ຄຳສັ່ງ 15/ນຍ ຍຸບໂຮງງານໄມ້ໃນສາລະວັນ 119 ແຫ່ງ

   ຜ່ານມາແຂວງສາລະວັນໄດ້ເອົາໃຈໃສ່ຢ່າງເຂັ້ມງວດໃນການຈັດຕັ້ງປະຕິບັດຈັດຕັ້ງປະຕິບັດຄຳສັ່ງ 15/ນຍ ພ້ອມດຽວກັນນັ້ນກໍໄດ້ມີການເຜີຍແຜ່ເຊື່ອມຊຶມໃຫ້ຄະນະພັກ, ຄະນະນຳ, ພະນັກງານຫຼັກແຫ່ງ, ພະນັກງານລັດຖະກອນ, ກຳລັງປະກອບອາວຸດ, ຜູ້ປະກອບການນັກທຸລະກິດທັງພາກລັດ ແລະເອກະຊົນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງໃນການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ, ນອກຈາກນັ້ນກໍຍັງໄດ້ດຳເນີນການຕິດຕາ ກວດກາຕາມຂອບເຂດຄວາມຮັບຜິດຊອບຂອງຕົນນັ້ນໄດ້ເຮັດໃຫ້ໂຮງງານໄມ້ບໍ່ໄດ້ມາດຕະຖານ 100 ກວ່າແຫ່ງໃນແຂວງຖືກຍຸບ.

  ອີງຕາມການລາຍງານຂອງທ່ານ ຄຳຜ່ານ ສີລະວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ I ນີ້ວ່າ: ເມື່ອກ່ອນທົ່ວແຂວງມີໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີທັງໝົດ 158 ແຫ່ງ, ແຕ່ພາຍຫຼັງມີຄຳສັ່ງ 15/ນຍ ໄດ້ມີການປັບປຸງດັດສົມ ແລະລົບລາງໂຮງງານທີ່ບໍ່ໄດ້ມາດຖານ 119 ແຫ່ງຄື: ໂຮງງານປຸງແຕ່ໄມ້ 5 ແຫ່ງ, ໂຮງເຟີນີເຈີ 31 ແຫ່ງ ແລະໂຮງຊ່າງຂະໜາດນ້ອຍແບບຄອບຄົວ 83 ແຫ່ງ, ປະຈຸບັນຍັງ ເຫຼືອພຽງ 39 ແຫ່ງ, ໃນນັ້ນໂຮງງານປຸງແຕ່ງໄມ້ ( I, II ) ມີ 28 ແຫ່ງ ແລະໂຮງງານເຟີນີເຈີ 11 ແຫ່ງ.

   ໃນໄລຍະຜ່ານມາພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເອົາໃຈໃສ່ໃນການຕິດຕາມກວດກາໄມ້ເຂົ້າ-ອອກໃນແຕ່ລະໂຮງງານຊຶ່ງທົ່ວແຂວງມີໄມ້ທັງໝົດ 29.398,3 ແມັດກ້ອນ, ເທົ່າກັບ 3.086,27 ໂຕນ (ໄມ້ຍອດຍົກມາສົກປີ 2014,2015 ແລະ 2016) ໃນນີ້ໄມ້ມີເອກະສານປະຕິບັດພັນທະຖືກຕ້ອງ 25.433,6 ແມັດກອ້ນ, ເທົ່າກັບ 857,40 ໂຕນ, ໄມ້ບັນຊີສະເພາະກິດ 106/ຈຂ.ສວ (ບ້ວງ 7.989,09 ແມັດກ້ອນ, ເທົ່າກັບ 3.748,8 ໂຕນ), ບໍ່ທັນຖອກພັນ ທະມີ 3.964,7 ແມັດກ້ອນ, ເທົ່າກັບ 2.228,8 ໂຕນ, ສະເພາະແຕ່ວັນທີ 1 ມັງກອນ 2018-ວັນທີ 30 ເດືອນພະຈິກ 2018 ມີໄມ້ສົ່ງອອກທັງໝົດ 10  ພັນກວ່າ ແມັດກ້ອນ, ມີມູນຄ່າ 43 ຕື້ກວ່າກີບ ແລະສາມາດຈັດເກັບລາຍຮັບອາກອນຕ່າງໆໄດ້ທັງໝົດ 2 ຕື້ກວ່າກີບ, ໃນນັ້ນໄມ້ເຄື່ອນຍ້າຍພາຍໃນມີ 1.929,08 ແມັດກ້ອນ, ມີມູນຄ່າ 8 ຕື້ກວ່າກີບ, ເກັບອາກອນຕ່າງໆໄດ້ 545 ລ້ານກວ່າ ກີບ, ສົ່ງອອກຕ່າງປະເທດມີ 8.119,4 ແມັດກ້ອນ, ມີມູນຄ່າ 34 ຕື້ກວ່າກີບ, ເກັບອາກອນຕ່າງໆໄດ້ 2 ຕື້ກວ່າກີບ, ປະຈຸບັນມີໄມ້ຄ້າງໂຮງງານທັງໝົດ 19.145,6 ແມັດກ້ອນ, ເທົ່າກັບ 2.313,07 ໂຕນ, ໃນນີ້ບໍ່ທັນຖອກພັນທະ (ໄມ້ 106) ຈຳນວນ 3.964,7 ແມັດກ້ອນ, ເທົ່າກັບ 2.228,87 ໂຕນ, ໄມ້ມີເອກະສານປະຕິບັດພັນທະຖືກຕ້ອງ 15.180,8 ແມັດກ້ອນ, ເທົ່າກັບ84,20 ໂຕນ.

  ທິດທາງຕໍ່ໜ້າແມ່ນຈະສຸມໃສ່ພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າໂດຍສະເພາະແມ່ນເອົາໃຈໃສ່ຜັນຂະຫຍາຍມາດຕະການທີ 5 ຕາມຄຳສັ່ງເລກ ທີ 12/ນຍ ໃນການສົ່ງເສີມພັດທະນາວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະຄຳສ່ັງເລກທີ 15/ນຍ ໃຫ້ປະຊາຊົນຮັບຮູ້ເຂົ້າໃຈເຫັນໄດ້ຄວາມສຳຄັນກ່ຽວກັບປ່າໄມ້ ແລະມີສ່ວນຮ່ວມໃນການປົກປັກຮັກສາໂດຍສະເພາະແມ່ນເຂດທີ່ມີຄວາມສຽງໃນການລັກລອບຕັດໄມ້, ພ້ອມທັງຊຸກຍູ້ສົ່ງເສີມທຸລະກິດຂະ ໜາດນ້ອຍ, ຂະໜາດກາງ ແລະຍາດແຍ່ງເອົາທຶນຮອນຈາກພາຍໃນ ແລະ ຕ່າງປະເທດເພື່ອມາສ້າງທຸລະກິດຂະໜາດຕ່າງໆ, ເພື່ອຍົກລະດັບຄວາມສາມາດໃນການປະກອບທຸລະກິດ ແລະຕິດຕາມກວດກາປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງດັດສົມໂຮງງານຕ່າງໃຫ້ສົມຄູ່ກັບການສະໜອງວັດຖຸດິບ, ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຖືກຕ້ອງຕາມລະບຽບການ, ຫຼັກການ ແລະກົດໝາຍຕ່າງໆທີ່ວາງອອກມາ.