ຄະນະພັກຮາກຖານ ທນບ ນໍາພາສະໜອງແຫຼ່ງທືນເຂົ້າສູ່ເປົ້າໝາຍຂອງພັກ

 ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງຄະນະພັກຮາກຖານທະນາຄານນະໂຍບາຍ (ທນບ) ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 28 ກຸມພາ 2020 ທີ່ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ (ທຫລ)ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ວຸດທິ ເລື່ອນວິໄລວົງ ກໍາມະການພັກ ທຫລ, ເລຂາຄະນະພັກ ຮາກຖານ-ຜູ້ອຳນວຍການ ທນບ ແລະ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສິດພະໄຊ ກຳມະການ ສຳຮອງສູນກາງພັກ, ເລຂາຄະນະພັກ-ຜູ້ວ່າການ ທຫລ; ພ້ອມນີ້ກໍມີ ສະຫາຍ ພານຸສັກ ແກ່ນວົງພະຈັນ ກໍາມະການ ພັກ-ຫົວໜ້າກົມຈັດຕັ້ງ ແລະພະນັກງານ ທຫລ, ຜູ້ຕາງໜ້າຄະນະພັກຮາກຖານ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.

 ກອງປະຊຸມໃຫຍ່ໄດ້ຜ່ານຮ່າງບົດລາຍງານການເມືອງທີ່ສ່ອງແສງໃຫ້ເຫັນການປະຕິບັດແນວ ທາງນະໂຍບາຍຂອງພັກ-ລັດໃນການສະໜອງສິນເຊື່ອຊຸກຍູ້ການຜະລິດປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໃນທົ່ວປະເທດຕະຫຼອດໄລຍະ 5 ປີ (2015- 2019) ຜ່ານມາ ຊຶ່ງພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກຮາກຖານ ທນບ ເຂົ້າໃນການປະຕິບັດໜ້າທີ່ການເມືອງສາມາດມີຜົນສຳເລັດຫຼາຍດ້ານ, ມີຫຼາຍເມືອງ, ຫຼາຍໝູ່ບ້ານ ແລະຫຼາຍຄອບຄົວ ໄດ້ຫຼຸດ ພົ້ນອອກຈາກຄວາມທຸກຍາກ, ຄະນະພັກຮາກຖານ ທນບ ໄດ້ຖືເອົາການສຶກສາອົບຮົມການເມືອງ, ນໍາພາແນວຄິດເປັນບັນ ຫາກົກ ແລະສອດຫ້ອຍເຂົ້າໃນທຸກວຽກ ງານດ້ວຍຫຼາຍຮູບການເຮັດໃຫ້ສະພາບແນວຄິດຂອງສະມາຊິກພັກ-ພະນັກງານ ມີຄວາມສະຫງົບ, ມີການຫັນປ່ຽນທີ່ດີຂຶ້ນ, ມີຄຸນທາດການເມືອງ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.

ດ້ານວິຊາສະເພາະມາຮອດທ້າຍເດືອນ 12/2019 ມີຍອດເຫຼືອສິນເຊື່ອ 2.936 ຕື້ຕື້ກີບ ທຽບໃສ່ປີ 2015 ເພີ່ມ ຂຶ້ນ 23%; ໃນນີ້, ເປັນເງິນໄລຍະສັ້ນ 267,07 ຕື້ກີບ, ໄລຍະກາງ 764,87 ຕື້ກີບ ແລະໄລຍະຍາວ 1.904,57 ຕື້ ກີບ ຊຶ່ງສິນເຊື່ອດັ່ງກ່າວກວມເອົາຂະແໜງປູກຝັງ 944,03 ຕື້ກີບ ເພີ່ມຂຶ້ນ 17,27% ກວມເອົາ 32,15% ຂອງຍອດສິນເຊື່ອທັງໝົດ, ມີ 57 ໂຄງການ ໃນນີ້ ໂຄງການພົ້ນເດັ່ນແມ່ນການປູກເຂົ້າມີ ເນື້ອທີ່ທັງໝົດ 146.182 ເຮັກຕາ ຮັບ ຜົນຜະລິດ 438.546 ໂຕນ; ປູກມັນຕົ້ນ 53.370 ເຮັກຕາ ຜົນຜະລິດ 800.550 ໂຕນ; ປູກສາລີ 325.169 ເຮັກຕາ ຜົນ ຜະລິດ 1.300.676 ໂຕນ. ຂະແໜງ ລ້ຽງສັດ 1.712 ຕື້ກວ່າກີບ ເພີ່ມຂຶ້ນ 60,50% ກວມເອົາ58,31% ຂອງຍອດ ສິນເຊື່ອທັງໝົດ, ມີ 108 ໂຄງການ ແລະໂຄງການພົ້ນເດັ່ນມີລ້ຽງສັດໃຫຍ່ (ງົວ+ຄວາຍ) 426.773 ໂຕ, ລ້ຽງໝູ ແບບຟາມ ແລະຄອກ 863.301 ໂຕ,ແບ້ 141.730 ໂຕ; ສະໜອງທຶນລ້ຽງປາ, ເປັດ, ໄກ່ ແລະອື່ນໆເປັນຈຳນວນຫຼາຍ.

 ດ້ານຂະແໜງຫັດຖະກຳ 35,78 ຕື້ກີບ ເພີ່ມຂຶ້ນ 40,64% ກວມເອົາ1,22% ຂອງຍອດສິນເຊື່ອທັງໝົດ;ມີ 14 ໂຄງການ,ຂະແໜງອຸດສາຫະກຳປຸງແຕ່ງ 83,70 ຕື້ກີບ ຫຼຸດລົງ 7,69%,ກວມເອົາ 2,85% ຂອງຍອດສິນເຊື່ອທັງໝົດ.ຂະແໜງບໍລິການ-ເກັບຊື້ຜົນຜະລິດ160,78ຕື້ກີບຫຼຸດລົງ 57,85 ກວມເອົາ5,48% ຂອງຍອດສິນເຊື່ອທັງໝົດ ແລະກ່ຽວກັບສິນເຊື່ອແຍກຕາມຂົງເຂດການເຄື່ອນໄຫວມີສິນເຊື່ອເມືອງເປົ້າໝາຍ1.903 ຕື້ກວ່າກີບ ເທົ່າກັບ 64,81% ຂອງຍອດສິນເຊື່ອທັງໝົດ; ກວມເອົາ 17 ແຂວງ, 1 ນະຄອນຫຼວງ ມີ 72 ເມືອງ, 3.505ບ້ານ,ຈັດຕັ້ງກຸ່ມກູ້ຢືມ 25.883 ກຸ່ມ, ຄອບຄົວເຂົ້າເຖິງທັງໝົດ 189.861 ຄອບຄົວ, ສິນເຊື່ອຈຸດສຸມລັດຖະບານ-ທ້ອງຖິ່ນ 320,28 ຕື້ກີບ ເທົ່າກັບ10,91% ຂອງຍອດສິນເຊື່ອທັງໝົດ; ກວມເອົາ 17 ແຂວງ, 1 ນະຄອນຫຼວງ, 60 ເມືອງ, 66 ຈຸດສຸມ, 449 ບ້ານ, ຈັດຕັ້ງກຸ່ມກູ້ຢືມໄດ້ 3.488 ກຸ່ມ, 28.259 ຄອບຄົວ, ສິນເຊື່ອ ບ້ານ 3 ສ້າງ 296,38 ຕື້ກີບ ເທົ່າກັບ 10,09% ຂອງຍອດສິນເຊື່ອທັງໝົດ; ກວມເອົາ17ແຂວງ,1ນະຄອນຫຼວງ, 78 ເມືອງ, ຈຳນວນ 193 ບ້ານ, ຈັດຕັ້ງ ກຸ່ມກູ້ຢືມໄດ້ 3.851 ກຸ່ມ, ປະຊາຊົນເຂົ້າ ເຖິງແຫຼ່ງທຶນ 32.671 ຄອບຄົວ, ສິນ ເຊື່ອສົ່ງເສີມການຜະລິດສິນຄ້າ 416,75 ຕື້ກີບ ເທົ່າກັບ 14,19% ຂອງຍອດ ສິນເຊື່ອທັງໝົດ.

  ຄະນະພັກຮາກຖານ ທນບ ໄດ້ໝູນ ໃຊ້ບົດຮຽນຈາກທະນາຄານນະໂຍບາຍ-ສັງຄົມຫວຽດນາມໃນການປ່ອຍສິນເຊື່ອຜ່ານອົງການຈັດຕັ້ງການເມືອງ-ສັງຄົມ ແລະກອງທຶນບ້ານຢູ່ໜ່ວຍບໍລິການທີ່ມີເງື່ອນໄຂມີທັງໝົດ 5 ສາຂາ, 6 ເມືອງ, 7 ບ້ານ, 37 ກຸ່ມ 297 ຄອບຄົວ, 4 ເປົ້າໝາຍ, ເປັນວົງເງິນ 6,33 ຕື້ກີບ ມີການຊຳລະໜີ້ໄດ້ດີ.ຜ່ານການຈັດຕັ້ງປະຕິບັດການສະໜອງສິນເຊື່ອຜ່ານມາໄດ້ມີໂຄງການທີ່ພົ້ນເດັ່ນທັງໝົດ 187 ໂຄງການ ແລະມີຄອບຄົວຕົວແບບຜະລິດເປັນສິນຄ້າ 191 ຄອບຄົວ.ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານ ທນບ ໄດ້ມີຜົນສຳເລັດໃນການສະໜອງສິນ ເຊື່ອປະກອບສ່ວນແກ້ໄຂຄວາມທຸກຍາກ ໃຫ້ປະຊາຊົນບັນດາເຜົ່າ ເຮັດໃຫ້ບ້ານທຸກຍາກຫຼຸດລົງຈາກປີ 2015 (1.736 ບ້ານ) ຫຼຸດລົງ 200 ບ້ານ ເທົ່າກັບ 12% ຂອງບ້ານທຸກຍາກ. ປະຈຸບັນຍັງ ເຫຼືອ 1.536 ບ້ານ ເທົ່າກັບ18% ຂອງ ບ້ານທັງໝົດທົ່ວປະເທດ; ຄອບຄົວທຸກ ຍາກຫຼຸດລົງຈາກປີ 2015 (76.604 ຄອບຄົວ) ຈຳນວນ 12.011 ຄອບຄົວ ເທົ່າກັບ 16%, ຄອບຄົວທຸກຍາກປະຈຸບັນ 64.593 ຄອບຄົວ ເທົ່າກັບ 5,34% ຂອງຄອບຄົວທັງໝົດທົ່ວປະເທດ.

  ທິດທາງລວມ ແລະໜ້າທີ່ຕົ້ນຕໍໃນ 5 ປີຕໍ່ໜ້ານີ້ຍັງຈະສືບຕໍ່ນຳພາວຽກງານ ການເມືອງ-ແນວຄິດເພື່ອຍົກລະດັບ ຄວາມຮັບຮູ້ຕໍ່ແນວທາງຂອງພັກ, ແຜນນະໂຍບາຍຂອງລັດ ແນໃສ່ສ້າງຄວາມເປັນເອກະພາບທາງດ້ານແນວຄິດ, ທັດສະນະ ແລະການກະທຳໃນການຈັດຕັ້ງປະຕິບັດຕົວຈິງ; ຍົກສູງຄຸນທາດການ ເມືອງ, ລະດັບຄວາມຮູ້-ຄວາມສາມາດ ຂອງສະມາຊິກພັກຂຶ້ນຕື່ມ ເຮັດໃຫ້ການຈັດຕັ້ງພັກມີຄວາມປອດໃສ, ເຂັ້ມແຂງ ແລະໜັກແໜ້ນ. ສືບຕໍ່ສະໜອງທຶນປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນເຂົ້າສູ່ລວງເລິກຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະວຽກ ງານ 3 ສ້າງ, ດ້ວຍການຂະຫຍາຍຕາໜ່າງການບໍລິການໃນເປົ້າໝາຍຄວາມຮັບຜິດຊອບ, ບໍລິການຮັບເງິນຝາກ, ຈ່າຍເງິນເດືອນໃຫ້ພະນັກງານ ແລະຮັບຊຳລະຄ່າສາທາລະນຸປະໂພກໃນບັນດາເມືອງທີ່ບໍ່ມີທະນາຄານທຸລະກິດຕັ້ງຢູ່ເພື່ອເຮັດ ໃຫ້ປະຊາຊົນທີ່ທຸກຍາກສາມາດເຂົ້າເຖິງແຫຼ່ງທຶນ ແລະການນຳໃຊ້ການບໍລິການ ໄດ້ຢ່າງທົ່ວເຖິງ.

 ກອງປະຊຸມໃຫຍ່ໃນຄັ້ງນີ້ ໄດ້ດຳເນີນ ການເລືອກຕັ້ງເອົາຄະນະພັກຮາກຖານ ຊຸດໃໝ່ໂດຍປະກອບດ້ວຍ 7 ສະຫາຍ, ຍິງ 1 ສະຫາຍ ໂດຍສະຫາຍ ວຸດທິ ເລື່ອນ ວິໄລວົງ ໄດ້ຮັບການເລືອກເປັນເລຂາຄະນະພັກຮາກຖານ ທນບ; ສະຫາຍ ຄໍາອົ້ນ ຈັນສຸລິມາດ ເປັນຮອງເລຂາ ແລະ ສະຫາຍ ແສງເພັດ ດວງພິລາ ເປັນປະທານກວດກາ ແລະໄດ້ເລືອກເອົາຜູ້ແທນ ສົມບູນ 6 ສະຫາຍ ແລະສຳຮອງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ IV ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

  ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາຄະນະພັກ ທຫລ ທີ່ ໄດ້ ຕີລາຄາສູງຕໍ່ການນໍາພາ-ຊີ້ນຳຂອງສະຫາຍຄະນະພັກຮາກຖານ ທນບ ກໍຄືສະມາຊິກພັກທີ່ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະລັດຖະບານໃນແຕ່ລະໄລຍະ;ພ້ອມນັ້ນກໍ່ຕ້ອງເສີມຂະຫຍາຍຜົນງານທີ່ດີເດັ່ນໃນຕໍ່ໜ້າໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນວຽກໜຶ່ງທີ່ ສຳຄັນ, ຢືນຢູ່ແຖວໜ້າຂອງທຸກວຽກ ງານ, ເປັນໜ້າທີ່ ແລະຄວາມຮັບຜິດຊອບ ໂດຍກົງຂອງຄະນະພັກແຕ່ລະຂັ້ນ; ອອກແຮງປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຖືເອົາວຽກງານດັ່ງກ່າວເປັນໃຈກາງແຫ່ງການນຳພາຂອງຄະນະພັກທຸກຂັ້ນ; ສືບຕໍ່ປັບປຸງກົນໄກ ການສະໜອງ-ການຄຸ້ມຄອງເຊື່ອໃຫ້ຮັບປະກັນຄຸນນະພາບ,ຕ້ອງຄົ້ນຄວ້າວິເຄາະ,ສ້າງແຜນສິນເຊື່ອ ເພື່ອຊອກຫາແຫຼ່ງທຶນ ແລະກະຈາຍແຫຼ່ງທຶນໃຫ້ສອດຄ່ອງກັບນະໂຍບາຍການດຳເນີນງານ ຂອງທະນາຄານ, ສ້າງໂຄງການລົງທຶນສິນເຊື່ອຊຸກຍູ້ການຜະລິດເພື່ອເປັນສິນຄ້າ ແລະການພັດທະນາຊົນນະບົດ ແນໃສ່ ຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ.

 ----

ຂຽນໂດຍ: ຣັດສະໝີ ດວງສັດຈະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ