ການລົງທຶນລວມເຊກອງບັນລຸເກືອບ 600 ຕື້ກີບ

  ໃນປີ 2019 ຜ່ານມາ ແຂວງເຊກອງ ສາມາດລະດົມແຫຼ່ງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງທັງໝົດ 579,27 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 81 ,02% ຊຶ່ງປະກອບດ້ວຍ 4 ແຫຼ່ງທຶນຄື: ໂຄງການລົງທຶນຂອງລັດ, ການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແລະການລົງທຶນສິນເຊື່ອຂອງທະນາຄານ.

ອີງຕາມການເປີດເຜີຍຂອງ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນໍາເສດຖະກິດຂັ້ນແຂວງໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນປີ 2019 ຜ່ານມາການລົງທຶນລວມທົ່ວສັງຄົມປະຕິບັດໄດ້ 579,27 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ພຽງ 81,02% ຊຶ່ງປະກອບດ້ວຍ 4ແຫຼ່ງທຶນສໍາຄັນຄື: ການລົງທຶນຂອງລັດສະພາແຫ່ງຊາດ ແລະສະພາປະຊາຊົນແຂວງໄດ້ອະນຸມັດງົບປະມານທັງໝົດຈຳນວນ 123,19 ຕື້ກີບ ຫຼືເທົ່າກັບ 16,40% ຂອງການລົງທຶນທັງໝົດເພື່ອຊຳລະໃຫ້ຈຳນວນ 358 ໂຄງ ການໃນນັ້ນຈັດສັນໃສ່ໂຄງການສຳເລັດ 100% ເປັນໜີ້ 151 ໂຄງການມູນຄ່າ 16,59 ຕື້ກີບໂຄງການສືບຕໍ່ 126 ໂຄງການມູນຄ່າ 38,30 ຕື້ກີບ; ທຶນສົມທົບຕ່າງປະເທດ 12 ໂຄງການມູນຄ່າ 0,6 ຕື້ກີບ; ໂຄງການສະເໜີໃໝ່ 69 ໂຄງການມູນຄ່າ 67,70 ຕື້ກີບ.

 ສ່ວນການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດຍັງສືບຕໍ່ເປັນແຫຼ່ງທຶນຕົ້ນຕໍທີ່ກະຕຸກຊຸກຍູ້ໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງຊຶ່ງໃນປີ 2019 ມີນັກທຸລະກິດເອກະຊົນພາຍໃນ ແລະຕ່າງປະເທດເຂົ້າລົງທຶນພາຍໃນແຂວງເຊກອງທັງໝົດ 13 ໂຄງການມີມູນຄ່າຕາມສັນຍາ 5,66 ລ້ານໂດລາສະຫະລັດ ຫຼືເທົ່າກັບ 48,10 ຕື້ກີບ ໃນນັ້ນການລົງທຶນຂອງພາກເອກະຊົນພາຍໃນມີ 8 ໂຄງການມີມູນຄ່າ 23,08 ຕື້ກີບ ແລະການລົງທຶນຂອງພາກເອກະຊົນຕ່າງປະເທດ 5 ໂຄງການມູນຄ່າ 25,02 ຕື້ກີບ.

  ນອກນັ້ນຍັງມີທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ເປັນແຫຼ່ງທຶນທີ່ສຳຄັນໃນການປະກອບສ່ວນພັດທະນາໂດຍສະເພາະແມ່ນຂົງເຂດວັດທະນະທໍາ-ສັງຄົມໃນປີຜ່ານມາປະຕິບັດໄດ້ທັງໝົດ 30 ໂຄງການມູນຄ່າ 7,97 ລ້ານໂດລາສະຫະລັດ ຫຼືເທົ່າກັບ 63,82 ຕື້ກີບ,ໃນນັ້ນຂະແໜງໂຍທາທິການ-ຂົນສົ່ງມີ 7 ໂຄງການມຸນຄ່າ 36,20 ຕື້ກີບ, ຂະແໜງກະສິກໍາ-ປ່າໄມ້ 6 ໂຄງການມູນຄ່າ 5,05 ຕື້ກີບ, ຂະແໜງສຶກສາທິການ ແລະກີລາ 8 ໂຄງການມູນຄ່າ 9,82 ຕື້ກີບ; ຂະ ແໜງສາທາລະນະສຸກ ມີ 6 ໂຄງການມູນຄ່າ 2,65 ຕື້ກີບ ແລະຂະແໜງອື່ນໆ10 ໂຄງການມູນຄ່າ 10,08 ຕື້ກີບ ແລະແຫຼ່ງທຶນສຸດທ້າຍແມ່ນການລົງທຶນສິນເຊື່ອຂອງທະນາຄານຍອດສິນເຊື່ອທົ່ວລະບົບທະນາຄານບັນລຸ 391 ຕື້ກີບທຽບໃສ່ແຜນປີປະຕິບັດໄດ້ເກີນແຜນຢູ່ 9,21%ເປັນມູນຄ່າ 33ຕື້ກວ່າກີບກວມເອົາ 52.04% ຂອງການລົງທຶນທັງໝົດ.

_______________

ຂຽນໂດຍ: ສັນຍາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ