ແຕ່ນີ້ຮອດ 2025 ນະຄອນຫຼວງພະບາງ ວາງເປົ້າຈະເກັບລາຍຮັບໃຫ້ໄດ້ 230 ຕື້ກີບ

  ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ຕັ້ງຄາດໝາຍສູ້ຊົນຈັດເກັບລາຍຮັບແຕ່ນີ້ຮອດປີ 2025 ໃຫ້ບັນລຸ 230 ຕື້ກີບ ທັງນີ້ກໍເພື່ອຮັບປະກັນເຮັດໃຫ້ເສດຖະ ກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຖືກທິດ, ໝັ້ນທ່ຽງໃນລະດັບສະເລ່ຍບໍ່ໃຫ້ຫຼຸດ 95% ຕໍ່ປີ, ລວມຍອດລາຍຮັບຄອບຄົວທົ່ວນະຄອນໃຫ້ບັນລຸ 3.058 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 30 ລ້ານກວ່າກີບ, ເທົ່າກັບ 3.391 ໂດລາສະຫະລັດຕໍ່ຄົນຕໍ່ປີ.

  ທ່ານ ຈັນສຸກ ພັນໂດລັກ ເຈົ້າຄອງນະຄອນຫຼວງພະບາງໃຫ້ຮູ້ວ່າ: ນັບແຕ່ ປີ 2020 ນີ້ຮອດປີ 2025 ນະຄອນຫຼວງພະບາງຈະສູ້ຊົນໃຫ້ມີລາຍຮັບບັນລຸ 230 ຕື້ກີບ; ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຖືກທິດ, ໝັ້ນທ່ຽງໃນລະດັບສະເລ່ຍບໍ່ໃຫ້ຫຼຸດ 95% ຕໍ່ປີ, ລວມຍອດລາຍຮັບຄອບຄົວທົ່ວນະຄອນໃຫ້ບັນລຸ 3.058 ຕື້ກີບ,ສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 30 ລ້ານກວ່າກີບ,ສູ້ຊົນຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ເຂັ້ມງວດຕາມລະບຽບກົດໝາຍ, ສູ້ຊົນໃຫ້ທຸລະກິດຂະໜາດນ້ອຍ, ຂະໜາດກາງມີການຂະຫຍາຍຕົວເພີ່ມຂຶ້ນຮັບປະກັນທາງດ້ານຄຸນນະພາບ.

   ພ້ອມດຽວກັນນັ້ນກໍຈະສູ້ຊົນແກ້ໄຂຄອບຄົວບ້ານທຸກຍາກໃຫ້ໄດ້ 100%, ສ້າງບ້ານພັດທະນາໃຫ້ໄດ້ 100%, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 2 ບ້ານ, ສ້າງນະຄອນເຂັ້ມແຂງຮອບດ້ານໃຫ້ສຳເລັດໃນປີ 2023, ສູ້ຊົນໃຫ້ຄອບຄົວໄດ້ຊົມໃຊ້ໄຟຟ້າໃນລະບົບໃຫ້ໄດ້ 100% ປັບປຸງ, ຍົກລະດັບພື້ນຖານໂຄງລ່າງໃຫ້ມີຄວາມສະດວກ, ປອດໄພ, ສະຫວ່າງ, ສະອາດ, ສີຂຽວ ແລະມີສິ່ງແວດລ້ອມທີ່ດີ.

  ທັງນີ້ກໍເພື່ອເປັນການດຶງດູດໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມເມືອງມໍລະດົກໂລກແຫ່ງນີ້ມີຄວາມປະທັບໃຈ ແລະ ມີຈໍນວນເພີ່ມຂຶ້ນໃນແຕ່ລະປີ, ເອົາໃຈໃສ່ສົ່ງເສີມວຽກງານທ່ອງທ່ຽວ, ທຸລະກິດຂະໜາດນ້ອຍ, ກາງໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງແນໃສ່ເພື່ອໃຫ້ແຜນຄາດໝາຍສູ້ຊົນຂອງນະຄອນຫຼວງພະບາງ ໄດ້ບັນລຸເປົ້າ ໝາຍ 230 ຕື້ກີບ ໃນປີ 2025.

_____________

#ຂຽນໂດຍສີສຸວັນ

#ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511