ລັດຖະບານໃຫ້ເລື່ອນງານສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ ແລະບຸນແຫ່ພະເຈົ້າອົງຫຼວງໄປກ່ອນ

 ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກຸມພາ 2020 ເຫັນດີໃຫ້ແຂວງຊຽງຂວາງເລື່ອນໄປກ່ອນສໍາລັບການສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ ແລະງານບຸນແຫ່ພະເຈົ້າອົງຫຼວງຂະນະທີ່ງານມະຫະກໍາກີລາແຫ່ງຊາດທີ XI ຫຼື ຊຽງຂວາງເກມທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ດ້ານຫຼັກການກອງປະຊຸມແມ່ນເຫັນດີແຕ່ໃຫ້ນໍາສະເໜີຂໍຄໍາເຫັນນໍາກອງປະຊຸມກົມການເມືອງສູນກາງພັກຕື່ມ.

 ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກຸມພາ 2020 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ແລະປິດລົງໃນຕອນບ່າຍວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະສະມາຊິກລັດຖະບານພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ພິຈາລະນາຫຼາຍບັນຫາສໍາຄັນຕ່າງໆ ໜຶ່ງໃນປະເດັນທຳອິດກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ຈາກຂະແໜງການທີ່ກ່ຽວຂ້ອງກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະມາດຕະການຮັບມືຕໍ່ການລະບາດ ແລະຜົນກະທົບຂອງການແຜ່ລະບາດພະຍາດອັກເສບປອດເຊື້ອຈຸ ລະໂລກສາຍພັນໃໝ່ (COVID-19).

  ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະມີຄວາມເປັນເອກະພາບສູງເພື່ອກໍານົດມາດຕະການແກ້ໄຂເປັນຕົ້ນ:

  - ມອບໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງເຊື້ອພະຍາດ COVID-19 ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ສະກັດກັ້ນ ແລະ ມີມາດຕະການຮັບມືຕໍ່ການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ, ສືບຕໍ່ປະຕິບັດບັນດາມາດຕະການທີ່ມີແລ້ວ, ພ້ອມທັງເຝົ້າລະວັງຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນບໍ່ໃຫ້ເກີດມີການແຜ່ລະບາດຢ່າງເດັດຂາດ;

  - ມອບໃຫ້ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງແຜນການ ແລະການລົງທຶນຈັດສໍາມະນາຮ່ວມກັບບັນດາຂະແໜງການໃນຂົງເຂດເສດຖະກິດ-ສັງຄົມທີ່ກ່ຽວຂ້ອງ, ສະຖາບັນຄົ້ນຄວ້າ ແລະ ພາກທຸລະກິດເພື່ອປະເມີນ ແລະ ຕີລາຄາຜົນກະທົບການລະບາດຂອງ COVID-19 ຕໍ່ເສດຖະກິດຂອງ ສປປ ລາວ ຢ່າງຮອບດ້ານ, ພ້ອມທັງສະເໜີມາດຕະການຮັບມືຕໍ່ຜົນກະທົບດັ່ງກ່າວໃຫ້ລະອຽດ, ແລ້ວລາຍງານລັດຖະບານພິຈາລະນາ;

  - ສໍາລັບການອອກວີຊ່າໃຫ້ນັກທ່ອງທ່ຽວໃຫ້ສືບຕໍ່ປະຕິບັດຕາມທີ່ໄດ້ແຈ້ງອອກຜ່ານມາໄປກ່ອນໄລຍະໜຶ່ງກ່ອນ, ເມື່ອໃດມີຄວາມພ້ອມທາງດ້ານຕ່າງໆແລ້ວຈຶ່ງສະເໜີລັດຖະບານພິຈາລະນາຕື່ມສໍາລັບວີຊ່າປະເພດອື່ນໆແມ່ນໃຫ້ສືບຕໍ່ປະຕິບັດຄືເກົ່າໂດຍໃຫ້ບັນດາແຂວງສົມທົບກັບຂະແໜງສາທາລະນະສຸກກວດກາສຸຂະພາບຂອງບັນດານັກທ່ອງທ່ຽວທີ່ໄດ້ເດີນທາງເຂົ້າມາລາວໃຫ້ດີ ແລະມີຄວາມຮັບປະກັນບໍ່ໄດ້ຜູ້ທີ່ຕິດເຊື້ອພະຍາດດັ່ງກ່າວເຂົ້າມາພາຍໃນປະເທດ;

 - ມອບໃຫ້ກະຊວງສຶກສາທິການ ແລະກີລາສົມທົບກັບກະຊວງການຕ່າງປະເທດແລະພາກສ່ວນກ່ຽວຂ້ອງສືບຕໍ່ປຸກລະດົມສຶກສາອົບຮົມໃຫ້ນັກສຶກສາລາວ ແລະຄົນລາວທີ່ເຮັດວຽກຢູ່ ສປ ຈີນ ໃຫ້ມີຄວາມອຸ່ນອ່ຽນ,ສືບຕໍ່ຢູ່ ສປ ຈີນ ໄປກ່ອນເພາະວ່າ ສປ ຈີນ ກໍ່ໄດ້ມີຄວາມເອົາໃຈໃສ່ເບິ່ງແຍງດູແລດີຢູ່ແລ້ວພ້ອມກັນນັ້ນກໍ່ໃຫ້ເອົາໃຈໃສ່ຕິດ ຕາມໃຫ້ກໍາລັງໃຈ ແລະໃຫ້ການຊ່ວຍເຫຼືອໃນການກິນຢູ່ປະຈໍາວັນຕາມຄວາມເໝາະສົມ.

  - ໃຫ້ສືບຕໍ່ລະດົມການຊ່ວຍເຫຼືອ ສປ ຈີນ ໃນດ້ານຕ່າງໆທີ່ ສປປ ລາວ ເຮົາສາມາດຊ່ວຍເຫຼືອໄດ້ໂດຍຮ່ວມກັບມູນລະນິທິຂອງ ສປ ຈີນ ປະຈໍາ ສປປ ລາວ;

  - ການຈັດງານມະຫະກໍາກີລາແຫ່ງຊາດທີ່ແຂວງຊຽງຂວາງ, ດ້ານຫຼັກການແມ່ນເຫັນດີ, ແຕ່ໃຫ້ນໍາສະເໜີຂໍຄໍາເຫັນນໍາກອງປະຊຸມກົມການເມືອງສູນກາງພັກຕື່ມ, ສໍາລັບການສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ ແລະງານບຸນແຮ່ພະເຈົ້າອົງຫຼວງແມ່ນໃຫ້ເລື່ອນໄປກ່ອນ;

   - ໃຫ້ກະຊວງອຸດສາຫະກໍາ ແລະການຄ້າສືບຕໍ່ໍຊຸກຍູ້ການນໍາເຂົ້າ-ສົ່ງອອກສິນຄ້າໂດຍສະເພາະກັບ ສປ ຈີນ, ຖ້າມີບັນຫາໃດຂ້ອງຄາກໍ່ໃຫ້ຮີບຮ້ອນປຶກສາຫາລືແກ້ໄຂເພື່ອບໍ່ໃຫ້ການນໍາສົ່ງສິນຄ້າເຂົ້າ-ອອກ ຢຸດສະງັກ.

---------------------

ຂຽນໂດຍກົມປະຊາສຳພັນ ຫສນຍ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ