ກະສິກຳແຂວງບໍ່ແກ້ວ ສົ່ງເສີມປູກພັກປອດສານພິດໃຫ້ເປັນສິນຄ້າ

 ການປູກຜັດປອດສານພິດ ເພື່ອສະໜອງໃຫ້ແກ່ຕະຫຼາດໃນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວໄດ້ ເລີ່ມຈັດຕັ້ງປະຕິບັດແຕ່ປີ 2019 ເປັນຕົ້ນມາ ຊຶ່ງໃນເບື້ອງຕົ້ນແມ່ນ ມີພຽງແຕ່ 4 ກຸ່ມຜະລິດ ເທົ່ານັ້ນ, ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນໍາ- ນໍາພາຂອງການນໍາທຸກຂັ້ນ ແລະ ກຸ່ມຜະລິດຮອດປະຈຸບັນຖືວ່າການ ປູກພືດຜັກສະອາດແມ່ນໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນລໍາດັບ ຈາກ 4 ກຸ່ມຜະລິດໃນເມື່ອກ່ອນ ໄດ້ກາຍມາເປັນ 8 ກຸ່ມຜະລິດໃນປີ 2020.

 ທ່ານ ຄຳຊອນ ແກ້ວປະເສີດ ຫົວໜ້າພະແນກກະສິກຳ ແລະປ່າ ໄມ້ແຂວງບໍ່ແກ້ວໃຫ້ຮູ້ວ່າ: ໃນນັ້ນ ປະກອບມີ: ກຸ່ມປູກພືດຜັກບ້ານ ນໍ້າຄໍາ, ບ້ານນໍ້າຍອນ, ບ້ານປາກ ງາວ, ບ້ານໜອງຊາຍ, ບ້ານຕີນ ທາດ, ບ້ານດອນ, ບ້ານໂພນສະ ຫວ່າງ ແລະບ້ານປຸງ ລວມທັງໝົດ ມີ 153 ຄົວເຮືອນ ແລະນໍາໃຊ້ ເນື້ອທີ່ປູກພືດຜັກຫຼາຍກວ່າ 18  ເຮັກຕາ, ສາມາດສະໜອງຜົນຜະ ລິດປ້ອນຕະຫຼາດເທສະບານເມືອງ ຫ້ວຍຊາຍ 7 ພັນກິໂລກຣາມຕໍ່ ອາທິດທີ່ຂາຍໃນຕະຫຼາດສີດອນມີ, ຕະຫຼາດມ່ວງແກ້ວ ແລະຕະຫຼາດຂອນແກ້ວສາມາດສ້າງລາຍ ຮັບໃຫ້ແກ່ຊາວກະສິກອນຫຼາຍ ກວ່າ 56 ລ້ານກີບຕໍ່ອາທິດ; ຖ້າຫາກສະເລ່ຍໃສ່ຄອບຄົວໜຶ່ງມີ ລາຍຮັບຈາກການຂາຍຜົນຜະລິດ ເກືອບ 4 ແສນກີບຕໍ່ອາທິດ.

  ສໍາລັບແຜນໃນຕໍ່ໜ້າ, ພະແນກກະສິກໍາ ແລະປ່າໄມ້ແຂວງຈະໄດ້ ສືບຕໍ່ໃນການວາງແຜນກະກຽມ, ສະໜອງປັດໄຈການຜະລິດໃຫ້ແກ່ ກຸ່ມຜະລິດເພື່ອໃຫ້ສາມາດສະໜອງພືດຜັກປ້ອນຕະຫຼາດໃນເທສະບານເມືອງຫ້ວຍຊາຍໃຫ້ໄດ້ຕະຫຼອດທັງປີ ໂດຍເລັ່ງໃສ່ການປູກພືດຜັກບໍລິໂພກປະຈໍາວັນເປັນຕົ້ນ: ຜັກກາດ, ຜັກສະຫຼັດ, ຜັກຫອມ, ໝາກເຜັດ, ໝາກເຂືອ, ໝາກອຶ ແລະອື່ນໆ.

 ນອກນັ້ນ, ຍັງຈະສືບຕໍ່ເປີດຕະຫຼາດກະສິກໍາສະອາດທຸກໆວັນພຸດ ຢູ່ພະແນກກະສິກໍາ ແລະປ່າໄມ້ ແຂວງ ແລະຂະຫຍາຍໄປຕາມສະຖານທີ່ຕ່າງໆທີ່ເຫັນວ່າເໝາະສົມ; ກະກຽມສໍາຫຼວດແລວໄຟຟ້າ ແລະ ຕິດຕັ້ງລະບົບໄຟຟ້າເຂົ້າຫາເນື້ອທີ່ກຸ່ມຜະລິດໃຫ້ເປັນລະບົບມາດຕະຖານຄວາມປອດໄພຈໍານວນ 4 ກຸ່ມ, ສືບຕໍ່ຕິດຕັ້ງ ແລະປັບປຸງລະບົບເຮືອນຮົ່ມໃຫ້ໄດ້ມາດຕະຖານ ຕາມຫຼັກການປູກພືດກະສິກໍາສະ ອາດ ຈໍານວນ 2 ຫຼັງ.

--------

ໜັງສືພິມເສດຖະກິດ-ສັງຄົມ