ຜະລິດສິນຄ້າໝູນວຽນ ພາໃຫ້ຄອບຄົວມີລາຍຮັບດີຂຶ້ນ

 ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກໄປຕາມແນວທາງນະໂຍບາຍຂອງພັກແລະລັດວາງໄວ້ນັ້ນ, ປະຊາຊົນຄອບຄົວໜຶ່ງຢູ່ບ້ານທົ່ງຫວາຍ ເມືອງທ່າແຕງ ແຂວງເຊກອງ ໄດ້ຫັນເອົາການປູກ-ການລ້ຽງເປັນອາຊີບຫຼັກເພື່ອຜະລິດເປັນສິນຄ້າ, ສ້າງລາຍຮັບເຂົ້າສູ່ຄອບຄົວ, ທັງເປັນການສ້າງວຽກເຮັດງານທໍາໃຫ້ກັບສະມະຊິກພາຍໃນຄອບຄົວຢ່າງໝັ້ນທ່ຽງ.

 ທ້າວ ອາຍອນ ອາຍຸ 45 ປີ ປະຊາຊົນບ້ານທົ່ງຫວາຍ ເມືອງທ່າແຕງ ແຂວງເຊກອງ ໄດ້ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມເກັບກໍາຂໍ້ມູນ, ສໍາຫຼວດ, ຕິດຕາມ ກວດກາປ່າໄມ້ແຫ່ງຊາດໂດຍຊອກຫາທຸກສາເຫດຂອງການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເຊື່ອມໂຊມທີ່ມີຜົນກະທົບຕໍ່ພື້ນທີ່ຢູ່ບ້ານທົ່ງຫວາຍໃນວັນທີ 15 ກຸມ ພາຜ່ານມານີ້ວ່າ: ຄອບຄົວຂອງຕົນເປັນຄອບຄົວໜຶ່ງທີ່ຢຶດຖືການປູກ-ການລ້ຽງເປັນອາຊີບມາໄດ້ຫຼາຍປີແລ້ວນັບແຕ່ຄອບຄົວໄດ້ຍົກຍ້າຍອອກຈາກເມືອງກະລຶມມາແຕ່ປີ 1985 ມາຢູ່ບ້ານທົ່ງຫວາຍ ເມືອງທ່າແຕງ ເພື່ອຊອກຊ່ອງທາງ ຫາລາຍໄດ້ເຂົ້າສູ່ຄອບຄົວ ຊຶ່ງ ພາຍໃນຄອບຄົວມີສະມາຊິກທັງ ໝົດ 7 ຄົນ, ຍິງ 4ຄົນ, ໃນນີ້ມີແຮງ

ງານຕົ້ນຕໍ 3 ແຮງງານ, ສໍາຮອງມີ  2 ແຮງງານ, ໂດຍໄດ້ຖືເອົາການ ປູກ-ການລ້ຽງມາແຕ່ປີ 1985, ໂດຍມີດິນທໍາການຜະລິດທັງໝົດ 3 ຕອນ, ມີເນື້ອທີ່ທັງໝົດ 13 ເຮັກຕາ, ໃນເບື້ອງຕົ້ນໄດ້ເລີ່ມຈາກການເຮັດໄຮ່ປູກເຂົ້າໃນເນື້ອທີ່ດິນ 1 ເຮັກຕາ ເພື່ອແກ້ໄຂຊີວິດຂອງຄອບຄົວ ຊຶ່ງ ເຫັນວ່າຊີວິດການເປັນຢູ່ຂອງຄອບຄົວພົບຄວາມຫຍຸ້ງຍາກ-ສັບສົນ ຫຼາຍ, ເຂົ້້າບໍ່ກຸ້ມກິນ, ເຄື່ອງໃຊ້ຂອງ ສອຍໃນຄົວເຮືອນບໍ່ພຽງພໍ, ຈາກ ສະພາບຄວາມເປັນຈິງນັ້ນເມື່ອ ເຫັນວ່າເນື້ອທີ່ດິນຍັງວ່າງຢູ່ພາຍໃນຄອບຄົວຈິ່ງໄດ້ປຶກສາຫາລືກັບຄອບຄົວປູກກາເຟ, ໝາກແໜ່ງ,ແຂມ, ມັນຕົ້ນ, ຂີງດໍາ, ພືດຜັກອື່ນໆ, ຊັບຫວ່າງກັບການປູກເຂົ້າໄລຍະ ຫ່າງ 2 ແມັດ ເພື່ອໝູນວຽນສະຫຼັບກັນໄປໃນເນື້ອທີ່ດິນ 3 ຕອນດັ່ງກ່າວ.

 ນອກຈາກປູກພືດເປັນສິນຄ້າໝູນວຽນແລ້ວພາຍໃນຄອບຄົວຍັງໄດ້ລ້ຽງສັດປະເພດ: ຄວາຍມີ 10 ໂຕ, ງົວມີ 11 ໂຕໂດຍນໍາໃຊ້ແຫຼ່ງທຶນທີ່ເປັນກອບເປັນກຳຂອງ ຕົນເອງ ຊຶ່ງສາມາດສ້າງລາຍຮັບ ຈາກການຜະລິດສິນຄ້າໝູນວຽນ ແລະລາຍຮັບຈາກການລ້ຽງສັດ ເຂົ້າໃນຄອບຄົວປີໜຶ່ງໄດ້ 20 ລ້ານ ຫາ 30 ລ້ານກີບຕໍ່ປີ, ສະເລ່ຍໃສ່ ຫົວຄົນໃນຄອບຄົວໄດ້ 3 ຫາ 5 ລ້ານກ່ວາກີບຕໍ່ປີ, ຊຶ່ງເຮັດໃຫ້ຄອບ ຄົວມີຊີວິດການເປັນຢູ່ນັບມື້ດີຂຶ້ນ,  ປະຈຸບັນມີລົດໄຖນາເດີນຕາມ 1 ຄັນ, ລົດຈັກ 2 ຄັນ ແລະມີເຮືອນກໍ່ຊັ້ນດຽວໜຶ່ງຫຼັງ, ຍ້ອນຄວາມອົດ ທົນ, ດຸໝັ່ນຂະຫຍັນພຽນໃນການ ຜະລິດສິນຄ້າ ໂດຍຫັນເອົາທີ່ດິນທີມີຢູ່ເຂົ້າໃນການປູກແບບສະຫຼັບກັນໄປມາຈຶ່ງເຮັດໃຫ້ຄອບຄົວຂອງທ້າວ ອາຍອນ ມີລາຍຮັບທີ່ໝັ້ນທ່ຽງ, ເຮັດໃຫ້ຄອບຄົວໄດ້ມີຢູ່ມີກິນ ແລະ ກາຍເປັນຄອບຄົວທີ່ພົ້ນເດັ່ນຢູ່ພາຍໃນບ້ານທົ່ງຫວາຍເພື່ອຈະກ້າວເຂົ້າເປັນຄອບ ຄົວຕົວແບບໃນການຜະລິດສິນຄ້າໝູນວຽນ ພາໃຫ້ຄອບຄົວມີລາຍຮັບດີຂຶ້ນເທື່ອລະກ້າວ.

__________

ຂຽນໂດຍພອນ ບຸນອຸທິດ  
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ