2 ແຂວງລາວ-ໄທ ຮ່ວມມືແກ້ບັນຫາຢາເສບຕິດ

  ໃນປີຜ່ານມາແຂວງເຊກອງໄດ້ປະຕິບັດວິໄນຕໍ່ສະມາຊິກພັກທີ່ເຮັດຜິດລະບຽບການຂອງພັກ ແລະກົດໝາຍຂອງລັດທັງໝົດ 16 ສະຫາຍ, ຍິງ 3 ສະຫາຍ, ໃນນັ້ນວິໄນຂັ້ນກ່າວເຕືອນ 3 ສະຫາຍ, ຍິງ 1 ສະຫາຍ; ຂັ້ນປົດຕໍາແໜ່ງ 2 ສະຫາຍ,ິງ1 ສະຫາຍ; ຂັ້ນໂຈະການຮ່ວມຊີວິດພັກ 2 ສະຫາຍ ແລະຂັ້ນເອົາອອກຈາກພັກ 9 ສະຫາຍ, ຍິງ 1 ສະຫາຍ.

  ວັນທີ 25-26 ກຸມພາ 2020 ແຂວງເຊກອງໄດ້ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາປະຈໍາປີ 2019 ແລະວາງທິດທາງແຜນການປະຈໍາປີ 2020 ຂຶ້ນໂດຍມີທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ, ທ່ານ ດາວບົວລະພາ ບາວົງເພັດ ຮອງປະທານກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ, ທ່ານ ນາງ ຈັນຫອມ ມະຫາໄຊ ປະທານກວດກາພັກ, ປະທານອົງການກວດກາລັດແຂວງ, ມີເຈົ້າເມືອງ- ຮອງເຈົ້າເມືອງ, ຫົວໜ້າ-ຮອງພະ ແນກ, ຫ້ອງການ, ພະນັກງານກ່ຽວຂ້ອງຂັ້ນແຂວງ ແລະເມືອງເຂົ້າຮ່ວມ.

  ທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານອົງກວດກາລັດແຂວງເຊກອງໄດ້ລາຍງານວ່າ:

  ທົ່ວແຂວງມີ 7 ອົງຄະນະພັກ, ມີ 68 ຮາກຖານພັກ ແລະ ມີໜ່ວຍພັກທັງໝົດ 447 ໜ່ວຍທຽບໃສ່ປີ 2018 ເພີ່ມຂຶ້ນ 13 ໜ່ວຍ, ໃນນັ້ນມີໜ່ວຍພັກສໍານັກ ງານ-ອົງການ 214 ໜ່ວຍ, ໜ່ວຍພັກຮາກຖານບ້ານ 233 ໜ່ວຍ, ມີສະມາຊິກພັກທັງໝົດ 9.184 ສະຫາຍ, ຍິງ 2.168 ສະຫາຍທຽບໃສ່ປີ 2018 ເພີ່ມຂຶ້ນ 518 ສະຫາຍ ໂດຍໄດ້ຕີລາຄາແບ່ງປະເພດສະມາຊິກພັກຕາມແຕ່ລະມາດຖານ, ໃນນັ້ນສະມາຊິກພັກແຂງມີ 6.836 ສະຫາຍ, ກາງ 1.337 ສະຫາຍ, ອ່ອນ 79 ສະຫາຍ ແລະບໍ່ໄດ້ຈັດປະເພດ 932 ສະຫາຍ.

ໃນປີ 2019 ຜ່ານມາແຂວງໄດ້ປະຕິບັດວິໄນສະມາຊິກພັກທັງໝົດ16 ສະຫາຍ, ຍິງ 3 ສະຫາຍໃນນີ້ລົງວິໄນຂັ້ນກ່າວເຕືອນຄວາມຜິດ 3 ສະຫາຍ, ຍິງ 1 ສະຫາຍ; ຂັ້ນປົດຕໍາແໜ່ງ 2 ສະຫາຍ, ຍິງ 1 ສະຫາຍ; ຂັ້ນໂຈະການຮ່ວມຊີວິດພັກ 2 ສະຫາຍແລະຂັ້ນເອົາອອກຈາກພັກ 9 ສະຫາຍ, ຍິງ 1 ສະຫາຍ ໂດຍເຫດຜົນທີ່ຖືກປະຕິບັດວິໄນຕົ້ນຕໍແມ່ນລະເຫຼີງຕໍ່ການປະຕິບັດໜ້າທີ່ຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ, ລະເມີດຂໍ້ຫ້າມຂອງສະມາຊິກພັກ ແລະສໍ້ລາດບັງຫຼວງ.

   ສ່ວນທິດທາງແຜນການ ແລະມາດຕະການປະຕິບັດໃນຕໍ່ໜ້າ, ທ່ານ ອ່ອນມະນີວັນ ຈັນດາວົງ ກ່າວວ່າ: ຄະນະພັກ-ຄະນະກວດກາແຂວງຂະແໜງການທີ່ກ່ຽວ ຂ້ອງຕ້ອງຄົ້ນຄວ້າເຊື່ອມຊຶມ ແລະກໍາແໜ້ນທິດທາງແຜນການເຄື່ອນໄຫວວຽກງານໃຫ້ເລິກເຊິ່ງ,ຈັດຕັ້ງຜັນຂະຫຍາຍຫັນມາເປັນແຜນການ,ແຜນດໍາເນີນງານຂອງຕົນຢ່າງລະອຽດໃນແຕ່ລະໄລຍະເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ມີໝາກຜົນຕົວຈິງ; ເພີ່ມທະວີຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາປົກກະຕິຢູ່ພາຍໃນຮາກຖານພັກ, ກົງຈັກການຈັດຕັ້ງລັດໃຫ້ແຂງແຮງ ແລະເຂັ້ມງວດ; ພະນັກງານນໍາພາ-ຄຸ້ມຄອງຕ້ອງເປັນເຈົ້າການຊີ້ນໍາໆພາ, ຊຸກຍູ້ ແລະສ້າງເງື່ອນໄຂໃຫ້ພະນັກງານ-ລັດຖະກອນຜູ້ເຮັດວຽກງານກວດກາທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຈັດຕັ້ງປະຕິບັດວຽກງານກວດກາຢ່າງເປັນປົກກະຕິ ແລະແຂງແຮງ ກວ່າເກົ່າ, ທັງນີ້ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮັບຜິດຊອບ ແລະມີຄວາມໂປ່ງໃສ່ໃນການປະຕິບັດໜ້າທີ່ການເມືອງຂອງຕົນ.

__________________

#ຂຽນໂດຍ: ແວວຕາ
#
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511