ເຕັກນິກປູກດອກດາວເຮືອງໃຫ້ເປັນດອກດົກ

  ດອກດາວເຮືອງເປັນດອກໄມ້ຊະນິດໜຶ່ງທີ່ຊາວລາວໃຫ້ຄວາມສຳຄັນຫຼາຍເນື່ອງຈາກເປັນດອກໄມ້ທີ່ຜູ້ຄົນສ່ວນຫຼາຍໃຊ້ສຳລັບເຮັດພິທີທາງສາດສະໜາຕ່າງໆ, ຈຶ່ງເຮັດໃຫ້ຊາວສວນນິຍົມປູກຢູ່ຕາມດິນເຮືອນ, ສວນ ແລະ ບ່ອນອື່ນໆ ເພື່ອຫວັງເອົາດອກຂອງມັນໄວ້ຊົມໃຊ້ເຂົ້າໃນການປະດັບປະດາເອ້ຢ້ອງຕາມງານປະເພນີຕ່າງໆ, ຊຶ່ງຄົນສ່ວນໃຫຍ່ອາດມີຄວາມລັງເລວ່າພືດຊະນິດນີ້ປູກຍາກແຕ່ຄວາມເປັນຈິງແລ້ວດອກດາວເຮືອງແມ່ນປູກງ່າຍກວ່າພືດຊະນິດອື່ນ.

  ອີງຕາມແຫຼ່ງຂໍ້ມູນຈາກສູນຄົ້ນຄວ້າກະສິກໍາໃຫ້ຮູ້ວ່າ: ການປູກດອກດາວເຮືອງແບບງ່າຍໆແມ່ນປະກອບດ້ວຍຂັ້ນຕອນການກຽມໜານ, ການປູກ ແລະບົວລະບັດຮັກ ສາ, ສໍາລັບການກຽມໜານແມ່ນຕ້ອງຂຸດໜານກ້ວາງປະມານ 1 ແມັດ ທຸບດິນໃຫ້ມຸ່ນລະອຽດ, ເຮັດເປັນຮ່ອງເລິກປະມານ 3,5 ຊັງຕີແມັດ ແຕ່ລະຮ່ອງໃຫ້ຫ່າງກັນ ປະມານ 3 ຊັງຕີແມັດ, ຫຼັງ ຈາກນັ້ນຢອດເມັດດອກດາວເຮືອງ ລົງໜານຫົດນໍ້າໃຫ້ຊຸ່ມນຳເອົາເຟືອງແຫ້ງມາປົກໄວ້ ແລະຄວນຫົດນໍ້າມື້ລະ 2 ເວລາຄື: ເຊົ້າ, ແລງ; ຂະນະທີ່ກຽມໜານປູກເພື່ອ ຍ້າຍຕົ້ນອອກປູກໃຫ້ປະຕິບັດຄືກັນ ກັບການປູກພືດທົ່ວໆໄປ, ໃສ່ປຸ໋ຍ ໝັກ ຫຼື ຝຸ່ນຄອກ, ໜານປູກຕ້ອງ ລະບາຍນໍ້າ ແລະເກັບຄວາມຊຸ່ມໄດ້ ດີ, ຫຼັງຈາກຕົ້ນກ້າມີອາຍຸ 10 ມື້ ແມ່ນຖອນອອກໄປປູກໄດ້, ກ່ອນ ຈະຖອນເບ້ຍອອກຄວນຫົດນໍ້າໄວ້ກ່ອນ 1 ມື້ ຈຶ່ງຫຼົກອອກມາເພື່ອປູກ, ກ່ອນປູກຕ້ອງຂຸດຂຸມປະມານ 20X20 ຊັງຕີແມັດ ໃສ່ຝຸ່ນຄອກ ຫຼື ປຸ໋ຍໝັກລົງໄປກ່ອນໜ້ອຍໜຶ່ງ ເອົາດິນທີ່ຂຸດອອກມານັ້ນຖົມລົງພໍບາງໆແລ້ວນຳເບ້ຍດອກດາວເຮືອງລົງໄປໃນຂຸມນຳດິນທີ່ເຫຼືອຖົມລົງໄປອີກເທື່ອໜຶ່ງ, ຊຶ່ງໃນໄລຍະປູກໄດ້ 7 ມື້ທໍາອິດຄວນຫົດນໍ້າມື້ລະ 2 ເທື່ອ (ເຊົ້າ-ແລງ), ຫຼັງຈາກນັ້ນກໍ່ປ່ຽນການໃຫ້ນໍ້າເປັນມື້ລະເທື່ອສັງເກດເບິ່ງຕົ້ນດອກດາວເຮືອງຈໍ່ພໍມີດອກອອກມາພະຍາຍາມຫົດນໍ້າຢ່າໃຫ້ຖືກດອກເພາະຈະເຮັດໃຫ້ດອກໄມ້ບໍ່ງາມ ແລະອາດເນົ່າເປືອຍໄດ້.

  ການປູກດອກໄມ້ຊະນິດນີ້ຖ້າຍາກໃຫ້ໄດ້ຮັບຜົນຜະລິດດີຫຼັງປູກໄດ້ປະມານ 15-25 ມື້ຕ້ອງໃສ່ປຸ໋ຍສູດ 15-15-15 ໃສ່ 1 ບ່ວງກາເຟຕໍ່ຕົ້ນ, ຈາກນັ້ນຕົ້ນດອກດາວ ເຮືອງມີອາຍຸ 35-45 ມື້ໃສ່ປຸ໋ຍສູດ 12-24-12 ໃຫ້ປຸ໋ຍລົງໄປໃນພື້ນດິນຂອງຕົ້ນເລິກພໍປະມານຫົດນໍ້າ.

   ສ່ວນການເດັດຍອດດອກດາວເຮືອງກໍ່ເປັນອີກວິທີໜຶ່ງທີ່ຈຳເປັນຢ່າງຍິ່ງເພາະຈະເຮັດໃຫ້ດອກໄມ້ຊະນິດດັ່ງກວ່າໃຫຍ່ໄວຫຼັງປູກໄດ້ 23 ມື້ ສາມາດເດັດຍອດຖີ້ມໄດ້ ແລະເວລາຕັດດອກໄມ້ໄປຊົມໃຊ້ຄວນປະດອກໄວ້ກັບຕົ້ນຂອງມັນປະມານ 5 ດອກ.

______________

#ຂຽນໂດຍ: ແປ
#
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511