ໄຊຍະ ຫາລືກ່ຽວກັບລາຄາສິນຄ້າ ແລະຄ່າບໍລິການ

  ກອງປະຊຸມປຶກສາຫາລື ວຽກງານຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະການຄ້າແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີບັນດາພະແນກການທີ່ກ່ຽວຂ້ອງ, ຄະນະຊີ້ນໍາວຽກ ງານການຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການພ້ອມດ້ວຍພະນັກງານວິຊາການພະແນກອຸດສາຫະກໍາ ແລະການຄ້າເຂົ້າຮ່ວມ.

 ທ່ານ ທອງດີ ທີແກ້ວ ຫົວໜ້າຂະແໜງການຄ້າພາຍໃນພະແນກອຸດສາຫະກໍາ ແລະການຄ້າແຂວງໄດ້ລາຍງານຕໍ່ກອງປະຊຸມວ່າ: ສະພາບການເໜັງຕີງຂອງລາຄາ ສິນຄ້າ ໃນປະຈຸບັນ ແມ່ນມີການເໜັງຕີງທົ່ວປະເທດບໍ່ສະເພາະແຕ່ຢູ່ພາຍໃນແຂວງໄຊຍະບູລີສ່ວນຢູ່ຕ່າງແຂວງກໍເຫັນວ່າລາຄາສິນຄ້າແມ່ນມີການເໜັງຕີງໂດຍສະເພາະແມ່ນສິນຄ້າກະສິກໍາ, ປະເພດສະບຽງອາຫານ, ປະເພດເຂົ້າກິນ, ປາ, ສ່ວນສິນຄ້າປະເພດພືດຜັກ ແລະໝາກໄມ້ແມ່ນມີການເໜັງ ຕີງໄປຕາມລະດູການການເໜັງຕີງຂອງລາຄາສິນຄ້າບາງປະເພດແມ່ນເໜັງຕີງຕາມກົນໄກການຕະຫຼາດຖ້າສົມທຽບກັບບັນດາແຂວງທີ່ໃກ້ຄຽງໂດຍສະເພາະແມ່ນແຂວງຫຼວງພະບາງ,ແຂວງວຽງຈັນ ແລະແຂວງອຸດົມໄຊເຫັນວ່າຫຼຸດລື່ນກັນເລັກນ້ອຍ.

 ລາຄາສິນຄ້າທີ່ຈໍາເປັນຕໍ່ການ ດໍາລົງຊີວິດຢູ່ຕະຫຼາດໄຊຍະບູລີ ສໍາລັບຊີ້ນໝູ (ຊີ້ນກ້ອນປະເພດ 1) ລາຄາຂາຍຍ່ອຍ 40 ພັນກີບຕໍ່ກິໂລ ແລະຊີ້ນໝູ (ຊີ້ນກ້ອນປະເພດ 2) 35 ພັນກີບຕໍ່ກິໂລ, ສໍາລັບຊີ້ນງົວ ແລະຄວາຍ (ປະເພດ 1) 60 ພັນ ກີບຕໍ່ກິໂລ ແລະຊີ້ນງົວ, ຄວາຍ (ປະເພດ 2) 55 ພັນກີບຕໍ່ກິໂລ, ສໍາລັບເຂົ້າສານໜຽວ (ປະເພດ 1) 9 ພັນກີບຕໍ່ກິໂລ, ເຂົ້າສານຈ້າວ (ປະເພດ 1) 9 ພັນກີບຕໍ່ກິໂລ, ປານິນລ້ຽງ ປະຈຸບັນລາຄາ 24 ພັນກີບຕໍ່ກິໂລ, ໄກ່ພັນຄົວແລ້ວ ປະຈຸບັນລາຄາ 40 ພັນກີບຕໍ່ກິໂລ, ໄຂ່ ໄກ່ພັນ 1 ພັນກີບຕໍ່ໜ່ວຍ.

 ນອກຈາກນັ້ນຢູ່ໃນ 3 ເມືອງ: ເມືອງພຽງ, ປາກລາຍ ແລະຫົງສາລາຄາສິນຄ້າກໍຄ້າຍໆຄືກັນແຕ່ມີບາງເມືອງກໍມີການຫຼຸດລື່ນກັນເລັກນ້ອຍເມື່ອທຽບໃສ່ເມືອງໄຊຍະບູລີເຊັ່ນ: ເຂົ້າສານໜຽວ (ປະເພດ 1) ລາຄາ 7.500-9.000 ກີບຕໍ່ກິໂລ, ເຂົ້າສານຈ້າວ (ປະເພດ 1) 7-9 ພັນກີບຕໍ່ກິໂລ, ຊີ້ນໝູ (ປະເພດ 1) 30-35 ພັນກີບຕໍ່ກິໂລ ແລະປານິນກະຊັງ 20-25 ພັນກີບຕໍ່ກິໂລສະເພາະລາຄານໍ້າມັນໃນໄລຍະຜ່ານມາໄດ້ມີການປັບຂຶ້ນ-ລົງເຖິງ 17 ຄັ້ງ ໃນນີ້ປັບຂຶ້ນ 9 ຄັ້ງ, ປັບລົງ 8 ຄັ້ງປະຈຸ ບັນ ລາຄານໍ້າມັນແມ່ນ: ນໍ້າມັນກາຊວນ ລາຄາ 8.800 ກີບຕໍ່ລິດ, ນໍ້າມັນແອັດຊັງ 9.750 ກີບຕໍ່ ລິດ ການປັບຕົວຂຶ້ນ-ລົງຂອງລາຄານໍ້າມັນແມ່ນມີຜົນກະທົບໂດຍ ກົງຕໍ່ລາຄາສິນຄ້າບໍ່ວ່າຈະເປັນສິນຄ້າຜະລິດຢູ່ພາຍໃນ ແລະນໍາເຂົ້າຈາກຕ່າງປະເທດສະພາບລາຄາສິນຄ້າມາຮອດປະຈຸບັນແມ່ນມີການເໜັງຕີງຂຶ້ນຢ່າງຕໍ່ເນື່ອງ ແລະອີກບັນຫາຍ້ອນຄ່າຂອງເງິນກີບມີການຜັນຜວນຊຶ່ງມາຮອດປະຈຸບັນອັດຕາແລກປ່ຽນໃນທ້ອງຕະຫຼາດ 1 ໂດລາຕໍ່ 9.000 ກີບ, 1 ບາດຕໍ່ 300 ກີບ ຕໍ່ບັນຫາດັ່ງກ່າວນັ້ນມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ລາຄາສິນຄ້າ ແລະຄ່າບໍລິການ.

____________

#ຂຽນໂດຍ: ມະໄລວັນ
#
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511