ຫຼວງນໍ້າທາ ຍົກລະດັບຄູຝຶກວຽກງານ ແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

  ເມື່ອບໍ່ດົນມານີ້ກະຊວງຍຸຕິທຳໄດ້ຝຶກອົບຮົມຄູຝຶກວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໃຫ້ພະນັກງານຂົງເຂດຍຸຕິທຳແຂວງຫຼວງນໍ້າທາໂດຍການເປັນປະທານ ທ່ານ ນາງ ມະລີພອນ ນາບຸນແພງ ຫົວໜ້າພະແນກຍຸຕິທຳແຂວງຫຼວງນໍ້າທາ, ເຂົ້າຮ່ວມໂດຍທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມ ສົ່ງເສີມລະບົບຍຸຕິທຳ, ກະຊວງຍຸຕິ ທຳພ້ອມດ້ວຍພະນັກງານຈາກກະຊວງຍຸຕິທຳ, ມີສຳມະນາກອນຈາກຂົງເຂດຍຸຕິທຳ 5 ເມືອງເຂົ້າຮ່ວມ.

  ຊຸດຝຶກອົບຮົມຄັ້ງນີ້ສຳມະນາກອນໄດ້ຮຽນຮູ້ກ່ຽວກັບຄວາມໝາຍຄວາມສຳຄັນ, ຈຸດປະສົງຂອງການຝຶກອົບຮົມບົດບາດແລະໜ້າທີ່ຂອງຄູຝຶກຄວາມຮັບຮູ້ກ່ຽວກັບການ ແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະຄະນະແກ້ໄຂຂໍ້ຂັດແຍ່ງ, ຂໍ້ຂັດແຍ່ງ ແລະສາເຫດທີ່ພາໃຫ້ເກີດຂໍ້ຂັດແຍ່ງ, ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານການຍື່ນຄໍາຮ້ອງ, ການຮັບຄຳຮ້ອງ,ການຄົ້ນຄວ້າການກະກຽມການແກ້ໄຂ,ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານການດຳເນີນການແກ້ໄຂຂໍ້ຂັດແຍ່ງ ແລະໄດ້ຈັດເປັນກຸ່ມເພື່ອເຮັດທົດລອງການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະຕິດຕາມການທົດລອງຂອງແຕ່ລະກຸ່ມ, ແນະນໍາກ່ຽວກັບການດໍາເນີນການແກ້ໄຂຂໍ້ຂັດແຍ່ງ, ສືບຕໍ່ແນະນໍາກ່ຽວກັບການດຳເນີນການແກ້ ໄຂຂໍ້ຂັດແຍ່ງ, ບົດ ຮຽນຂອງການໄກ່ເກ່ຍຂໍ້ຂັດແຍ່ງຊຸມຊົນບັນດາປະເທດ.

 ທັງນີ້ກໍເພື່ອເປັນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈເປັນເອກະພາບທາງດ້ານທິດສະດີ ແລະ ລະບຽບການຂອງການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ຍົກສູງຄວາມສາ ມາດໃຫ້ແກ່ຄະນະແກ້ໄຂຂໍ້ຂັດ ແຍ່ງຂັ້ນບ້ານ ໃນການປະຕິບັດພາ ລະບົດບາດ ແລະໜ້າທີ່ຂອງຕົນເພື່ອຮັບປະກັນການແກ້ໄຂຂໍ້ຂັດ ແຍ່ງທີ່ເກີດຂຶ້ນຢູ່ພາຍໃນບ້ານຢ່າງມີປະສິດຕິພາບ ແລະປະສິດທິຜົນການຝຶກອົບຮົມວຽກງານແກ້ໄຂ ຂໍ້ຂັດແຍ່ງຂັ້ນບ້ານໝາຍເຖິງການ ສ້າງຄວາມຮັບຮູ້, ຄວາມເຂົ້າໃຈທາງດ້ານທິດສະດີ ແລະພືດຕິກໍາກ່ຽວກັບການແກ້ໄຂຂໍ້ຄຂັດແຍ່ງໃຫ້ແກ່ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານທັງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການຈັດຕັ້ງປະຕິບັດລັດຖະທຳມະນູນກົດໝາຍ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈວຽກງານຍຸຕິທຳຮາກຖານໂດຍສະເພາະວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານແນໃສ່ຍົກສູງຄຸນນະພາບຂອງວຽກງານໃຫ້ດີຂຶ້ນເປັນກ້າວໆ.

_____________

ຂຽນໂດຍອຸ້ມ ສົມນໍວັນ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ