ເປີດງານຕະຫຼາດນັດແຮງງານ 8 ແຂວງພາກເໜືອ

  ໃນລະຫວ່າງວັນທີ 13-15 ກຸມພາ 2020 ທີ່ນະຄອນຫຼວງພະບາງ ໄດ້ມີງານຕະຫຼາດນັດແຮງງານ,ການແຂ່ງຂັນສີມືແຮງງາ ລະງານວາງສະແດງຜະລິດພັນແຮງງານຈາກ 8 ແຂວງພາກເໜືອໂດຍການເຂົ້າຮ່ວມເປີດງານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ການຈັດງານດັ່ງກ່າວເພື່ອແນໃສ່ພັດທະນາສີມືແຮງງານ, ພ້ອມທັງເປັນການເປີດໂອກາດ ແລະເອື້ອອຳນວຍຄວາມສະດວກໃຫ້ຜູ້ທີ່ກຳລັງຊອກວຽກເຮັດງານທຳ ແລະຜູ້ຕ້ອງການແຮງງານໄດ້ມີເວທີພົບປະກັນເພື່ອກ້າວໄປສູ່ການເຂົ້າເຖິງການມີວຽກເຮັດງານທຳໃນຕຳແໜ່ງງານຕ່າງໆ ແລະ ການໄດ້ມາຊຶ່ງກຳລັງແຮງງານທີ່ມີຄຸນນະ ພາບຖືກຕາມຍຸດທະສາດຂອງການເຮັດວຽກທີ່ມີຄຸນຄ່າ ແລະເປັນທຳສ້າງເງື່ອນໄຂໃຫ້ຜູ້ອອກແຮງງານໄດ້ຮັບການພັດທະນາສີມືແຮງງານດີຂຶ້ນ ແລະເປັນການແລກ ປ່ຽນບົດຮຽນ,ປະສົບການ ແລະການນຳໃຊ້ຫົວຄິດປະດິດສ້າງໃນການສ້າງຜະລິດພັນຂອງແຕ່ລະທ້ອງຖິ່ນ.

------------ 

 ທັງເປັນໂອກາດອັນດີໃຫ້ແກ່ພາກສ່ວນຕ່າງເຂົ້າເຖິງຂໍ້ມູນ-ຂ່າວສານຕະຫຼາດແຮງງານໃນ 8 ແຂວງພາກເໜືອ ແລະຂົງເຂດໃກ້ຄຽງນຳມາເຊິ່ງການກະຕຸກຊຸກຍູ້ການສ້າງວຽກເຮັດງານທຳການແລກປ່ຽນບົດຮຽນ ແລະ ປະສົບການດີໆຂອງການເປັນຜູ້ປະກອບການໃນຂະແໜງຫັດຖະກຳອຸດສາຫະກຳຂະໜາດນ້ອຍ ແລະ ກາງ, ການຮັບສະໝັກ ແລະບັນຈຸແຮງງານເຂົ້າໃນຕຳແໜ່ງງານທີ່ເໝາະສົມເພື່ອຊ່ວຍດັດສົມຄວາມຕ້ອງການແຮງງານ ແລະການສະໜອງກຳລັງແຮງງານ,ຊ່ວຍສ້າງຄວາມສົມດຸນຂອງກໍາລັງແຮງງານໃນຂະແໜງເສດຖະກິດຕິດພັນກັບການຫັນເປັນອຸດສາຫະກຳ ແລະທັນສະໄໝການຄວບຄຸມອັດຕາການຫວ່າງງານໃຫ້ຫຼຸດຈາກ 9,4% ແລະ ຊຸກຍູ້ສົ່ງເສີມການສ້າງພື້ນຖານໃຫ້ແກ່ອາຊຽນເປັນຕະຫຼາດໜຶ່ງດຽວກັນ.

____________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ