ອຸດົມໄຊທໍາລາຍສີ້ນສ່ວນສັດປ່າຫວງຫ້າມທີ່ຢືດຈາກຕະຫຼາດ

  ໃນວັນທີ 26 ກຸມພາຜ່ານມາ ທີ່ ເດີ່ນພະແນກກະສິກຳ ແລະປ່າໄມ້ແຂວງ ອຸດົມໄຊ ໄດ້ມີພິທີຝັງທຳລາຍສິ້ນສ່ວນສັດປ່າຫວງຫ້າມທີ່ເຈົ້າໜ້າທີ່ຢຶດມາໄດ້ ຈາກຕະຫຼາດແຄມທາງ ໂດຍມີການນຳພະແນກກະສິກຳ ແລະປ່າໄມ້, ເຈົ້າໜ້າທີ່ກອງກວດກາປ່າໄມ້, ຕາງໜ້າໂຄງການຄຸ້ມຄອງສັດປ່າ WWF ແລະຜູ້ຄຸ້ມຄອງຕະຫຼາດ, ຕະຫຼອດຮອດແມ່ຄ້າຊາວຂາຍເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຜ່ານບົດລາຍ ງານຫຍໍ້ກ່ຽວກັບການລົງເຄື່ອນໄຫວ ກວດກາຂອງກອງກວດກາປ່າໄມ້ແຂວງ ທີ່ໄດ້ລົງເຄື່ອນໄຫວກວດກາບັນດາຕະ ຫຼາດ, ຮ້ານຂາຍຕາມແຄມທາງຈຳນວນ 9 ຄັ້ງ ເລີ່ມແຕ່ເດືອນທັນວາ 2019 ເຖິງ ເດືອນກຸມພາ 2020 ສາມາດຢຶດສິ້ນ ສ່ວນໄດ້ 414 ໂຕຕໍ່ສິ້ນສ່ວນ ນ້ຳໜັກ 155 ກິໂລກຣາມ ໃນນີ້ສັດທີ່ມີຊີວິດ (ອົ້ນ) ຈຳນວນ 4 ໂຕ, ນ້ຳໜັກ 5 ກິໂລ, ສັດຕາຍ (ເປັນສິ້ນສ່ວນ) ຈຳນວນ 110 ກິໂລກຣາມ ຄິດເປັນມູນຄ່າທັງໝົດ 6,6 ລ້ານກີບ.

  ຊຶ່ງແຍກເປັນແຕ່ລະບັນຊີສັດປ່າຄື: ສິ້ນສ່ວນສັດປ່າຫວງຫ້າມບັນຊີ 1 ມີ 2 ສິ້ນສ່ວນເຊັ່ນ: ລີງລົມ ແລະບ່າງ, ສິ້ນ ສ່ວນສັດປ່າຄຸ້ມຄອງ ຫຼື ບັນຊີ 2 ມີ 301 ສິ້ນສ່ວນ ນ້ຳໜັ້ກ 48,8 ກິໂລກຣາມເຊັ່ນ: ອົ້ນ, ຟານ, ນົກ, ເຈຍ, ສິ້ນສ່ວນສັດທົ່ວ ໄປ ຫຼື ບັນຊີ 3 ມີ 107  ສິ້ນສ່ວນ, ສ່ວນແມ່ຄ້າທີ່ໄດ້ລະເມີດຄ້າ ຂາຍສັດປ່ານັ້ນເຈົ້າໜ້າທີ່ໄດ້ປັບໃໝເປັນ ກໍລະນີ ພ້ອມທັງສຶກສາອົບຮົມເຮັດບົດບັນທຶກໄວ້ ເພື່ອບໍ່ໃຫ້ກັບໄປຄ້າຂາຍສັດປ່າທີ່ຫວງຫ້າມຕື່ມອີກ.

ໜັງສືພິມເສດຖະກິດ-ສັງຄົື