ສໍາເລັດຝືກອົບຮົມທິດສະດີການເມືອງ ແລະການປົກຄອງໃຫ້ຄະນະພັກບ້ານ

  ພິທີປິດຊຸດຝຶກອົບຮົມຫຼັກສູດທິດສະດີການເມືອງ ແລະການປົກຄອງໃຫ້ຄະນະບ້ານພັກ-ນາຍບ້ານ 4 ເມືອງຊຸດທີ ll ໄດ້ຈັດຂຶ້ນໃນວັນທີ 6 ມີນາ 2020 ນີ້, ຢູ່ຫ້ອງປະຊຸມໂຮງຮຽນການເມືອງ-ການປົກຄອງໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ລຽນປະດິດ ຄະນະປະຈໍາພັກແຂວງຫຼວງພະບາງ, ທ່ານ ສົມສັກ ອ່ອນຈັນ ຫົວໜ້າໂຮງຮຽນການເມືອງການປົກຄອງແຂວງຫຼວງພະບາງ, ມີພະນັກງານ, ຄະນະພັກຮາກຖານບ້ານ-ນາຍບ້ານ, ຄູສອນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

  ທ່ານ ສົມສັກ ອ່ອນຈັນ ກ່າວວ່າ: ການຝຶກອົບຮົມຊຸດນີ້ໄດ້ສໍາເລັດຕາມໂຄງການຫຼັກສູດທິດສະດີການເມືອງ ແລະ ການປົກຄອງບໍາລຸງ 10 ວັນ ຊຶ່ງມີຜູ້ເຂົ້າຮ່ວມ 50 ຄົນ, ຍິງ 2 ຄົນ, ມາຈາກ 4 ເມືອງຄື: ເມືອງປາກອູ ມີ 13 ຄົນ, ໂພນທອງ 12 ຄົນ, ປາກແຊງ 13 ແລະເມືອງງອຍ ມີ 12 ຄົນ.

ສະໜັບສະໜູນໂດຍ: HONDA

  ສໍາລັບຫຼັກສູດການຮຽນແບ່ງອອກເປັນ 3 ພາກປະກອບມີ 18 ບົດ, ພາກແນວທາງລວມມີ 4 ບົດ, ໃຊ້ເວລາຮຽນ 14 ຊົ່ວໂມງ,ວຽກງານກໍ່ສ້າງ ແລະຂະຫຍາຍພັກມີ 5 ບົດ, ໃຊ້ເວລາ 17 ຊົ່ວໂມງ ແລະ ວຽກງານບໍລິຫານ ແລະ ການປົກຄອງມີ 9 ບົດ, ໃຊ້ເວລາ 32 ຊົ່ວໂມງ, ເພື່ອສ້າງໃຫ້ຜູ້ເຂົ້າຝຶກອົບຮົມກາຍເປັນຜູ້ທີ່ມີຄວາມຮູ້ກ່ຽວກັບທັດສະນະຂອງພັກ, ຍົກສູງທິດສະດີການເມືອງ-ການປົກຄອງ, ປະຕິບັດກົດລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ,ຮູ້ເລືອກເຟັ້ນເອົາບັນດາຫຼັກມູນທິດສະດີທີ່ກ້າວໜ້າໄປໝູນໃຊ້ໃນການວາງແຜນ ແລະປະຕິບັດຍຸດທະສາດພັດທະນາຢ່າງຖືກຕ້ອງ,ສ້າງໃຫ້ຄະນະພັກຮາກຖານຂັ້ນບ້ານ, ອົງການຈັດຕັ້ງມະຫາຊົນໃຫ້ມີຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ-ການປົກຄອງ, ຍົກສູງໃຫ້ໄດ້ທັດສະນະຫຼັກໝັ້ນຊົນຊັ້ນກໍາມະກອນ, ຖືເອົາບັນດາຫຼັກມູນພື້ນຖານທີ່ມີລັກສະນະຂອງທິດສະດີມາກ-ເລນິນ, ເປັນເຂັມຊີ້ທິດເຍືອງທາງໃນການເຄື່ອນໄຫວປະຕິບັດວຽກງານຕ່າງໆຢູ່ພາຍໃນບ້ານຂອງຕົນເອງ.

  ຈາກນັ້ນທ່ານຫົວໜ້າໂຮງຮຽນການເມືອງ-ການປົກຄອງ ກໍໄດ້ມອບໃບຍັ້ງຍືນໃຫ້ແກ່ບັນດາຄະນະບ້ານພັກ-ນາຍບ້ານ  4 ເມືອງ.

  ຕອນທ້າຍພິທີ ທ່ານ ຄຳຫຼ້າ ລຽນປະດິດ ກໍໄດ້ໂອ້ລົມໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະບ້ານພັກ-ນາຍບ້ານຈາກ 4 ເມືອງ ຈົ່ງນໍາເອົາຄວາມຮູ້ທີ່ໄດ້ຜ່ານການຮຽນໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ເລິກເຊິ່ງເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານຢູ່ພາຍໃນບ້ານຂອງຕົນເອງນັບມື້ນັບມີຄຸນນະພາບດີຂຶ້ນ.

___________

#ຂຽນໂດຍ ສີສຸວັນ

#ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511