ຕະຫຼາດຄົນຍ່າງກາງຄືນຢູ່ນະຄອນປາກເຊກຽມເປີດທ້າຍເດືອນນີ້

ຂ່າວ: ໂພທິຣາຊ  

   ກຽມສໍາຜັດກັບບັນຍາກາດໃໝ່ໃນຄະຄອນປາກເຊ ກໍຄືຄວາມສວຍງາມ ແລະໂດດເດັ່ນເປັນພິເສດສໍາຫຼັບນັກທ່ອງທ່ຽວພາຍຫຼັງທີ່ບໍລິສັດ ດວງດີ ພຣາຊາ ຈໍາກັດຜູ້ດຽວໄດ້ເຂົ້າພັດທະນາເນື້ອທີ່ເຂດບ້ານພັດທະນາຫຼັກເມືອງເປັນຕະຫຼາດຄົນຍ່າງກາງຄືນຊຶ່ງປະຈຸບັນໂຄງການກໍ່ສ້າງຈຸດວົງວຽນທ່າສະລາຄໍາໃກ້ສໍາເລັດ 100% ພ້ອມເປີດຈະໃຫ້ບໍລິການໃນທ້າຍເດືອນນີ້.

  ທ່ານ ປາຈິດ ແກ້ວດວງດີ ຜູ້ຈັດການທົ່ວໄປ ບໍລິສັດ ດວງດີພຣາຊາຈໍາກັດຜູ້ດຽວ, ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມ ເສດຖະກິດ-ສັງຄົມ ປະຈໍາແຂວງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຜ່ານມາບໍລິສັດໄດ້ດໍາເນີນການພັດທະນາສູນການຄ້າຈໍາປາສັກໃຫ້ກາຍເປັນສູນການຄ້າທາງເສດຖະກິດຂອງແຂວງຈໍາປາສັກ ກໍຄືບັນດາແຂວງພາກໃຕ້ຂອງລາວຊຶ່ງຕິດພັນກັບການພັດທະນາດັ່ງກ່າວບໍລິສັດຍັງໄດ້ລົງທຶນສ້າງຕະຫຼາດຄົນຢ່າງກາງຄືນເພື່ອເຮັດໃຫ້ການຄ້າ, ການລົງທຶນ ແລະການທ່ອງທ່ຽວໃນນະຄອນປາກເຊ ມີຄວາມສວຍງາມ ແລະມີຫຼາກຫຼາຍສີສັນໃນຍາມກາງຄືນເປັນການດຶງດູດແຂກຄົນເຂົ້າມາທ່ຽວຊົມ, ໃຫ້ກາຍເປັນບ່ອນຊື້-ຂາຍ, ເປັນບ່ອນຮອງຮັບໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ມີບ່ອນພັກຜ່ອນທ່ຽວຊົມໃນຍາມກາງຄືນ ແລະ ເປັນບ່ອນທີ່ປະຊາ ຊົນລາວສາມາດນໍາເອົາຜະລິດຕະພັນພື້ນເມືອງທີ່ເປັນເອກະລັກຂອງຊາວແຂວງຈໍາປາສັກ ໄດ້ມາແລກປ່ຽນຊື້-ຂາຍ, ທັງເປັນການເຜີຍແຜ່ວັດທະນະທໍາ ແລະສີໄມ້ລາຍມືຂອງຄົນຊາວແຂວງຈໍາປາສັກ.

  ປະຈຸບັນໂຄງການພັດທະນາຕະຫຼາດຄົນຍ່າງກາງຄືນໄດ້ທໍາການກໍ່ສ້າງຈຸດທໍາອິດເຂດວົງວຽງສາລະຄໍາເຂດບ້ານພັດທະນາຫຼັກເມືອງຊຶ່ງມາຮອດການກໍ່ສ້າງໃກ້ສໍາເລັດ 100% ແລະຄາດວ່າຈະໄດ້ທໍາການເປີດໃຫ້ບໍລິການແມ່ຄ້າຊາວຂາຍເພື່ອເຂົ້າມາຈັບຈ່ອງຊື້-ຂາຍ ສີນຄ້າໃນທ້າຍເດືອນນີ້, ໂດຍສະເພາະແມ່ນຂາຍເຄືອງເພດອາຫານການກິນ, ປະເພດເຄື່ອງດື່ມເພື່ອໃຫ້ລູກຄ້າທີ່ມາທ່ຽວຊົມໄດ້ນັ່ງພັກຜ່ອນ ແລະຟັງເພັງເບົາໆ.

   ຫຼັງຈາກເປີດໃຫ້ບໍລິການຈຸດດັ່ງກ່າວແລ້ວບໍລິສັດແມ່ນຈະໄດ້ສືບຕໍ່ສ້າງຫຼັງຕະຫຼາດສູນການຄ້າຕາມເສັ້ນທາງຂອງໂຮງໝໍໍແຂວງໂດຍການຕິດຕັ້ງຕູ້ຄອນ ເທັນເນີເພື່ອຂາຍເຄື່ອງທີ່ລະນຶກ, ຂາຍເສື້ອຜ້າ ແລະຜ້າແຟຕ່າງໆໃສ່ທາງຄົນຢ່າງຕິດກັບຮົ້ວໂຮງໝໍ, ໂດຍມີເສັ້ນທາງໃຫ້ຄົນຢ່າງ 3 ແມັດ, ສືບຕໍ່ກໍ່ສ້າງຈຸດທີສາມໜ້າຕະຫຼາດກໍ່ສ້າງຈຸດທີສາມຊຶ່ງຄາດວ່າຈະໄດ້ເປີດໃຫ້ບໍລິການໃນທ້າຍປີນີ້.