກີບ ແລະລູກຄ້າທົ່ວໄປຈຳນວນ 124 ບັນຊີ ໃນວົງເງິນສິນເຊື່ອທັງໝົດ  45,28 ຕື້ກວ່າກີບ.

ສະໜັບສະໜູນໂດຍ: HONDA

  ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (22 ມີນາ 1955-22 ມີນາ 2020) ທ່ານ ອິນປັນ ໄຊຍະປັນຍາ ຍັງກ່າວສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງ ແລະສູງສົ່ງມາຍັງບັນດາທ່ານຜູ້ນຳພັກ-ລັດການນຳຂອງພັກ-ອຳນາດການປົກຄອງ ແຂວງສະຫວັນນະເຂດ ກໍ່ຄືຄະນະພັກ-ຄະນະຜູ້ວ່າການທະນາຄານແຫ່ງສປປ ລາວ ແລະຄະນະນຳ ທສກ ສຳນັກງານໃຫຍ່ທີ່ຍາມໃດກໍ່ໃຫ້ການຊີ້ນຳ-ນຳພາ ທສກ.ສຂ ໂດຍກົງຮອບດ້ານຕໍ່ພວກຂ້າພະເຈົ້າຕະຫຼອດມາ ແລະຂໍສະແດງຄວາມຄອບໃຈອັນລົ້ນເຫຼືອມາຍັງພະນັກງານ, ທະຫານ, ຕຳຫຼວດ ໂດຍສະເພາະພະນັກງານບຳນານ ແລະ ລູກຄ້າ ທສກ.ສຂ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມື ແລະເປັນລູກຄ້າທີ່ດີມາໂດຍຕະຫຼອດ; ຫວັງຢ່າງຍິ່ງວ່າ: ຈະມາເຂົ້າໃຊ້ບໍລິການຢູ່ທະນາຄານຂອງພວກເຮົາອີກໃນຂັ້ນຕໍ່ໄປ ແລະ ພວກເຮົາຈະສືບຕໍ່ປັບປຸງການບໍລິການໃຫ້ດີຂຶ້ນພ້ອມທັງນຳເອົາແຫຼ່ງທຶນສະໜອງໃຫ້ບັນດາທ່ານຕາມຄວາມສາມາດ ແລະເງື່ອນໄຂຕົວຈິງ.

______________

#ຂຽນໂດຍຣັດສະໝີ ດວງສັດຈະ
#
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511