ປູກໝາກແຕງຂາຍເປັນສິນຄ້າພາຄອບຄົວພົ້ນທຸກ

 ການປູກຝັງ ແລະລ້ຽງສັດ ແມ່ນອາຊີບໜຶ່ງທີ່ຕິດພັນກັບປະຊາຊົນລາວມາແຕ່ບູຮານນະການໂດຍ ອີງໃສ່ມູນເຊື້ອ ແລະທ່າແຮງບົ່ມ ຊ້ອນຂອງປະເທດເຮົາພັກ ແລະລັດຖະບານຍາມໃດກໍ່ຖືເອົາການປູກຝັງ-ລ້ຽງສັດເປັນທ່າແຮງສຳຄັນ ໃນການພັດທະນາເສດຖະກິດຂອງປະເທດເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ກ້າວໄປສູ່ການເພິ່ງຕົນເອງ, ກຸ້ມ ຕົນເອງ ແລະສ້າງຄວາມເຂັ້ມແຂງ ດ້ວຍຕົວເອງ, ຄອບຄົວຂອງທ່ານ ບຸນສວນ ໂພສີ ຢູ່ບ້ານຫຼັກ 24 ເມືອງ ລະຄອນເພັງ ແຂວງສາລະວັນ ແມ່ນຄອບຄົວໜຶ່ງທີ່ຢຶດຖືອາຊີບປູກ ຝັງເປັນຕົ້ນຕໍປະຈຸບັນອາຍຸ 30 ປີ, ມີສະມາຊິກໃນຄອບຄົວ 4 ຄົນ, ແຮງງານຕົ້ນຕໍມີ 2 ຄົນ.

 ທ່ານໄດ້ເວົ້າໃຫ້ຟັງວ່າ: ກ່ອນຈະມາປູກໝາກແຕງແມ່ນເຮັດນາ; ຫຼັງຈາກກນັ້ນ,ກໍມາປູກໝາກໂມ ໄດ້ 2 ປີແລ້ວຫັນມາປູກໝາກແຕງ, ຍ້ອນເຫັນວ່າການປູກໝາກແຕງ ມີລາຍຮັບດີ ແລະເປັນພືດທີ່ມີອາ ຍຸການສັ້ນ, ໂດຍເລີ່ມປູກແຕ່ປີ 2018 ເປັນຕົ້ນມາໃນເນື້ອທີ່ປະ ມານໄລ່ເຄິ່ງລົງທຶນພຽງ 2 ລ້ານ ກີບຕໍ່ງວດ ສາມາດສ້າງລາຍຮັບ ໄດ້17 ລ້ານກີບ, ປີໜຶ່ງປູກ 2 ງວດ, ສະເລ່ຍປີໜຶ່ງສາມາດສ້າງລາຍ ຮັບເຂົ້າຄອບຄົວໄດ້ 30 ລ້ານກວ່າ ກີບຕໍ່ປີ.

 ສຳລັບຂັ້ນຕອນໃນການຜະລິດແມ່ນເລີ່ມຕົ້ນກຽມດິນເອົາລົດໄຖນ້ອຍໄຖ,ຕາກດິນປະມານທິດໜຶ່ງ ແລ້ວໄຖປີ້ນຄືນອີກໄຖປະມານ 3 ເທື່ອ ແລ້ວຈຶ່ງຄາດເຮັດເປັນລ່ອງ ຈຶ່ງຫວ່ານປຸ໋ຍໃສ່ຕາມລ່ອງແລ້ວກໍໃຊ້ຝຸ່ນຄອກຫຼັງຈາກນັ້ນຈຶ່ງລົງ ແກ່ນ, ກ່ອນຈະລົງຜົນຜະລິດເຮົາຕ້ອງມ່າໃຫ້ແກ່ນມັນແຕກງອກແລ້ວອົບໄວ້ປະມານຄືນໜຶ່ງມັນຈະແຕກງອກສະເໝີກັນໝົດຈຶ່ງເອົາມາຫວ່ານຕາມລ່ອງມັນແລ້ວເຮົາຄ່ອຍໄຖປົກໄວ້, ຫົດນໍ້າຕອນຍັງນ້ອຍ ເຮົາໃສ່ຂຸມລະຈອກປະມານ 4 ເທື່ອ, ເມື່ອມັນໃຫຍ່ຂຶ້ນເອົາຄ້າງ ໃສ່ແລ້ວຄ່ອຍເອົານໍ້າໃສ່ ເທື່ອທີ 1 ເກັບໝາກເລີຍ, ເກັບແລ້ວໃສ່ ໃໝ່ອີກເທື່ອທີ 2 ເກັບໄດ້ 30 ວັນຕໍ່ເນື່ອງກັນເລີຍ, ມື້ໜຶ່ງເກັບໄດ້ 30 ໜື່ນສະເລ່ຍ8 ແສນກີບຕໍ່ມື້, ການຂາຍແມ່ນໄດ້ສົ່ງຕະຫຼາດແຕ່ ລະເຊົ້າເປັນຕົ້ນ: ຕະຫຼາດເມືອງ ພວນ, ຕະຫຼາດເມືອງເພັງ, ລາຄາ ຂາຍຍ່ອຍ 1 ຖົງ 5.000 ກີບ, ລາຄາຂາຍສົ່ງ 12 ກິໂລ 30 ພັນ ກີບ.

  ທ່ານຍັງເວົ້າຕື່ມອີກວ່າ:ພາຍຫຼັງທີ່ຫັນມາປູກໝາກແຕງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫລາຍຖ້າທຽບໃສ່ເມື່ອກ່ອນ,ປະຈຸບັນຕົນມີລົດຈັກໜຶ່ງຄັນ,ລົດ ໄຖນາໜຶ່ງຄັນ, ມີເງິນສົ່ງເສີມລູກ ໄປຮຽນ ແລະມີເງິນຝາກທະນາຄານຈຳນວນໜຶ່ງ.ໃນຕໍ່ໜ້າຕົນມີແຜນຈະຂະຫຍາຍສວນໝາກແຕງຕື່ມອີກເພາະວ່າຄວາມຕ້ອງການ ຂອງຕະຫຼາດຢາກໄດ້ຫຼາຍກວ່າເກົ່າ, ສະນັ້ນຕ້ອງໄດ້ຫາເນື້ອທີ່ປູກເພີ່ມໃຫ້ຫຼາຍກວ່າເກົ່າອີກ.

--------

ໂດຍ: ນຸດ ເຮົ້າອ່ອນຈັນ