ກຸ່ມໄຊຍະວົງ ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ 2019

  ບໍລິສັດ ກຸ່ມໄຊຍະວົງຈຳກັດຜູ້ດຽວເປັນບໍລິສັດທີ່ດຳເນີນທຸລະກິດກ່ຽວກັບການສະໜອງອຸປະກອນການປະປາຄົບວົງຈອນເຊັ່ນ: ທໍ່ນໍ້າ, ວາວ, ເຄື່ອງກອງ ນໍ້າ, ປໍ້ານໍ້າ ແລະອື່ນໆໂດຍຕະຫຼອດການດຳເນີນທຸລະກິດໃນໄລຍະຜ່ານມາບໍລິສັດໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດສິ່ງດັ່ງກ່າວໄດ້ເຮັດໃຫ້ບໍລິສັດໄດ້ຮັບຫຼາຍໆ ລາງວັນໃນຜ່ານມາ ແລະຫຼ້າສຸດເມື່ອວັນ ທີ 14 ກຸມພາຜ່ານມາ ບໍລິສັດກໍໄດ້ຖືກຄັດເລືອກໃຫ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ 2019.

  ທ່ານ ລັງກອນ ໄຊຍະວົງ ປະທານທີ່ປຶກສາບໍລິສັດກຸ່ມໄຊຍະວົງຈຳກັດຜູ້ດຽວໃຫ້ສຳພາດວ່າ: ສ້າງຕັ້ງຂຶ້ນໃນປີ 2001 ໂດຍດຳເນີນທຸລະກິດກ່ຽວກັບການສະໜອງອຸ ປະກອນການປະປາຄົບວົງຈອນເຊັ່ນທໍ່ນໍ້າ, ອຸປະກອນ, ວາວ, ເຄື່ອງກອງນໍ້າ, ປໍ້ານໍ້າ ແລະອື່ນໆໂດຍລູກຄ້າຂອງບໍລິສັດມີທັງລູກຄ້າໂຄງການ, ຕົວແທນຈຳໜ່າຍ ແລະລູກຄ້າຍ່ອຍເຊັ່ນ: ລັດວິສາຫະກິດນໍ້າປະປາທົ່ວປະເທດ, ຊົນລະປະທານ, ບໍລິິສັດກໍ່ສ້າງເຈົ້າຂອງໂຄງການ, ຮ້ານຕົວແທນຈຳໜ່າຍ, ໂຄງການຂຸດຄົ້ນບໍ່ແຮ່, ເຂື່ອນ ແລະອື່ນໆ.

  ພາຍຫຼັງທີ່ດຳເນີນທຸລະກິດມາຫຼາຍປີເຫັນວ່າຄວາມຕ້ອງການນຳໃຊ້ຜະລິດຕະພັນຂອງລູກຄ້າຍັງມີສູງດັ່ງນັ້ນມາຮອດປີ 2016 ຄະນະບໍລິຫານບໍລິສັດຈຶ່ງຕັດສິນໃຈສ້າງຕັ້ງໂຮງງານອຸດສາຫະກຳໂຕໂຢລາວ ຈຳກັດຜູ້ດຽວຂຶ້ນໂດຍຜະລິດທໍ່ນໍ້າເຊັ່ນທໍ່ PVC, uPVC, HDPE, PPR ແລະອຸປະກອນທໍ່ HDPE ຈຸດປະສົງການສ້າງຕັ້ງໂຮງງານກໍ່ເພື່ອເປັນການຫຼຸຸດຕົ້ນທຶນການນຳເຂົ້າສິນຄ້າຈາກຕ່າງປະເທດ ແລະຮັບປະກັນການສົ່ງສິນຄ້າໄດ້ໄວຂຶ້ນ.

  ທ່ານ ລັງກອນ ໄຊຍະວົງ ກ່າວຕື່ມວ່າ: ຄຽງຄູ່ກັບການດຳເນີນທຸລະກິດມາຕະຫຼອດໄລຍະເວລາເກືອບ 20ປີ ບໍລິສັດໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ພ້ອມທັງສ້າງວຽກເຮັດງານທຳໃຫ້ຊາວໜຸ່ມລາວ, ສຳລັບລາງວັນທີ່ໄດ້ຮັບໃນຄັ້ງນີ້ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ແລະເປັນກຽດຍ່າງຍິ່ງທີ່ພັກລັດແລະສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວທີ່ໄດ້ຄັດເລືອກກຸ່ມໄຊຍະວົງຮັບລາງວັນດັ່ງກ່າວຊຶ່ງມີຄວາມໝາຍສຳຄັນຕໍ່ບໍລິສັດ, ຜະລິດຕະພັນ ແລະ ການບໍລິ ການຂອງພວກເຮົາ.

____________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ