ຈັນນະພາ ດໍາເນີນທຸລະກິດຢືດຖືອຸດົມການຄຽງຄູ່ວັດທະນະທໍາລາວ

 ທ່ານນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດຊີເອັນພີຂາອອກ-ຂາເຂົ້າຈຳກັດ ຖືວ່າແມ່ນນັກທຸລະກິດຍິງລາວອີກຄົນທີ່ເພິ່ນສູ້ຊົນອົດທົນຜ່ານອຸປະ ສັກຫຼາຍຢ່າງເຮັດໃຫ້ປະຈຸບັນເປັນທີ່ຮູ້ຈັກຂອງສັງຄົມໂດຍສະເພາະນັກທຸລະກິດໂດຍເອີ້ນວ່າເປັນຍິງຫົວໃຈເພັດທີ່ເພິ່ນມີອຸດົມການເຮັດທຸລະກິດຄຽງຄູ່ອະນຸ ລັກຮັກສາວັດທະນະທຳລາວ.

  ເມື່ອບໍ່ດົນມານີ້ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ໃຫ້ສຳພາດຕໍ່ນັກຂ່າວເນື່ອງໃນໂອກາດວັນແມ່ຍິງສາກົນທີ່ຈະມາເຖິງນີ້ວ່າ: ບໍລິສັດຊີເອັນພີ ຂາອອກ -ຂາເຂົ້າຈຳກັດເປັນບໍລິສັດຂຸດຄົ້ນບໍແຮ່ ແລະມີຫຼາຍກິດຈະການໃນຂະແໜງການຕ່າງໆ ຊຶ່ງຕະຫຼອດໄລຍະຜ່ານມາທາງບໍລິສັດແມ່ນເຮັດທຸລະກິດດ້ວຍຄວາມຊື່ສັດຈິ່ງໃຈຕໍ່ສັງຄົມຊຶ່ງຄຽງຄູ່ກັບການເຮັດທຸລະກິດທາງບໍລິສັດແມ່ນມີການສ້າງສາພັດທະນາປະເທດຊາດໂດຍສະເພາະ 5ປີຜ່ານມາທາງບໍລິສັດປະກອບສ່ວນ 2 ໂຄງການພັດທະນາເຮັດເຮືອນຊົງລາວເດີນທາງຫຼວງໂດຍມີການບູລະນະຕົບແຕ່ງ ແລະ ເຮັດຫາດດອນຈັນເປັນສະຖານທີ່ທ່ອງທ່ຽວທັງນີ້ກໍ່ເພື່ອເປັນການ ສ້າງສີສັນປະກອບສ່ວນດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມປະເທດລາວຫຼາຍຂຶ້ນ.

  ເນື່ອງໃນໂອກາດວັນແມ່ຍິງສາກົນ ແລະວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ໃນນາມເປັນນັກທຸລະກິດກໍຄືໃນນາມປະທານບໍລິສັດຮູ້ສຶກພາກພູມໃຈທີ່ເກີດເປັນຄົນລາວທີ່ໄດ້ປະກອບສ່ວນຊ່ວຍປະເທດໃນປະຈຸບັນບົດບາດຍິງ-ຊາຍໃນສັງຄົມຖືວ່າແມ່ນມີຄວາມສະເໝີພາບກັນຫຼາຍກ່ອນເມື່ອ ກ່ອນນັກທຸລະກິດສ່ວນໃຫຍ່ໃນຍຸກປະຈຸບັນຖືແມ່ຍິງເປັນອັດຕາສ່ວນເພີ່ມຂຶ້ນໃນສັງຄົມທັງພາຍໃນ ແລະຕ່າງປະເທດເຮັດໃຫ້ເປັນທີ່ຍອມຮັບທົ່ວໂລກ.    

  ສະນັ້ນໃນໂອກາດນີ້ຢາກຝາກເຖິງແມ່ຍິງລາວທຸກຄົນເກີດມາແລ້ວຕ້ອງສູ້ຊົນອົດທົນເຂັ້ມມື້ໜຶ່ງກໍ່ຈະປະສົບຄວາມສຳເລັດປະຈຸບັນພັກລັດເພິ່ນກໍ່ເປີດໂອ ກາດໃຫ້ສະແດງຄວາມຮູ້ຄວາມສາມາດຊຶ່ງຕະຫຼອດຜ່ານມາກໍ່ຂໍຂອບໃຈພັກ-ລັດ ທີ່ໃຫ້ການສະໜັບສະໜູນ ແລະເປັນທິດຊີ້ນຳນຳພານັກທຸລະກິດ ແລະປະເທດຊາດມີຄວາມຈະເລີນຮຸ່ງເຮືອງສີວິໄລທ່ານ ນາງ ຈັນນະພາ ວົງສະໝໍລະພູມ ກ່າວຕື່ມ.

--------------

ຂຽນໂດຍ: ບຸນນິກ  

ພາບ ແລະຂາວ: ຈາກໜັງສືພິມເສດຖະກິດ-ສັງຄົມ