ອຸດົມໄຊ ໃຫ້ເອກະຊົນເຂົ້າພັດທະນາແຫຼ່ງທ່ອງທ່ຽວສາຍນ້ຳພາກ

  ພິທີເຊັນສັນຍາວ່າດ້ວຍການລົງທຶນພັດທະນາແຫຼ່ງທ່ອງທ່ຽວສາຍນ້ຳພາກ (ນ້ຳພາກສະບາຍດີ) ໄດ້ຈັດຂຶ້ນເມື່ອທ້າຍເດືອນມັງກອນຜ່ານມາທີ່ແຂວງອຸດົມໄຊ ລະຫ່ວາງອົງການປົກຄອງແຂວງອຸດົມໄຊຕາງໜ້າໂດຍ: ພະແນກແຜນການ ແລະການລົງທຶນກັບບໍລິສັດວິໄລພັດທະນາສ້ອມແປງເຄຫາສະຖານຂົວທາງ ແລະຊົນລະປະທານຈຳກັດ.

    ຊຶ່ງໃນສັນຍາໄດ້ກຳນົດຫຼັກການ, ລະບຽບການ ແລະມາດຕະການກ່ຽວກັບການຈັດຕັ້ງປະຕິບັດ, ການເຄື່ອນໄຫວ, ການຄຸ້ມຄອງການກວດກາວຽກງານ ການດໍາເນີນໂຄງການເພື່ອເຮັດໃຫ້ການເຄື່ອນໄຫວ, ການລົງທຶນພັດທະນາໂຄງການໃຫ້ມີປະສິດທິຜົນສູງແນໃສ່ນຳໃຊ້ທ່າແຮງຂອງຊັບພະຍາກອນທີ່ດິນ ແລະ ຊັບພະຍາກອນນໍ້າຢ່າງມີປະສິດທິຜົນ ແລະຍືນຍົງ, ຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ກຳນົດສິດ, ພັນທະຂອງສອງຝ່າຍໃນການຈັດຕັ້ງປະຕິບັດໂຄງການພັດທະນາແຫຼ່ງທ່ອງທ່ຽວລ້ອງສາຍນ້ຳພາກ (ນ້ຳພາກສະ ບາຍດີ) ຢູ່ບ້ານວຽງຄໍາ ເມືອງຫຼາ ແຂວງອຸດົມໄຊ ໃຫ້ມີປະສິດທິຜົນສູງ, ຖືກຕ້ອງ ແລະສອດຄ່ອງກັບກົດໝາຍ ແລະລະບຽບການຕ່າງໆ.

  ໂດຍໄດ້ກຳນົດເອົາເຂດພັດທະນາໂຄງການມີເນື້ອທີ່ທັງໝົດ 3,72 ເຮັກຕາມອບສິດໃຫ້ບໍລິສັດພັດທະນາ ແລະ ນຳໃຊ້ທີ່ດິນຕາມຂອບເຂດທີ່ໄດ້ອະນຸຍາດ    ໃຫ້ບໍລິສັດໃນການພັດທະນາໃຫ້ມີປະສິດທິຜົນສູງ, ການກຳນົດຂອບເຂດໂຄງການດັ່ງກ່າວຕ້ອງເປັນດິນທີ່ຂຶ້ນກັບກຳມະສິດຂອງລັດ, ບໍ່ແມ່ນເຂດຍຸດທະສາດ ປ້ອງຊາດ, ບໍ່ແມ່ນເຂດອະນຸລັກອື່ນໆ, ບໍ່ເປັນດິນທີ່ແຕະຕ້ອງເຖິງສິດ, ຜົນປະໂຫຍດ ແລະການດຳລົງຊີວິດຂອງປະຊາຊົນ, ຖ້າເປັນດິນຂອງປະຊາຊົນກໍ່ຕ້ອງມີການໄກ່ເກ່ຍ, ແກ້ໄຂດ້ວຍຮູບການຖືຫຸ້ນ, ສົດເສີຍ ແລະຮູບການຕ່າງໆຮັບປະກັນໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ.

    ບໍລິສັດຍິນດີນຳເອົາທຶນເຂົ້າມາພັດທະນາໂຄງການທັງໝົດຈຳນວນ 5 ຕື້ກີບ ແລະເປັນຜູ້ຮັບຜິດຊອບພຽງຜູ້ດຽວທາງດ້ານທຶນຮອນ 100% ໃນການຊອກຫາ ແລະຈັດສັນແຫຼ່ງທຶນເພື່ອຕອບສະໜອງໃຫ້ແກ່ການດຳເນີນໂຄງການຕາມມູນຄ່າຂອງການລົງທຶນທີ່ລະບຸໄວ້, ອາຍຸຂອງການສຳປະທານໂຄງການແມ່ນ 30 ປີ (ເລີ່ມແຕ່ວັນທີ 18 ມັງກອນ 2019 ຫາວັນທີ 30 ມັງກອນ 2049) ແລະສາມາດຕໍ່ໄດ້ຕາມການປະເມີນ ແລະຕົກລົງຂອງແຂວງອຸດົມໄຊ.