ເຕືອນລະວັງກ່ອນຮັບ-ຈ່າຍເງິນ ຫຼັງພົບທະນະບັດ 50 ພັນກີບປອມທີ່ຄຳມ່ວນ

  ປະຈຸບັນໄດ້ມີກຸ່ມຄົນບໍ່ດີລັກລອບປອມແປງທະນະບັດປະເພດໃບ 50 ພັນກີບ ອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມດ້ວຍຮູບການນຳເອົາທະນະບັດແທ້ໄປສຳເນົາສີໃສ່ເຈ້ຍ A4 ທຳມະດາເຮັດໃຫ້ມີສີສັນລວດລາຍຄ້າຍຄືກັນກັບທະນະບັດແທ້ສະນັ້ນຈຶ່ງແຈ້ງໃຫ້ມີສະຕິລະວັງຕົວໃນການຮັບ-ຈ່າຍທະນະບັດໃບ 50 ພັນກີບ.

  ອີງຕາມແຈ້ງການຫ້ອງການທະນາຄານແຫ່ງ ສປປ ລາວ ເລກທີ 45/ຫກ ລົງວັນທີ 17 ກຸມພາ 2020 ໃຫ້ຮູ້ວ່າ: ໄດ້ມີກຸ່ມຄົນບໍ່ດີຈໍານວນໜຶ່ງປອມແປງທະນະບັດໃບ 50 ພັນກີບ ເຮັດໃຫ້ມີສີສັນລວດລາຍຄ້າຍຄືກັນກັບທະນະບັດແທ້ປະຈຸບັນເຈົ້າໜ້າທີ່ໄດ້ກວດພົບເຫັນຢູ່ເມືອງຫີນບູນ ແຂວງຄຳມ່ວນ ເລກລຳດັບ AW 40780 60, AZ6904475 ແລະ AZ 9832262 ສະນັ້ນກ່ອນຮັບ-ຈ່າຍທະນະບັດຕ້ອງເບິ່ງໃຫ້ລະອຽດໂດຍມີວິທີຂັ້ນພື້ນຖານດ້ວຍຕົວເອງຄືເຈ້ຍພິມທະນະບັດແມ່ນຜະ ລິດຈາກຝ້າຍ 100% ແທ້ເມື່ອເອົາມືສຳຜັດຈະຮູ້ສຶກຫຍາບຊາ,ມີຄວາມທົນທານຕໍ່ອາກາດຖ້າເປັນເງິນປອມເອົາມືສຳຜັດຈະຮູ້ສຶກໝື່ນ,ບໍ່ທົນທານຕໍ່ອາກາດຄວາມປຽກຊຸ່ມ, ສ່ວນ ຄໍາຂວັນ: ສາທາລະນະລັດ ປະຊາທິ ປະໄຕປະຊາຊົນລາວ ຮູບປະທານໄກສອນ ພົມວິຫານ ຢູ່ດ້ານໜ້າທະນະບັດຕົວເລກມູນຄ່າ 0000 ຢູ່ດ້ານລຸ່ມເບື້ອງ ຊ້າຍເມື່ອສໍາຜັດປາຍນິ້ວຈະຮູ້ສຶກສະດຸດມືຖ້າເປັນເງິນປອມຈະບໍ່ຮູ້ສຶກສະດຸດມື.

  ນອກນັ້ນຮູບລາຍນໍ້າປະທານໄກສອນ ພົມວິຫານ ເປັນຮູບດຽວກັບຮູບທີ່ຢູ່ດ້ານໜ້າຂອງທະນະບັດຝັງຢູ່ໃນເນື້ອເຈ້ຍສາມາດເບິ່ງເຫັນໄດ້ຊັດເຈນທັງດ້ານໜ້າ ແລະດ້ານຫຼັງເມື່ອຍົກສ່ອງໃສ່ກັບສະຫວ່າງຖ້າເປັນເງິນປອມເປັນຮູບດ້ວຍມຶກສີດຽວຈະບໍ່ຝັງໃນເນື້ອເຈ້ຍຈະເຫັນເປັນຮູບແຕ້ມທຳມະດາ ແລະເມື່ອເອົາມາສ່ອງໃສ່ແສງສີມ່ວງເຄື່ອງ ໝາຍຊາດ, ຮູບທາດຫຼວງ, ສປປ ລາວ ຕົວເລກມູນຄ່າ 0000 ຢູ່ເທິງຂວາດ້ານ ຂວາທະນະບັດ, ເສັ້ນໄຍສັງເຄາະສີຟ້າ ແລະສີແດງຈະເຮືອງແສງຖ້າເປັນເງິນປອມແມ່ນຈະບໍ່ເຮືອງແສງ.

  ດັ່ງນັ້ນຈຶ່ງແຈ້ງມາເພື່ອຊາບ ແລະມີສະຕິລະວັງຕົວບໍ່ຫຼົງເຊື່ອຕໍ່ການໂຄສະນາຊວນເຊື່ອໃນຮູບແບບຕ່າງໆຂອງກຸ່ມບໍ່ດີທີ່ຈະສ້າງປັ່ນປວນໃນສັງຄົມຖ້າພົບເຫັນການນຳໃຊ້ທະນະບັດປອມເຂົ້າການຊຳລະສະສາງຊື້ສິນຄ້າກະລຸນາແຈ້ງເຈົ້າໜ້າທີ່ຕຳຫຼວດ ຫຼືໂທແຈ້ງກົມເງິນຕາ021 213119 ທະນາຄານແຫ່ງ ສປປ ລາວ ແລະທະນາຄານທຸລະກິດທຸກແຫ່ງໃນທົ່ວປະເທດ.

____________

ຂຽນໂດຍພງຕາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ