ຫາລືສ້າງມູນຄ່າໄມ້ສັກລາວ ເພື່ອຊ່ວຍພັດທະນາທ້ອງຖິ່ນ

  ໃນລະຫວ່າງວັນທີ 19-20 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ກະຊວງກະສິກໍາ ແລະປ່າໄມ້ໄດ້ຈັດກອງປະຊຸມເວທີສົນທະນາການພັດທະນາຕ່ອງໂສ້ມູນຄ່າໄມ້ສັກແບບຍືນຍົງເພື່ອພັດທະນາທ້ອງຖິ່ນແບບຍືນຍົງໂດຍການເຂົ້າຮ່ວມຂອງທ່ານ ຈັນສະໝອນ ພົງອຸດົມ, ຮອງຫົວໜ້າສະຖາບັນຄົ້ນຄວ້າ ກປ ແລະ ພັດທະນາຊົນນະ ບົດ ທ່ານ Hwan-ok Ma ຜູ້ຕາງໜ້າຫ້ອງການການຄ້າໄມ້ເຂດຮ້ອນ (ITTO), ທ່ານjirasak Chukwamdee ຜູ້ຕາງໜ້າຈາກກົມປ່າໄມ້ປະເທດໄທ, ມີບັນ ດາຜູ້ຕາງໜ້າຈາກກະຊວງອາຫານ ແລະກະສິກໍາສະຫະພັນເຢຍລະມັນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ການຈັດກອງປະຊຸມຄັ້ງນີ້ເພື່ອເປີດໂອກາດໃຫ້ມີການສົນທະນາກ່ຽວກັບກາລະໂອກາດ ແລະສິ່ງທ້າທາຍຕ່າງໆ, ໃນການພັດທະນາຕ່ອງໂສ້ມູນຄ່າຂອງໄມ້ສັກໃນລາວໃຫ້ມີຄວາມຍືນຍົງໂດຍການທົບທວນບົດຮຽນ ແລະ ປະສົບການຜ່ານມາຈາກການສົ່ງເສີມຄຸ້ມຄອງ ແລະ ຈັດສັນໄມ້ສັກໃຫ້ມີຄວາມຍືນຍົງລະຫວ່າງພາກລັດ, ເອກະຊົນ ແລະກຸ່ມຊາວກະສິກອນໂດຍສະເພາະແມ່ນການສົ່ງເສີມທາງດ້ານວິຊາການ (ແນວພັນ, ການຈັດການ,ການປຸງແຕ່ງ ແລະເພີ່ມມູນຄ່າທາງດ້ານເສດຖະກິດໃຫ້ກຸ່ມຊາວ ກະສິກອນຂອງບັນດາປະເທດໃນຕອນລຸ່ມແມ່ນໍ້າຂອງມີຄວາມຍືນຍົງ, ຊຶ່ງໃນກອງປະຊຸມ ຄັ້ງທີ 53 ຂອງສະພາການຄ້າໄມ້ເຂດຮ້ອນສາກົນທີ່ໄດ້ຈັດຢູ່ປະເທດເປລູໃນປີ 2017 ໄດ້ເຫັນດີສະໜັບສະໜູນກ່ຽວກັບຫົວຂໍ້ເພີ່ມທະວີການຄຸ້ມຄອງໄມ້ສັກພາຍໃຕ້ແຜນງານຂອງອົງການໆຄ້າໄມ້ເຂດຮ້ອນສາກົນ (ITTO) ເພື່ອປັບປຸງການຈັດສັນຄຸ້ມຄອງ ແລະການຕະຫຼາດຂອງໄມ້ສັກໃນທໍາມະຊາດ ແລະໃນສວນປູກຂອງບັນດາປະເທດໃນ 3 ທະວີບ, ເນື່ອງຈາກວ່າໄມ້ສັກມີຄວາມສໍາຄັນທາງດ້ານເສດຖະກິດໂລກ ແລະມີທ່າແຮງໃນການປະກອບສ່ວນໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວ ແລະສ້າງລາຍຮັບໃຫ້ແກ່ຊາວກະສິກອນໃນການປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ.

  ໂດຍໄດ້ຮັບການສະໜັບສະໜູນຂອງລັດຖະບານຈາກກະຊວງອາຫານ ແລະກະສິກໍາ,ສະຫະພັນເຢຍລະມັນ,ໂດຍໄດ້ໃຫ້ທຶນໃນໄລຍະທີ່ 1 ໃນການສຶກສາຄົ້ນຄວ້າການຄຸ້ມຄອງຈັດສັນໄມ້ສັກໃນ 5 ປະເທດລຸ່ມແມ່ນໍ້າຂອງຄື: ກໍາປູເຈຍ, ມຽນມ່າ, ໄທ, ຫວຽດນາມ ແລະ ລາວ ແລະ ມີ 3 ກິດຈະກໍາຫຼັກທີ່ຈະໄດ້ສຸມໃສ່ຄື: ປົກປັກຮັກສາຄວາມຫຼາກຫຼາຍທາງດ້ານພັນທຸກໍາໄມ້ສັກ, ພ້ອມທັງສະໜັບສະໜູນຊາວກະສິກອນຂະໜາດນອ້ຍໂດຍການສ້າງສວນສາທິດ, ການຝຶກອົບຮົມໃນພາກສະໜາມ ແລະການແລກປ່ຽນຂໍ້ມູນຂ່າວສານ, ຄວາມຮູ້, ການສ້າງເຂື່ອຄ່າຍ, ການພັດທະນານະໂຍບາຍ ແລະການຄຸ້ມຄອງຈັດສັນປ່າໄມ້ສັກແບບຍືນຍົງໃນພາກພື້ນ ແລະສາກົນ, ຊຶ່ງກິດຈະກໍາດັ່ງກ່າວໄດ້ຈັດຕັ້ງປະຕິບັດຢູ່ແຂວງຫຼວງພະບາງ ແລະແຂວງໄຊຍະບູລີ, ຊຶ່ງມີໄລຍະເວລາ 3 ປີ (2019-2021).

 ໄມ້ສັກເປັນໄມ້ທໍາມະຊາດຊະນິດໜຶ່ງທີ່ຢູ່ໃນບູລິມະສິດຂອງລາວ, ໄມ້ສັກທໍາມະຊາດໃນລາວມີເນື້ອທີ່ທັງໝົດ 70 ພັນເຮັກຕາ, ໃນປີ1970, ມາຮອດປີ 2010 ມີເນື້ອທີ່ເພີ່ມຂຶ້ນປະມານ 1.500  ຮັກຕາ, ສ່ວນໃຫຍ່ແມ່ນກະຈາຍຢູ່ເຂດປ່າສະຫງວນແຂວງໄຊຍະບູລີ, ນອກຈາກປ່າທໍາມະຊາດແລ້ວ, ໄມ້ສັກໄດ້ມີການປູກຫຼາຍໃນເຂດພາກເໜືອຂອງລາວ, ໂດຍສະເພາະຢູ່ແຂວງຫຼວງພະບາງ ແລະແຂວງບໍ່ແກ້ວຊຶ່ງມີເນື້ອທີ່ປະມານ 36 ພັນເຮັກຕາ, ໂດຍຊາວກະສິກອນຂະໜາດນ້ອຍໃນເຂດນີ້ໄດ້ເພິ່ງ ພາອາໄສສວນປູກໄມ້ສັກເພື່ອສ້າງລາຍຮັບຕໍ່ການດໍາລົງຊີວິດຂອງເຂົາເຈົ້າ.

____________

ຂຽນໂດຍ: ຟ້າ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ