ໜ່ວຍພັກກົມຄຸ້ມຄອງສະຖາບັນການເງິນສຳເລັດກອງປະຊຸມໃຫຍ່ຄັ້ງທີ II

  ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 18 ກຸມພາ 2020 ທີ່ຫ້ອງປະຊຸມໃຫຍ່ ທຫລ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ອາລຸນ ບຸນຍົງ ເລຂາໜ່ວຍພັກ-ຫົວໜ້າກົມຄຸ້ມຄອງສະຖາບັນການເງິນໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພຸດທະໄຊ ສີວິໄລ ຄະນະປະຈຳພັກ ທຫລ-ຮອງ ຜູ້ວ່າການທຫລ; ສະຫາຍ ພາ ນຸສັກ ແກ່ນວົງພະຈັນ ຄະນະພັກ ທຫລ, ຫົວໜ້າກົມຈັດຕັ້ງ ແລະພະນັກງານ ທຫລ, ພ້ອມນີ້ກໍ່ມີບັນດາສະຫາຍຜູ້ຕາງໜ້າໜ່ວຍພັກ ແລະ ະມາຊິກພັກເຂົ້າ ຮ່ວມ.

  ໃນກອງປະຊຸມ, ສະຫາຍ ອາລຸນ ບຸນຍົງ ເລຂາໜ່ວຍພັກໄດ້ນໍາສະເໜີບົດລາຍງານການເມືອງຊຶ່ງໜ່ວຍພັກໄດ້ຮັບການສ້າງຕັ້ງຂຶ້ນໃນທ້າຍປີ 2010 ມີບົດບາດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະຜູ້ວ່າການ ທຫລ ໃນການຊີ້ນຳໆພາວຽກງານຄຸ້ມຄອງຕິດຕາມກວດກາຄວາມໝັ້ນຄົງ ແລະ ຍືນຍົງຂອງບັນດາສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ; ປະຈຸບັນມີສະມາຊິກພັກທັງໝົດ 17 ສະຫາຍ ແລະ ໃນຕະຫຼອດໄລຍະ 5 ປີ ແຫ່ງການຊີ້ນໍາໆພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຄະນະພັກ-ຄະນະຜູ້ວ່າການ ທຫລ, ຄະນະໜ່ວຍພັກຍາມໃດກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວພະນັກງານສະມາຊິກພັກເປັນບັນຫາສໍາຄັນຕົ້ນຕໍດ້ວຍຫຼາຍຮູບການພ້ອມທັງຖືເອົາວຽກງານນີ້ສອດຫ້ອຍເຂົ້າໃນທຸກການເຄື່ອນໄຫວວຽກງານຕົວຈິງອັນເຮັດໃຫ້ສະພາບແນວຄິດຂອງທຸກຄົນມີຄວາມອຸ່ນອ່ຽນທຸ່ນທ່ຽງ,ເຊື່ອໝັ້ນຕໍ່ການນໍາພາຂອງພັກ,ມີການຫັນປ່ຽນທີ່ຕັ້ງໜ້າກວ່າ ເກົ່າມີສະຕິຕໍ່ການຈັດຕັ້ງຫ້າວຫັນໃນການປະຕິບັດວຽກງານຢ່າງເປັນເຈົ້າການ ແລະມີຜົນສໍາເລັດເປັນຢ່າງດີ.

   ຄະນະໜ່ວຍພັກໄດ້ນໍາພາສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງສະຖາບັນການເງິນສ້າງເງື່ອນໄຂອຳນວຍຄວາມສະດວກໃນການລະດົມສະຖາບັນການເງິນນອກລະບົບທີ່ບໍ່ທັນຖືກຕ້ອງຫັນເຂົ້າສູ່ລະບົບ ແລະອອກອະນຸຍາດສ້າງຕັ້ງສະຖາບັນການເງິນໃໝ່ເພີ່ມຂຶ້ນທາງດ້ານປະລິມານຄຸນນະພາບຈຳນວນ 60 ແຫ່ງ ປະ ຕິບັດໄດ້ 100%, ປະຈຸບັນສະຖາບັນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ ມີທັງໝົດ 177 ແຫ່ງ, ເຜີຍແຜ່ຄວາມຮູ້ພື້ນຖານທາງດ້ານການເງິນໃຫ້ຫຼາຍພາກ ສ່ວນລວມທັງສະຖາບັນການສຶກສາ 54 ຄັ້ງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 16.200 ເທື່ອຄົນສຳເລັດການຈັດຝຶກອົບຮົມສຳມະນາ 80 ກວ່າຄັ້ງ ມີຜູ້ເຂົ້າຮ່ວມ 9.106 ເທື່ອຄົນ, ຕິດຕາມກວດກາ ແລະ ແກ້ໄຂສະພາບປາກົດການຫຍໍ້ທໍ້ໃນທົ່ວລະບົບສະຖາບັນການເງິນທີ່ໄດ້ຮັບອະນຸຍາດຈາກ ທຫລ ຢ່າງເຂັ້ມງວດ 115 ແຫ່ງ, ລົງກວດກາສຸກເສີນສະຖາບັນການເງິນທີ່ມີຄວາມສ່ຽງໃນການດຳເນີນງານ 12 ແຫ່ງ, ແກ້ໄຂສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ 2 ແຫ່ງທີ່ມີບັນຫາໂດຍສະເໜີຂັ້ນເທິງແຕ່ງຕັ້ງຄະນະສະເພາະກິດລົງຕິດຕາມຢ່າງໃກ້ສິດ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອດໍາເນີນການແກ້ໄຂຊໍາລະສະສາງໄປຕາມລະບຽບຫຼັກການ ແລະລາຍງານຂໍທິດຊີ້ນຳຈາກຂັ້ນເທິງຢ່າງເປັນປົກກະຕິ.

  ພ້ອມດຽວກັນ, ຄະນະໜ່ວຍພັກໄດ້ນໍາພາພັດທະນາລະບົບບໍລິຫານສະຖາບັນການເງິນຫັນໄປສູ່ທັນສະໄໝສ້າງ ແລະ ພັດທະນານິຕິກຳ, ພັດທະນາລະບົບການ ບໍລິຫານ ແລະກໍ່ສ້າງພື້ນຖານໂຄງລ່າງເປັນເຈົ້າການລະດົມທຶນຊ່ວຍເຫຼືອລ້າຈາກສາກົນໂຄງການ MRA-AFP 8,59 ລ້ານເອີໂຣ ແຕ່ປີ 2015-2018 ແລະ ສືບຕໍ່ໂຄງການໄລຍະ 5 ແຕ່ປີ 2019-2021 ມີ 4 ລ້ານເອີໂຣ, ສ້າງເງື່ອນໄຂ ແລະ ຊ່ວຍເຫຼືອທາງດ້ານວິຊາການໃນການຫັນກອງທຶນຈຳນວນໜຶ່ງມາເປັນສະ ຫະກອນສິນເຊື່ອ ແລະ ເງິນຝາກປະຢັດຢ່າງເຕັມຮູບແບບປະຕິບັດໄດ້ 100% ແລະ ມາຮອດເດືອນກັນຍາ 2019  ມີທະນາຄານບ້ານທີ່ຢູ່ພາຍໃຕ້ການສະໜັບ ສະໜູນຂອງໂຄງການ 712 ກອງທຶນບ້ານ, ມີສະມາຊິກທັງໝົດ1,06 ແສນບັນຊີ, ຍອດເງິນຝາກ 315 ຕື້ກວ່າກີບ ມີຍອດເງິນກູ້ 288 ຕື້ກວ່າກີບ ສາມາດ  ຮັກສາໜີ້ບໍ່ເກີດດອກອອກຜົນສະເລ່ຍຂອງທະນາຄານບ້ານຢູ່ໃນລະດັບ 3,43% ຂອງຍອດສິນເຊື່ອທັງໝົດຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ, ໜ່ວຍພັກຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຮັບການປັບປຸງແກ້ໄຂ, ກອງປະຊຸມຍັງຜ່ານທິດທາງ ແລະໜ້າທີ່ຕົ້ນຕໍໃນໄລຍະ 5 ປີຕໍ່ໜ້າຕື່ມອີກ.

 ບັນດາຜູ້ແທນກອງປະຊຸມຍັງໄດ້ຕັ້ງໜ້າປະກອບຄໍາຄິດຄໍາເຫັນຢ່າງຕົງໄປຕົງມາ, ພາວະວິໃສ ແລະມີປະຊາທິປະໄຕເພື່ອເຮັດໃຫ້ບົດລາຍງານການເມືອງ ແລະທິດ ທາງລວມ, ແຜນການໃນຕໍ່ໜ້າມີຄວາມສົມບູນຍິ່ງໆຂຶ້ນ ແລະ ໃນເວລາຕໍ່ມາກໍ່ໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ໂດຍແມ່ນສະຫາຍ ອາລຸນ ບຸນຍົງ ໄດ້ຮັບການເລືອກຕັ້ງເປັນເລຂາໜ່ວຍພັກ;ສະຫາຍ ວິໄລມິດ ອັກຄະວົງ ເປັນຮອງເລຂາແລະສະຫາຍ ພັນທະບູນ ໄຊຍະເພັດ ເປັນຜູ້ກວດກາໜ່ວຍພັກ ແລະກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ 4 ສະຫາຍ ແລະສໍາຮອງ 1 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ                       ທຫລ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

  ຈາກນັ້ນ, ສະຫາຍຮອງເລຂາຄະນະພັກ ທຫລ ໄດ້ຕີລາຄາສູງຕໍ່ການຊີ້ນໍາໆ ພາໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງຄະນະໜ່ວຍພັກ-ສະມາ ຊິກ ແລະພະນັກງານຂອງກົມຄຸ້ມຄອງສະຖາບັນການເງິນໃນຜ່ານມາ ແລະຍັງເນັ້ນໃຫ້ເສີມຂະຫຍາຍຜົນງານທີ່ພົ້ນເດັ່ນ, ສືບຕໍ່ສຶກສາອົບຮົມທາງດ້ານການເມືອງ -ແນວຄິດ ແລະຄວາມສາມັກຄີໃຫ້ດີຂຶ້ນກວ່າເກົ່າ,ເພີ່ມສະຕິລະວັງຕົວໃນການຕ້ານ ແລະສະກັດກັ້ນທຸກກົນອຸບາຍຂອງພວກຄົນບໍ່ດີກໍ່ຄືປາກົດການຫຍໍ້ທໍ້ບໍ່ໃຫ້ເກີດ ຂຶ້ນ, ສືບຕໍ່ເພີ່ມທະວີນໍ້າໃຈເສຍສະຫຼະເພື່ອຜົນປະໂຫຍດລວມຂອງຊາດ, ຂອງລວມໝູ່ໃຫ້ສູງພ້ອມທັງຍົກສູງຈິດໃຈປະຢັດ ແລະຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ປາກົດຜົນເປັນຈິງ.

-----------------

ຂຽນໂດຍ: ຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ