ເຄແອນບີ ເລັ່ງຜະລິດສິນຄ້າຮ່ວມງານວາງສະແດງເຟີນິເຈີວຽງຈັນຄັ້ງທີ 5

  ເພື່ອປະກອບສ່ວນເຮັດໃຫ້ງານວາງສະແດງສິນຄ້າເຟີນີເຈີວຽງຈັນຄັ້ງທີ 5 ປະຈຳປີ 2020 ທີ່ຈະເປີດສາກຂຶ້ນຢ່າງເປັນທາງການໃນລະຫວ່າງເດືອນມີນານີ້ໃຫ້ມີບັນຍາກາດຄຶກຄັ ລະຫຼາກຫຼາຍສີສັນຂະນະນີ້ໂຮງງານເຄແອນບີເຟີນີເຈີກຳລັງເລັ່ງພະນັກງານຜະລິດເຄື່ອງເຟີນີເຈີຄົບວົງຈອນຫຼາຍກວ່າ 100 ລາຍການ ເພື່ອເຂົ້າງານດັ່ງກ່າວໂດຍຈະມີການຫຼຸດແລກແຈກແຖມເປັນພິເສດຢ່າງທີ່ບໍ່ເຄີຍມີມາກ່ອນເພື່ອເປັນການຄືນກຳໄລໃຫ້ກັບລູກຄ້າທີ່ມາຮ່ວມງານ.

 ທ່ານ ກອງມາລາ ພົມມະໄລ ຮອງປະທານສະມາຄົມເພີນີເຈີລາວທັງເປັນເຈົ້າຂອງໂຮງງານເຄແອນບີເຟີນີເຈີເປີດເຜີຍວ່າ: ເພື່ອປະຕິບັດຕາມທິດນະໂຍບາຍໃນການສົ່ງ ເສີມການຜະລິດເຄື່ອງເຟີນິເຈີໄມ້ລາວທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຜະລິດຕະພັນເພີນີເຈີໄມ້ລາວຫຼາຍຂຶ້ນໃຫ້ຜູ້ຜະລິດສາມາດເຂົ້າເຖິງຕະຫຼາດຈຳ ໜ່າຍສິນຄ້າໄດ້ທັງພາຍໃນແລະຕ່າງປະເທດກ້າວເຂົ້າໄປສູ່ການສ້າງຕາໜ່າງວາງສະແດງ-ຂາຍສິນຄ້າເພີນີເຈີກັບພາກພື້ນ ແລະ ສາກົນໃນອານາຄົດສະມາຄົມເພີນີເຈີລາວຈະຈັດງານວາງສະແເດງສິນຄ້າເຟີນີເຈີວຽງຈັນຄັ້ງທີ 5 ປະຈຳປີ 2020 ຂຶ້ນໃນລະຫວ່າງວັນທີ 21-29 ມັງກອນ 2020 ທີ່ສູນການຄ້າລາວ-ໄອເຕັກ ນະຄອນ ຫຼວງວຽງຈັນ.

 ແນວໃດກໍດີເພຶ່ອປະກອບສ່ວນເຮັດງານໃຫ້ງານວາງສະແດງດັ່ງກ່າວມີຄວາມໝາຍຄວາມສຳຄັນທັງສ້າງໃຫ້ມີບັນຍາກາດຄຶກຄັກກວ່າຫຼາຍຄັ້ງຜ່ານມາທ່ານ ກອງມາລາ ພົມມະໄລ ກ່າວວ່າ: ສະເພາະໂຮງງານເຄແອນບີເຟີນີເຈີເວລານີ້ກຳລັງເລັ່ງມືພະນັກງານກໍຄືນາຍຊ່າາຍໃນໂຮງງານໃຫ້ຜະລິດສິນຄ້າເຟີນີເຈີຫຼາຍກວ່າຮ້ອຍລາຍການ ທີ່ອອກແບບໃຫ້ມີຄວາມທັນສະໄໝສວຍງາມຮັກສາໄດ້ເອກະລັກຂອງຄວາມເປັນລາວເພື່ອເຂົ້າຮ່ວມງານວາງສະແດງດັ່ງກ່າວໂດຍຄາດວ່າຕະຫຼອດງານສິນຄ້າຂອງໂຮງ ງານຈະສາມາດມັດໃຈຜູ້ມາທ່ຽວຊົມໄດ້ເປັນຢ່າງດີທັງນີ້ໄດ້ຕັ້ງເປົ້າໝາຍຍອດຂາຍ 80% ຂອງສິນຄ້າທີ່ນຳເຂົ້າຮ່ວມວາງສະແດງ.

  ສຳລັບໂຮງງານເຄແອນບີເຟີນີເຈີແມ່ນເປັນຜູ້ຜະລິດສິນຄ້າເຄື່ອງເຟີນີເຈີທີ່ມີຄຸນນະພາບຄົບວົງຈອນຈາກໄມ້ເນື້ອແຂງຫາຍາກໂດຍໂຮງງານໄດ້ຮັບການສ້າງຕັ້ງຂຶ້ນມາແຕ່ປີ 1987 ນັບອາຍຸມາຮອດປະຈຸບັນນີ້ກໍປະມານ 30 ກວ່າປີແລ້ວ ແລະຖ້າຫາກທ່ານໃດທີ່ມີຄວາມສົນໃຈໃນສິນຄ້າກໍສາມາດໄປຢ້ຽມຊົມ ຫຼືສັ່ງຈອງໄດ້ທີ່ໂຮງງານຢູ່ບ້ານໂສກປ່າຫຼວງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໝາກເລກໂທລະສັບ 021 314 609 ຫຼື ຫົວໜ່ວຍໂຮງງານໃດທີ່ມີຄວາມສົນໃຈນຳສິນຄ້າຮ່ວມວາງສະແເດງສິນຄ້າເຟີນີເຈີວຽງຈັນຄັ້ງທີ 5 ກໍສາມາດພົວພັນໄດ້ທີ່ສະມາຄົມເຟີນີເຈີລາວໝາຍເລກ ໂທລະສັບ 021 720 454.

_______________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ