ອາກອນອັດຕະປືເກັບລາຍຮັບໄດ້ 92,8 ຕື້ກີບ

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວແຂວງເຊກອງປະຈຳປີ 2019 ແລະຜ່ານທິດທາງແຜນການປີ 2020 ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງາຍໃຕ້ການເປັນປະທານຂອງທ່ານ ບຸນຍົງ ໄຊຍະແສງ ຫົວໜ້າສ່ວຍສາອາກອນປະຈຳແຂວງອັດຕະປື ແລະເປັນກຽດເຂົ້າຮ່ວມຂອງທ່ານ ຄຳເຜີຍ ໂສມຖາວອນຫົວໜ້າພະແນກການເງິນແຂວງອັດຕະປືມີບັນດາແຂກຖືກເຊີນພ້ອມດ້ວຍພະນັກງານສ່ວຍສາອາກອນປະຈຳແຂວງ ແລະເມືອງເຂົ້າຮ່ວມ.

 ທ່ານ ສຸດໃໜ ສຸດບຸນລົ້ນ ຮອງສ່ວຍສາອາກອນປະຈຳແຂວງລາຍງານໃຫ້ ຮູ້ວ່າ: ຄະນະພັກ, ຄະນະສ່ວຍສາອາກອນປະຈຳແຂວງອັດຕະປືໄດ້ຖືສຳຄັນໃນການສືກສາອົບຮົມດ້ານການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນ ຢ່າງເປັນປົກກະຕິ-ຕໍ່ເນື່ອງ ເພື່ອຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມເຊື່ອ ໝັ້ນຕໍ່ອຸດົມການຂອງພັກ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມສາມັກຄີ ແລະມີຄວາມ

 ດຸໜັ່ນຫ້າວຫັນເຮັດແທ້ທຳຈິງ, ມີຄວາມຮັບຜິດຊອບຢ່າງຕັ້ງໜ້າໃນການບໍລິຫານວຽກງານດ້ວຍຄວາມວ່ອງໄວ, ໂປ່ງໃສ, ຕີຕ້ານປະກົດການຫໍ້ຍທໍ້ຕ່າງໆໃນຂະແຫນງສ່ວຍສາອາກອນໃຫ້ຫຼຸດລົງຢ່າງເປັນຮູບປະທຳແລະສຸມທຸກສະຕິປັນຍາການຂຸດຄົ້ນເກັບລາຍຮັບເຂົ້າງົບປະມານແຫ່ງໃຫ້ຖືກຕ້ອງຄົບຖ້ວນ ແລະ ທັນເວລາຕາມລະບຽບ, ກົດໜາຍກຳນົດໄວ້.

 ຕະຫຼອດໃນໄລຍະ1 ປີ 2019 ຜ່ານ ມາ ສາມາດຂຸດຄົ້ນລາຍຮັບເຂົ້າງົບປະ ມານໄດ້ທັງໝົດ 92,8 ຕື້ກີບ ເທົ່າ 99,56% ຂອງແຜນການປີທີ່ດັດແກ້.ໃນນັ້ນລາຍຮັບສູນກາງ 50 ກວ່າລ້ານ ກີບ, ເທົ່າ 119,19% ຂອງແຜນການປີ ແລະລາຍຮັບທ້ອງຖີ່ນ92,2 ຕື້ກີບ, ເທົ່າກັບ 99,47% ຂອງແຜນການປີ ດັດແກ້, ເພີ່ມຂື້ນ 31,46% ຈາກຂໍ້ມູນ ເດີມສຳຫຼວດປີ 2019, ຖ້າທຽບໃສ່ປີ 2018 ເພີ່ມຂື້ນ 10,92% ແລະ ເທົ່າກັບ 3,45% ຂອງ GDP ເຖິງແມ່ນວ່າການຈັດຕັ້ງປະຕິບັດຄຸ້ມຄອງເກັບລາຍຮັບໃນໄລຍະ 1 ປີຜ່ານມາ ໄດ້ຍົກໃຫ້ເຫັນດ້ານດີ ແລະຜົນງານທີ່ເຮັດໄດ້ແຕ່ປັດສະຈາກບໍ່ໄດ້ດ້ານຂໍ້ຄົງຄ້າງເຊີ່ງສະແດງອອກການຈັດເກັບລາຍຮັບປະຕິ ບັດ 99,56% ຂອງແຜນການປີແຕ່ເຫັນໄດ້ວ່າຍັງມີບາງຮ່ວງລາຍຮັບບໍ່ທັນມາດປະຕິບັດໄດ້ຕາມແຜນການທີ່ກຳນົດໄວ້.

   ສຳລັບທິດທາງແຜນການໃນປີ 2020 ນີ້ເຊິ່ງເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ, ຄັ້ງທີ VIII ແລະເປັນປີສຸດທ້າຍແຫ່ງການປະຕິບັດແຜນພັດທະນາ ຂະແໜງສ່ວຍສາອາກອນ ໄລຍະແຕ່ 2018-2020, ບົນພື້ນຖານຈິດໃຈບຸກທະລຸຕາມນະໂຍບາຍລວມຂອງແຂວງອັດຕະປືຈະສູ້ຊົນຈັດເກັບລາຍຮັບໃຫ້ໄດ້ ຈຳນວນ 108 ຕື້ກີບ,ເທົ່າກັບ 116,43% ຂອງແຜນການປີ 2019, ເພີ່ມຂຶ້ນ   53,57%  ຂອງຂໍ້ມູນເດີນສໍາຫຼວດ ປີ2019  ແລະເທົ່າກັບ 3,78% ຂອງ GDP  ໃນນັ້ນ: ຕົວເລກແຜນການຕາມກະຊວງ ການເງິນມອບໃຫ້ຈຳນວນ 95 ຕື້ກີບ, ເທົ່າກັບ 102,41% ຂອງແຜນການປີ 2019, ເພີ່ມຂຶ້ນ 35,35%  ຂອງຂໍ້ມູນ ເດີນສໍາຫຼວດ ປີ 2019 ແລະເທົ່າກັບ 3,33% ຂອງ GDP ເຊິ່ງໄດ້ແບ່ງການ ຄຸ້ມຄອງຈັດເກັບຄື: ຂັ້ນແຂວງຄຸ້ມຄອງ 96,8 ຕື້ກີບ, ເທົ່າກັບ 89,66% ຂອງແຜນການ, ຂັ້ນເມືອງຄຸ້ມຄອງ 11 ຕື້ກວ່າກີບ, ເທົ່າກັບ 10,34% ຂອງແຜນການກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນປະຈຳແຕ່ລະເມືອງໄລຍະຜ່ານມາເພື່ອພ້ອມກັນຊອກຫາສາເຫດຈຸດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນສືບຕໍ່ປັບ ປຸງແກ້ໄຂໃຫ້ບັນລຸຕາມແຜນການໃນຕໍ່ໜ້າ.

----------------

#ຂຽນໂດຍວັດທະນາ ຫຼວງອາໄພ    
#
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511