ມອບ-ຮັບໜ້າທີ່ຫົວໜ້າດ່ານສາກົນນໍ້າກັ່ນ

 ປະຕິບັດຕາມຂໍ້ຕົກລົງຂອງຂັ້ນເທິງ ແລະປະຕິບັດຕາມລະບຽບພະນັກງານ-ລັດຖະກອນ ໃນວັນທີ 14 ກຸມພາ 2020 ທີ່ດ່ານສາກົນນໍ້າກັ່ນ ເມືອງໜອງແຮດ ແຂວງຊຽງຂວາງ ໄດ້ມີພິທີມອບ-ຮັບໜ້າທີ່ຫົວໜ້າດ່ານສາກົນນໍ້າກັ່ນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ໂດຍການເປັນປະທານຂອງ ທ່ານ ພັນເອກ ບຸນລົດ ຄຳແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຮອງຫົວໜ້າພະແນກການ, ອົງການ ແລະພະນັກງານທີ່ປະຈຳຢູ່ດ່ານເຂົ້າຮ່ວມ.

  ພິທີດັ່ງກ່າວ ທ່ານ ພັນໂທ ທອງເດືອງ ຈັນທະລາວົງ ຫົວໜ້າດ່ານສາກົນນໍ້າກັ່ນກໍ່ໄດ້ຂຶ້ນລາຍງານການຊີນຳ-ນຳພາການ ຈັດຕັ້ງປະຕິບັດເຄື່ອນໄຫວໜ້າທີ່ວຽກງານຂອງດ່ານສາກົນນໍ້າກັ່ນແຕ່ປີ 2012 ເຖິງ 2019 ໄດ້ຍົກໃຫ້ເຫັນມີຫຼາຍວຽກງານທີ່ພົ້ນເດັ່ນ ເປັນຕົ້ນແມ່ນພະນັກງານທີ່ມາຈາກພາກສ່ວນຕ່າງໆມາປະຈຳຢູ່ດ່ານມີຄວາມສາມັກຄີແໜ້ນແຟ້ນ,ອາຄານໄດ້ຮັບການປັບປຸງກໍ່ສ້າງ,ພະນັກງານມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ,ການກວດກາເຂັ້ມງວດການຈັດເກັບລາຍຮັບເປັນລະບົບ.

 ຈາກນັ້ນກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຫົວໜ້າດ່ານສາກົນນໍ້າກັ່ນ ລະຫວ່າງຜູ້ເກົ່າ ແລະຜູ້ໃໝ່ໂດຍທ່ານ ພັນໂທ ທອງເດືອນ ຈັນທະລາວົງ ຫົວໜ້າດ່ານສາກົນນໍ້າກັ່ນ (ຜູ້ເກົ່າ) ແລະທ່ານ ພັນໂທ ແພງວັນ ເພັດວົງກົດ ຫົວໜ້າດ່ານສາກົນນໍ້າກັ່ນ (ຜູ້ໃໝ່).

------------------

ຂຽນໂດຍບຸນມີ ແສງທຸມມີ  
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ