ສຳນັກຂ່າວຕ່າງປະເທດ ລາຍງານວ່າ ຜົນການຄົ້ນຄວ້າ ຊຶ່ງໄດ້ຈັດພີມໃນວາລະສານນິເວດ ວິທະຍາ Ecological Appli cations ສະແດງໃຫ້ເຫັນວ່າໝີ ຂົ້ວໂລກເລີ່ມຈ່ອຍແຫ້ງ ແລະມີລູກ ໜ້ອຍລົງ ຊຶ່ງທັງສອງຢ່າງລ້ວນ ແຕ່ກ່ຽວຂ້ອງກັບການລະລາຍ ຂອງນໍ້າກ້ອນຂົ້ວໂລກ.
ທ່ານ ຄຣິດທິນ ໄລເດີ, ອາຈານສອນວິຊາການປະມົງ ແລະ ສັດນໍ້າຈາກມະຫາວິທະຍາໄລວໍຊິງ ຕັນ ແລະທີມງານສຳລັບຕິດຕາມໝີຂົ້ວໂລກເພດຍິງທີ່ໃຫຍ່ເຕັມທີ່ ຢູ່ເທິງອ່າວແບຟຟິນ ບໍລິເວນຊາຍ ຝັ່ງທິດຕາເວັນຕົກຂອງເກາະກຣີນ ແລນ ແບ່ງອອກເປັນ 2 ໄລຍະຄືຊ່ວງປີ 1990-1999 ແລະ 2010-2019.
ທ່ານ ໄລເດີ ພົບວ່າໃນລະຫວ່າງປີ 2009-2015, ໝີຂົ້ວໂລກໄດ້ໃຊ້ເວລາຢູ່ເທິງໜ້າດິນ ຫຼາຍກວ່າທີ່ພວກມັນເຄີຍໃຊ້ໃນ ຊ່ວງປີ 1991-1997 ເຖິງ 30 ວັນ, ເພາະວ່າກ້ອນນໍ້າກ້ອນຂົ້ວ ໂລກລະລາຍໃນອັດຕາທີ່ວ່ອງໄວ ແລະເລີ່ມມີການລະລາຍໄວກວ່າ 23-29 ປີກ່ອນໃນໄລຍະທີ່ນໍ້າກ້ອນຢູ່ເທິງເກາະຫຼຸດລົງໝີຂົ້ວ ໂລກຈະເຄື່ອນຍ້າຍໄປສູ່ພື້ນທີ່ໃກ້ໆ ແລະລໍຖ້າຈົນກ່ວານໍ້າກ້ອນໜາຂຶ້ນ ແລະຈາກນັ້ນຈະກັບໄປລ່າແມວນໍ້າຢູ່ເທິງເກາະອີກຄັ້ງນ້ັນໝາຍຄວາມ ວ່າຍິ່ງໝີຂົ້ວໂລກອົບພະຍົບໄປຢູ່ ເທິງພື້ນດິນພວກມັນຈະອ່ອນແອ ລົງ, ຈະຈ່ອຍແຫ້ງຍ້ອນວ່າບໍ່ສາ ມາດຫາອາຫານໄດ້.
ຈາກການປະເມີນຜົນຂອງໝີ ຂົ້ວໂລກ 352 ໂຕ ທີມງານພົບ ວ່າໝີຂົ້ວໂລກນ້ອຍກວ່າ 50 ໂຕ ທີ່ຕຸ້ຍພີ ແລະສິ່ງສຳຄັນທີ່ເຮັດໃຫ້ ໝີຂົ້ວໂລກຈ່ອຍລົງນັ້ນແມ່ນນໍ້າກ້ອນຂົ້ວໂລກທີ່ຫຼຸດລົງໂດຍນັກຄົ້ນຄວ້າພົບວ່າໃນປີທີ່ມີນໍ້າກ້ອນຂົ້ວ ໂລກມີໜ້ອຍໝີຂົ້ວໂລກຈະນໍ້າໜັກ ຫຼຸດລົງ, ນອກຈາກນີ້ສຸຂະພາບຂອງແມ່ໝີທີ່ເສື່ອມໂຊມຍັງສົ່ງຜົນກະທົບຕໍ່ການເກີດຂອງລູກໝີຂົ້ວໂລກອີກດ້ວຍ.
ທ່ານ ໄລເດີ ພົບວ່າຖ້າເກາະມີແຜ່ນນໍ້າກ້ອນແຜ່ລາມຢ່າງກວ້າງຂວາງໝີແມ່ຈະເກີດລູກປະມານ 2 ໂຕ ຊຶ່ງເປັນຕົວເລກທຳມະດາແຕ່ດຽວນີ້ແມ່ໝີທີ່ຈ່ອຍ ລົງຈະເຮັດໃຫ້ເກີດລູກໜ້ອຍກວ່ານັ້ນ, ຖ້າພວກເຮົາຍັງບໍ່ສາມາດຢຸດພາວະໂລກຮ້ອນໃນໄວໆນີ້ປະຊາກອນໝີຂົ້ວໂລກຍິ່ງຈະຫຼຸດລົງຕື່ມອີກ.