ສສຊ, ສສຂ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງເຂດກຸ່ມບ້ານທີ VIII ເມືອງໄຊພູທອງ

  ໃນລະຫວ່າງ ວັນທີ 4-6 ມີນາ 2020, ສະມາຊິກສະພາແຫ່ງຊາດເຂດເລື້ອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະສະມາຊິກສະພາປະຊາຊົນແຂວງຍັງສືບຕໍ່ພົບ ປະຜູ້ມີສິດເລືອກຕັ້ງຢູ່ເຂດກຸ່ມບ້ານທີ VIII, ນໍາໂດຍທ່ານ ຄໍາເຜີຍ ຜັນທະຈອນ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງສະຫວັນເຂດ.

 ທ່ານ ບຸນເຕັມ ຊວງສາຍະວົງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ກຳມະການກຳມະທິການວັດທະນະທໍາ-ສັງຄົມ ແລະບັນດາເຜົ່າ, ທ່ານ ພັທ ສັງວານ ວົງວິໄລ ປະທານຄະນະກໍາມະການຍຸຕິທໍາ ແລະປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງໄຊພູທອງ ໄດ້ນໍາເອົາຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ)ຊຸດທີ VIII ແລະສະພາປະຊາຊົນແຂວງຊຸດທີ I ໄປເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າຜູ້ມີສິດເລືອກຕັ້ງຢູ່ເຂດກຸ່ມບ້ານຕ່າງໆຂອງເມືອງໄຊພູທອງ ຈໍານວນ 6 ຈຸດ ມີ 6 ບ້ານ ຊຶ່ງປະກອບມີ: ບ້ານດົງໝາກໄຟ, ບ້ານດອນຫວາຍ, ບ້ານນາໝາກເກືອ,ບ້ານຫ້ວຍຂະຫຍອງ ແລະບ້ານນາຈານເຂົ້າຮ່ວມຮັບຟັງມີບັນດາຄະນະພັກເມືອງ, ກໍາມະການພັກເມືອງ ແລະບັນດາເລຂາ-ນາຍບ້ານຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຈໍານວນ 400 ກວ່າຄົນ.

ສະໜັບສະໜູນໂດຍ: HONDA

  ໃນການເຄື່ອນໄຫວຄັ້ງນີ້, ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະບ້ານ. ພ້ອມດຽວກັນນັ້ນ, ຄະນະ ສສຊ, ສສຂ ຍັງໄດ້ຍົກໃຫ້ເຫັນບາງມາດຕາຂອງກົດໝາຍ,ວຽກງານຕ່າງໆທີ່ໄດ້ຮັບຮອງເອົາໃນກອງປະຊຸມຂອງ ສພຊ ແລະ ສພຂ ໂດຍສະເພາະກໍແມ່ນແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານສາ ສະໜາ ແລະຊົນເຜົ່າ, ວຽກງານບົດບາດ ຍິງ-ຊາຍ, ໄພຄຸກຄາມ ແລະຜົນຮ້າຍຂອງຢາເສບຕິດ.ພ້ອມທັງເປີດໂອກາດໃຫ້ພໍ່ແມ່ປະຊາຊົນໄດ້ປະກອບຄຳຄິດຄຳເຫັນ ແລະ ຄຳສະເໜີບາງບັນຫາທີ່ຂັດຂ້ອງໝອງໃຈຈຳນວນໜຶ່ງເປັນຕົ້ນແມ່ນບັນດາໂຄງການລົງທຶນຂອງລັດທີ່ສົ່ງຜົນກະທົບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ

ແລະສິ່ງແວດລ້ອມ, ບັນຫາພື້ນຖານໂຄງລ່າງ, ເສັ້ນທາງ, ນໍ້າກິນ-ນໍ້າໃຊ້ເຂົ້າໃນການຜະລິດກະສິກໍາ,ເຮັດໜອງສະ,ຊົນລະປະທານຝາຍນໍ້າລົ້ນ ແລະບັນຫາອື່ນໆ ເພື່ອໃຫ້ຜູ້ແທນນໍາໄປພິຈາລະນາ ແລະສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ທີ່ຈະໄຂຂຶ້ນໃນ ຕໍ່ຫນ້າຊຶ່ງບັນຫາທີ່ປະຊາຊົນສະເໜີມານັ້ນບາງບັນຫາທາງຄະນະສະມາ ຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສສຂ ຍັງໄດ້ຊີ້ແຈງ, ໃຫ້ຄວາມກະຈ່າງແຈ້ງ ແລະຈະນຳເອົາໄປສະເໜີຢູ່ໃນກອງປະຊຸມ ສພຊ ແລະ ສພຂ ເພື່ອໃຫ້ພາກສ່ວນກ່ຽວຂ້ອງນຳໄປຄົ້ນຄວ້າພິຈາລະນາແກ້ໄຂໃນຕໍ່ໜ້າ. ນອກນັ້ນ, ຄະນະຍັງໄດ້ເນັ້ນໃຫ້ອຳນາດການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນຈົ່ງພ້ອມກັນຮັກສາໄດ້ຮັດແໜ້ນເຖິງຄວາມສາມັກຄີ, ຮັກແພງເຊິ່ງກັນ ແລະກັນ, ຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ເອົາໃຈໃສ່ສ້າງເສດຖະກິດໃນຄອບຄົວຂອງຕົນໃຫ້ມີຄວາມເຂັ້ມແຂງ ເພື່ອເຮັດໃຫ້ຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ.

____________

#ຂຽນໂດຍ: ພັນທະມິດ ວົງສຸທິ

#ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511