ການບິນລາວ ກຽມພ້ອມຂົນຜູ້ໂດຍສານໄປຊຽງຂວາງເກມ

  ການບິນລາວສາຍການບິນແຫ່ງຊາດໜຶ່ງໃນຜູ້ໃຫ້ບໍລິການທີ່ສຳຄັນເພື່ອຂົນສົ່ງຜູ້ໂດຍສານພາຍໃນ ແລະຕ່າງປະເທດປະຈຸບັນທາງສາຍການບິນມີຄວາມພ້ອມ 100% ເພື່ອຮອງຮັບແກ່ງານຊຽງຂວາງເກມທີ່ຈະຈັດຂຶ້ນໃນມໍ່ໆຕໍ່ໜ້ານີ້ໂດຍສະເພາະດ້ານບຸກຄະລາກອນ,ເຕັກນິກ,ພິເສດໃນຊ່ວງໄລຍະງານແມ່ນຈະຫຼຸດລາຄາ ແລະເພີ່ມຖ້ຽວບິນ.

  ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການສາຍການບິນລາວໃຫ້ສຳພາດທີມຂ່າວໜັງສືພີມເສດຖະກິດ-ສັງ ຄົມຮູ້ວ່າ: ສາຍການບິນລາວຮູ້ສຶກດີໃຈພູມໃຈທີ່ເປັນສ່ວນໜຶ່ງໃນການຮັບໃຊ້ປະເທດຊາດຕະຫຼອດມາໂດຍສະເພາະແມ່ນເປັນສ່ວນໜຶ່ງຮ່ວມຈັດມະຫະກຳງານກີລາແຫ່ງຊາດຊຽງຂວາງເກມ 2020 ປະຈຸບັນທາງການບິນມີຄວາມພ້ອມ 100% ໂດຍສະເພາະບຸກຄະລາກອນ, ເຕັກນິກ ແລະຄວາມສາມາດເພື່ອຄວາມປອດໄພທຸກຖ້ຽວບິນມາດຕະການແມ່ນຢຶດມາດຕະຖານຂອງສາກົນເພື່ອຮັບປະກັນການຂົນສົ່ງຜູ້ໂດຍສານມີຄວາມປອດໄພບໍ່ຕົກຄ້າງ.

  ສຳລັບໃນໄລຍະມະຫະກຳງານກີລາແຫ່ງຊາດທາງສາຍການບິນແມ່ນຈັດສ່ວນຫຼຸດລາຄາພິເສດເລີ່ມຕົ້ນພຽງ 390.000 ກີບຕໍ່ຖ້ຽວບິນ ພິເສດໄປກ່ອນນັ້ນຈະເພີ່ມຖ້ຽວບິນເປັນ 2 ຖ້ຽວ ຕໍ່ວັນໂດຍຈະເລີ່ມແຕ່ວັນທີ 16 ມີນາ ຫາ 5ເມສາ 2020 ຖ້ຽວບິນພິເສດ ວຽງຈັນ-ຊຽງຂວາງ 8: 30 ໂມງຮອດ ເວລາ 9:00 ໂມງ, ຊຽງຂວາງ-ວຽງຈັນເວລາບິນ 9:30 ໂມງ ຮອດ10:00 ໂມງ ແລະຖ້ຽວປົກກະຕິວຽງຈັນ-ຊຽງຂວາງເວລາ14:40 ໂມງ ຮອດ15:10 ໂມງ ແລະຊຽງຂວາງ-ວຽງຈັນເວລາ 15:40 ໂມງຮອດເວລາ16:10 ໂມງ.

  ມາຮອດປະຈຸບັນມີການຈັບຈ່ອງປະສ່ວນໜຶ່ງແລ້ວໂດຍການບິນລາວມີເຮືອບິນພຽງພໍຮັບໃຊ້ ຫຼືປະຈຸບັນມີເຮືອບິນປະຈຳການທັງໝົດ11 ລຳ ໂດຍເນັ້ນພະນັກງານທັງໝົດ 1 ພັນກວ່າຄົນ.

_______________

#ຂຽນໂດຍ: ບຸນນິກ
#
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511