ປີຜ່ານມາການປູກພືດລະດູແລ້ງຢູ່ບໍ່ແກ້ວ ບໍ່ບັນລຸຕາມຄາດໝາຍ

 ທ່ານ ຄຳຊອນ ແກ້ວປະເສີດ ຫົວໜ້າພະແນກກະສິກຳ ແລະປ່າ ໄມ້ແຂວງບໍ່ແກ້ວໃຫ້ຮູ້ວ່າ: ສຳລັບສະພາບການຜະລິດລະດູແລ້ງປີ 2019 ຍັງບໍ່ບັນລຸຕາມລະດັບຄາດໝາຍ ເນື່ອງຈາກວ່າເກີດມີໄພແຫ້ງ ແລ້ງ, ມີສັດຕູພືດທໍາລາຍຜົນຜະລິດ, ພະຍາດສັດລະບາດ ແລະເນື້ອ ທີ່ການຜະລິດຫຼາຍບ່ອນປະຖີ້ມ ສົ່ງຜົນເຮັດໃຫ້ການຜະລິດເຂົ້າໃນ ປີ 2019 ໄດ້ພຽງແຕ່ 47.720 ໂຕນ, ແຕ່ຄວາມຕ້ອງການເຂົ້າກິນ ພັດມີສູງເຖິງ 56.772 ໂຕນ, ຄາດ ວ່າໃນປີນີ້ເຂົ້າກິນອາດຈະບໍ່ພຽງພໍປະມານ10.000 ໂຕນ.

  ຕໍ່ກັບບັນຫາດັ່ງກ່າວ, ພະແນກກະສິກໍາ ແລະປ່າໄມ້ແຂວງ ຈຶ່ງໄດ້ ເອົາໃຈໃສ່ດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊຸກຍູ້ການຜະລິດລະດູແລ້ງ ແລະປະຕິບັດຕາມຄໍາສັ່ງຂອງທ່ານເຈົ້າແຂວງ ສະບັບເລກທີ 932/ຈຂ.ບກ, ລົງວັນທີ 04 ຕຸລາ 2019 ວ່າດ້ວຍການສ້າງຂະບວນການສົ່ງເສີມການຜະລິດພືດລະດູ ແລ້ງປະຈໍາປີ 2019 - 2020 ເພື່ອ ທົດແທນຜົນກະທົບຂອງໄພພິບັດ ເປັນຕົ້ນແມ່ນການສົ່ງເສີມຜະລິດ ເຂົ້ານາແຊງບ່ອນທີ່ມີເງື່ອນໄຂ ຊຶ່ງ ມີເນື້ອທີ່ທັງຫມົດ 1.122 ເຮັກຕາ, ແຕ່ແຜນສະໜອງນໍ້າຊົນລະປະ ທານພວກເຮົາສາມາດສະໜອງນໍ້າ ໄດ້ມີພຽງ 783 ເຮັກຕາ.

ຄຽງຄູ່ກັນນັ້ນ, ພວກເຮົາໄດ້ປູກລະດົມຜູ້ປະກອບການເພື່ອສະໜອງແນວພັນພືດ, ແນວພັນເຂົ້າ ແລະອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການໃນການຊຸກຍູ້ ສົ່ງເສີມປູກພືດລະດູແລ້ງທີ່ມີຕະຫຼາດຮອງຮັບເຊັ່ນ:ຖົ່ວເຫຼືອງ, ຖົ່ວຟັກຍາວ, ໝາກອຶ, ໝາກໂມ ລວມມີເນື້ອທີ່ທັງຫມົດ 1.724 ເຮັກຕາ ແລະພືດທີ່ເປັນສະບຽງ ອາຫານຈໍານວນໜຶ່ງ 363 ເຮັກ ຕາ ຊຶ່ງການລົງທຶນສ່ວນໃຫຍ່ນັກ ທຸລະກິດຈາກ ສປ ຈີນ ເຂົ້າມາລົງ ທຶນປູກໃນຮູບແບບ 4+1 ໃນລາຄາ 7,34 ລ້ານກີບຕໍ່ເຮັກຕາຕໍ່ປີ.

 ໄປຄຽງຄູ່ກັບການຜະລິດເຂົ້າກິນນັ້ນ ຍັງໄດ້ສົ່ງເສີມປະຊາຊົນປູກພືດຜັກເພື່ອສະໜອງໃຫ້ແກ່ ການບໍລິໂພກພາຍໃນດ້ວຍການສົ່ງເສີມກຸ່ມປູກພືດຜັກທົດແທນການນໍາເຂົ້າໄດ້ປະຕິບັດຢູ່ໃນ 7 ກຸ່ມບ້ານ 114 ຄອບຄົວມີເນື້ອທີ 18,14 ເຮັກຕາ ສາມາດຜະລິດພືດຜັກບາງຊະນິດປ້ອນຕະຫຼາດໄດ້ ພຽງພໍໂດຍພື້ນຖານປະມານ 1.058 ໂຕນຕໍ່ເດືອນ, ສາມາດຕອບສະໜອງກັບຄວາມພາຍໃນແຂວງໄດ້ໃນຊ້ວງລະດູແລ້ງ ແລະ ມີບາງຊະນິດຜັກຈໍານວນນຶ່ງທີ່ເຮົາ ບໍ່ສາມາດຜະລິດໄດ້ນັ້ນກໍ່ຍັງໄດ້ ນໍາເຂົ້າຢູ່.

--------

ໜັງສືພິມເສດຖະກິດ-ສັງຄົມ