ຍີ່ປຸ່ນຊ່ວຍເຫຼືອໂຄງການສືກສາຄວາມສຽ່ງລະເບີດບໍ່ທັນແຕກ

  ວັນທີ 5 ມີນາ ທີ່ສະຖານທູດຍີ່ປຸ່ນລັດຖະບານຍີປຸ່ນໄດ້ຈັດພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າມູນຄ່າ 213,927 ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການ ເປັນກຽດລົງນາມໂດຍທ່ານ ທາເກວາກະ ເຄໂຊ, ເອກອັກຄະຣາຊະທູດຢີ່ປຸ່ນປະຈຳ ສປປ ລາວ, ແລະທ່ານ ນາງ ອິຊູມິ ໄຕ,ຜູ້ຈັດການອົງການຟື້ນຟູວິທະຍາການໂລກແຫ່ງປະເທດຍີ່ປຸ່ນ (Terra Renaissance), ຊຶ່ງເປັນອົງການບໍ່ຫວັງຜົນກຳໄລຈາກປະເທດຍີ່ປຸ່ນທີ່ໄດ້ລິເລີ່ມ ແລະຈັດຕັ້ງປະຕິບັດໂຄງການດັ່ງກ່າວ.ການຕໍ່ສັນຍາການຊ່ວຍເຫຼືອລ້າໃນຄັ້ງນີ້ຈະໃຫ້ການສະໜັບສະໜູນກິດຈະກຳໃນປີທຳອິດຂອງໂຄງການທີ່ມີອາຍຸ 3 ປີ.

   ໂຄງການດັ່ງກ່າວມີເປົ້າໝາຍທີ່ຈະເຮັດໃຫ້ເຍົາວະຊົນສາມາດຫຼີກໜີການປະສົບອຸບັດເຫດຈາກລະເບີດທີ່ຍັງບໍ່ທັນແຕກເພື່ອທີ່ວ່າໂຕພວກເຂົາເອງຈະມີໂອກາດໄດ້ຮັບເອົາການສຶກສາລະດັບສູງໃນອະນາຄົດ. ນອກຈາກນີ້, ໂຄງການຍັງຈະພະຍາຍາມຊອກຫາແຫຼ່ງລາຍຮັບໃຫ້ແກ່ຜູ້ທີ່ມີຄວາມອ່ອນໄຫວຕໍ່ເສດຖະກິດ-ສັງຄົມ ຜ່ານການຈັດການຝຶກອົບຮົມວິຊາຊີບທີ່ຈຳເປັນຕ້ອງມີທັກສະຂັ້ນສູງໃຫ້ແກ່ພວກເຂົາ.

ສະໜັບສະໜູນໂດຍ: HONDA

  ອົງການ Terra Renaissance ໄດ້ຮັບມືກັບບັນຫາລະເບີດ, ທະຫານເຍົາວະຊົນ, ອາວຸດຂະໜາດນ້ອຍ ແລະເບົາ ແລະການສຶກສາເລື່ອງສັນຕິພາບເພື່ອເຮັດໃຫ້ແນວຄິດ “ການນຳສັນຕິມາ ສູ່ໂລກ” ປາກົດຜົນເປັນຈິງ.

______________

#ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511