ປູກຝັງ ແລະລ້ຽງສັດເຮັດໃຫ້ຄອບຄົວດີຂຶ້ນ

 ທ່ານ ອຸດສາ ວົງສາ ຄອບ ຄົວຕົວແບບ ກຸ່ມການຜະລິດປູກ ຝັງ ແລະລ້ຽງສັດ ບ້ານນໍ້າເດື່ອ ເມືອງປາກກະດິງ ໄດ້ລາຍງານ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກ ເມືອງປາກກະດິງ ຄັ້ງທີ VII ໃຫ້ ຮູ້ວ່າ: ຄອບຄົວຕົນເອງໃນເມື່ອ ກ່ອນປະກອບອາຊີບຄ້າຂາຍ, ເຮັດນາ ແລະເຮັດສວນໄປຕາມລະດູການຜົນຜະລິດທີ່ໄດ້ຮັບເຖິງ ວ່າຈະຊ່ວຍຈູນເຈືອຄອບຄົວແຕ່ກໍບໍ່ສາມາດເຮັດໃຫ້ເສດຖະກິດພົ້ນ ເດັ່ນຂຶ້ນໄດ້ພໍເທົ່າໃດພຽງແຕ່ແກ້ ໄຂຊີວິດການເປັນຢູ່ພາຍໃນຄອບ ຄົວເທົ່ານັ້ນ, ລູກຢູ່ໃນໄລຍະການ ສຶກສາຮໍ່າຮຽນ ແລະມີຄ່າໃຊ້ຈ່າຍ ສູງຂຶ້ນ.

 ດ້ວຍຄວາມຊອກຮູ້ຊ່ອງທາງ ແລະຄວາມດຸໝັ່ນ, ມັກຮັກອາຊີບ ການປູກ-ການລ້ຽງເປັນການສ້າງ ລາຍຮັບເຂົ້າໃນຄອບຄົວ ເພື່ອເຮັດໃຫ້ຄອບຄົວຫຼຼຸດພົ້ນອອກຈາກ ຄວາມທຸກຍາກຈຶ່ງມີແນວຄິດຫັນ ປ່ຽນອາຊີບຈາກການເຮັດນາມາເປັນການປູກຝັງ ແລະລ້ຽງສັດນຳໃຊ້ເຕັກນິກວິຊາການແບບໃໝ່ ເພື່ອຊອກຫາລາຍຮັບໃຫ້ສູງຂຶ້ນ ແລະເປັນອາຊີບທີ່ໝັ້ນຄົງເພາະເຫັນວ່າໃນປະຈຸບັນຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແມ່ນ ມີສູງຜູ້ບໍລິໂພກພືດຜັກ, ຊີ້ນ ແລະ ປາກໍ່ເພີ່ມຂຶ້ນ.

 ຍ້ອນເຫດຜົນດັ່ງກ່າວໃນປີ 2013 ຈຶ່ງຕັດສິນໃຈຫັນມາລົງ ທຶນຈຳນວນ 19,5 ລ້ານກີບ ໃສ່ໃນການປູກມັນຕົ້ນ, ໜໍ່ໄມ້, ຫວາຍ ໂຕນ, ລ້ຽງງົວ ແລະແບ້ຜ່ານໄປ 1 ປີ ເຫັນວ່າມີລາຍຮັບດີຈຶ່ງເພີ່ມ ເນື້ອທີ່ປູກກ້ວຍ 1 ເຮັກຕາ, ຫວາຍ ໂຕນ 1 ເຮັກຕາ, ພືດຜັກ 1 ໄລ່, ລ້ຽງງົວ 12 ໂຕ ແລະແບ້ 9 ໂຕ ໄດ້ນຳໃຊ້ເຕັກນິກແບບໃໝ່ ໂດຍ ການໝູນວຽນແບບປະສົມປະສານ ເກັບກູ້ຜົນຜະລິດຂາຍໄດ້ 1,75 ລ້ານກີບຕໍ່ເດືອນ ສ້າງລາຍຮັບໄດ້ 21 ລ້ານກີບຕໍ່ປີ.

 ຜ່ານການຈັດຕັ້ງປະຕິບັດຜ່ານ ມາເຫັນວ່າໄດ້ຮັບໝາກຜົນ ແລະ ມີລາຍໄດ້ເພີ່ມຂຶ້ນມາຮອດປີ 2016 ໄດ້ຂະຫຍາຍເນື້ອທີ່ຈາກ 6 ເຮັກຕາ ເປັນ 9 ເຮັດຕາ, ໄດ້ລົງທຶນ ໃນການບຸກເບີກເນື້ອທີ່ເພີ່ມເປັນ ເງິນ 12 ລ້ານກີບ ແລະໄດ້ລ້ຽງ ງົວເພີ່ມຂຶ້ນ ໂດຍນໍາໃຊ້ເຕັກນິກ ແບບໝູນວຽນເຊັ່ນ: ລ້ຽງງົວ, ເອົາຝຸ່ນຂີ້ງົວໄປໃສ່ພືດຜັກ ເພື່ອ ເປັນວົງຈອນໃຫ້ມັນຕິດຈອດກັນ ແລະຫຼຸດຕົ້ນທຶນ ຊຶ່ງມາຮອດປະຈຸບັນງົວເພີ່ມຂຶ້ນ 55 ໂຕ, ແບ້ເພີ່ມ ຂຶ້ນ 27 ໂຕ, ເກັບກູ້ຜົນລະປູກ ແລະຂາຍສັດໄດ້ 5,5 ລ້ານກີບ ຕໍ່ເດືອນ, ມີລາຍຮັບທັງໝົດ 66 ລ້ານກີບຕໍ່ປີ ເຮັດໃຫ້ຄອບຄົວຫຼຸດ ພົ້ນອອກຈາກຄວາມທຸກຍາກ ແລະ ກາຍເປັນຄອບຄົວພັດທະນາຊີວິດ ການເປັນຢູ່ດີຂຶ້ນເທື່ອລະກ້າວ.

------

ໜັງສືພິມເສດຖະກິດ-ສັງຄົມ