ປີ້ນີ້ພາສີດ່ານສາກົນວັງເຕົ່າຈະສູ້ຊົນເກັບລາຍຮັບໄດ້ໃຫ້ບັນລຸ 721 ຕື້ກວ່າກີບ

  ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານລັດໃນປີ 2020 ບັນລຸໄດ້ຕາມຕົວເລກຄາດໝາຍພາສີດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ເນັ້ນ ໜັກໃສ່ຫຼາຍປັດໄຈ ແລະເງື່ອນໄຂສໍາຄັນທີ່ຈະສາມາດເຮັດການຈັດຕັ້ງປະຕິບັດມີປະສິດທິພາບສູງ.

  ທ່ານ ວິເລຶອງ ວໍລະບຸດ ຫົວໜ້າພາສີດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ, ໄດ້ໃຫ້ສໍາພາດຕໍາສື່ຂ່າວຂອງພວກເຮົາເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານການຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ຕາມຕົວເລກຄາດໝາຍໄວ້, ໃນສົກປີ 2020 ນີ້ພາສີດ່ານຂອງພວກເຮົາແມ່ນຈະໄດ້ສຸມໃສ່ໃນຫຼາຍວຽກງານທີ່ສໍາຄັນທີ່ເປັນພື້ນຖານ ແລະປັດໄຈໃນການຈັດຕັ້ງປະຕິບັດ, ຊຶ່ງໃນນັ້ນແມ່ນຈະໄດ້ສຸມໃສ່ຈັດຕັ້ງປະຕິບັດ ແລະຜັນຂະຫຍາຍບັນດາລະບຽບການຕ່າງໆທີ່ເຫັນວ່າເປັນມາດຕາການ ແລະ ເປັນເຄື່ອງມືໃຫ້ແກ່ການເຮັດໜ້າທີ່ວິຊາສະເພາະຂອງເຈົ້າໜ້າທີ່ສຶບຕໍ່ຝຶກອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບໃຫ້ເຊື່ອມໂຍງອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນບໍ່ຄອນແຄນໄດ້ຕໍ່ປາກົດການຫຍໍ້ທໍ້ຢູ່ໃນກຸ່ມມະຫາຊົນ,ສືບຕໍ່ຝຶກອົບຮົມດ້ານເຕັກນິກ, ວຽກ ງານວິຊາສະເພາະໃຫ້ພະນັກງານວິຊາການເພື່ອສ້າງຄວາມເຂັ້ມແຂງໃນດ້ານການບໍລິຫານ-ບໍລິການໃຫ້ຄ່ອງຕົວສອດຄ່ອງກັບລະບຽບການຕາມ 5 ວິໄສທັດຂອງພະນັກ ງານພາສີຍຸກໄໝ່ຄື: ຕ້ອງມີຄວາມໂປ່ງໃສ, ຄວາມສໍານານງານ, ຄວາມທັນສະໄໝ, ຄວາມທ່ຽງທໍາ ແລະຄວາມໄວ້ວາງໃຈ.

  ພ້ອມດຽວກັນນີ້ແມ່ນຈະໄດ້ລົງເລີກຢ່າງໃກ້ຊິດຕິດແທດໃນບັນດາ 3 ໜ່ວຍງານ ແລະ 1 ດ່ານປະເພນີທີ່ຂຶ້ນກັບຄວາມເຂັ້ມແຂງ, ເຮັດວຽກງານມີປະສິດທິພາບ ແລະມີປະສິດທີຜົນສູງຂຶ້ນເອົາໃຈໃສ່ປະຕິບັດຕາມແຜນຍຸດທະສາດຂອງຄະນະດ່ານພວກເຮົາໃນການລົງລະດົມຊຸກຍູ້ສົ່ງເສີມແບບລົງເລີກເຂົ້າເຖິງໝາກຫົວໃຈຂອງຜູ້ປະ ກອບການ, ບໍລິສັດຫ້າງຮ້ານໂດຍກົງ, ສ້າງເປັນແຜນການ, ແຜນງານ ແລະມອບຄວາມຮັບຜິດ ຊອບຕາມຄວາມອາດສາມາດ, ນອກນີ້ແມ່ນການລະດົມຂົນຂວາຍໃຫ້ຜູ້ປະກອບການປະຕິບັດພັນທະຕໍ່ລັດຢ່າງເປັນປົກຄະຕິ ແລະ ປະຈໍາ, ປະຕິບັດຢ່າງເຂັ້ມງວດຕໍ່ລະບຽບກົດໝາຍພາສີເພື່ອເຮັດແນວໃດໃຫ້ຕົວເລກມອບໝາຍ 721 ຕື້ກວ່າກີບປາກົດຜົນເປັນຈິງ.

ສະໜັບສະໜູນໂດຍ: HONDA

  ສຳລັບໃນປີ 2019 ຜ່ານມາພາສີດ່ານສາກົນວັງເຕົ່າສາມາດໄດ້ເຫັນລາຍຮັບເຂົ້າງົບປະມານຂອງລັດບັນລຸໄດ້ທັງໝົດ 639 ຕື້ກວ່າກີບ.

________________

#ຂຽນໂດຍໂພທິຣາຊ

#ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511