ປາກທາແຈ້ງ ຫ້າມບໍລິໂພກງົວ, ຄວາຍ ຫຼັງພົບພະຍາດປາກເປື່ອຍລົງເລັບລະບາດ

 ເມືອງປາກທາ ແຂວງບໍ່ແກ້ວ ແຈ້ງການໃຫ້ໜ່ວຍຂ້າສັດປ້ອນຕະຫຼາດ, ບັນດາພໍ່ຄ້າຊາວຂາຍບໍ່ໃຫ້ບໍລິໂພກຈຳໜ່າຍ, ຍ້າຍສັດງົວ, ຄວາຍ, ແບ້ ແລະໝູເນື່ອງຈາກພົບເຫັນພະຍາດປາກເປື່ອຍລົງເລັບກຳລັງມີການແຜ່ລະບາດດັ່ງນັ້ນຈຶ່ງຈຳເປັນສະກັດກັ້ນຄວບຄຸມພ້ອມທັງເຂັ້ມງວດເຝົ້າລະວັງຕິດຕາມພະຍາດບໍ່ໃຫ້ອອກສູ່ວົງກວ້າງ.

  ອີງຕາມແຈ້ງການຂອງຫ້ອງວ່າການປົກຄອງເມືອງປາກທາສະບັບເລກທີ 28/ຫວມ ປາກທາ ລົງວັນທີ 13 ກຸມພາ 2020 ຮູ້ວ່າ: ເນື່ອງຈາກວ່າພະຍາດປາກເປື່ອຍລົງເລັບເປັນພະຍາດຊະນິດໜຶ່ງທີ່ມີຄວາມຮ້າຍແຮງສຳລັບສັດເລັບຄູ່ທຸກຊະນິດໂດຍສະເພາະແມ່ນງົວ, ຄວາຍ, ແບ້ ແລະ ໝູຍ້ອນສາເຫດດັ່ງກ່າວນີ້ຈຳເປັນຕ້ອງມີມາດຕະການເຝົ້າລະວັງປ້ອງກັນເພື່ອບໍ່ໃຫ້ພະຍາດແຜ່ລະບາດອອກສູ່ວົງກວ້າງໂດຍບໍ່ໃຫ້ໜ່ວຍຂ້າສັດ, ພໍ່ຄ້າຊາວຂາຍຢູ່ພາຍໃນເມືອງຫ້າມເຄື່ອນຍ້າຍ, ຈຳໜ່າຍນຳເຂົ້າ-ສົ່ງອອກສູ່ຕະຫຼາດຢ່າງເດັດຂາດຈົນກວ່າພະຍາດຈະຢຸດເຊົາພ້ອມນັ້ນຍັງໄດ້ແຕ່ງຕັ້ງໜ່ວຍງານລ້ຽງສັດ ແລະ ການປະມົງ, ສະຖານີບໍລິການເຕັກນິກກະສິກຳ ແລະ ປ່າໄມ້ ເປັນເຈົ້າການປະສານສົບທົບກັງອົງການປົກຄອງບ້ານສັດຕະວະແພດບ້ານຈັດຕັ້ງໂຄສະນາເຜີຍແຜ່ແນະນຳເອົາໃຈໃສ່ຮັກສາສຸຂະພາບສັດແບບລ້ຽງອະນາໄມການປ້ອງ ກັນ, ສະກັດກັ້ນ ແລະການ ປິ່ນປົວສັດເຈັບເພື່ອເປັນການຊອກທາງວິທີແກ້ໄຂທັນເວລາ.

  ເມື່ອພົບເຫັນກໍລະນີສົງໄສວ່າສັດເປັນພະຍາດຕ້ອງແຈ້ງໃຫ້ວິຊາການລົງຕິດຕາມກວດເບິ່ງອາການ ຫຼືຕິດຕໍ່ພົວພັນ ທ່ານ ເງິນທະວີ ດວງສຸລິຍາ ພະນັກງາຫ້ອງການກະສິກຳ ແລະປ່າໄມ້ເມືອງໂທ 020 55173517 ເພື່ອກວດກາເກັບກຳຂໍ້ມູນສາເຫດຕາມຫຼັກວິຊາການດ້ານລະບາດວິທະຍາເກັບຊິ້ນສ່ວນຕົງຢ່າງໄປກວດຢູ່ຫ້ອງວິໄຈກົມລ້ຽງສັດຖ້າບຸກຄົນໃດຈຳໜ່າຍຊິ້ນສ່ວນສັດເລັບຄູ່ເຈົ້າໜ້າທີ່ກວດພົບເຫັນແມ່ນຈະໄດ້ມອບຜົນເສຍຫາຍໃຫ້ຜູ້ກະທຳຜິດທັງໝົດພ້ອມມາດຳເນີນຕາມລະບຽບກົດ ໝາຍ.

____________

ຂຽນໂດຍແພງຕາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ