ຫົວເຫວີຍກຽມຕັ້ງຖານການຜະລິດໃນເອີຣົບ ສ້າງຄວາມເຊື່ອໝັ້ນຄວາມປອດໄພ 5ຈີ

 ບໍລິສັດຫົວເຫວີຍຊຶ່ງເປັນບໍລິສັດໂທລະຄົມນາຄົມລາຍໃຫຍ່ ຂອງ ສປ ຈີນ ເປີດເຜີຍວ່າບໍລິສັດໄດ້ຕັດສີນໃຈທີ່ຈະຕັ້ງຖານການຜະລິດສິນຄ້າທີ່ໃຊ້ເທກໂນໂລຊີ 5ຈີ ຂຶ້ນໃນເອີຣົບເພື່ອທີ່ຈະມີຜະລິດຕະພັນທີ່ໃຊ້ເທກໂນໂລຊີ 5ຈີ ທີ່ຜະລິດຂຶ້ນໃນເອີຣົບຢ່າງແທ້ຈິງ

  ທ່ານອັບຣາຮຳຫຼິວຫົວໜ້າຜູ້ແທນຂອງຫົວເຫວີຍປະຈຳສະຖາບັນສະຫະພາບເອີຣົບ (IFC) ກ່າວວ່າບໍລິສັດມີສະຖານທີ່ສຳລັບຕັ້ງເປັນຖານການຜະລິດຢູ່ແລ້ວໃນໃຈ ແລະກຳລັງດຳເນີນການຢູ່ໃນຂະນະນີ້

ເມື່ອນັກຂ່າວຂອງສຳນັກຂ່າວຊິນຮວາຖາມວ່າການຕັດສີນໃຈຄັ້ງນີ້ຈະເພີ່ມຄວາມໝັ້ນໃຈໃຫ້ກັບ ເອີຣົບໃນດ້ານຄວາມປອດໄພຂອງຜະລິດຕະພັນຫົວເຫວີຍ ຫຼື ບໍ່ນັ້ນ ນາງ ວິວຽນ ເຣດິງອະດີດ ຮອງປະທານຄະນະກຳມາທິການເອີຣົບ ຕອບວ່າ “ແມ່ນແນ່ນອນ” ເນື່ອງຈາກການຜະລິດຈະເປັນໄປຕາມກົດເກນຂອງເອີຣົບ ແລະຈະເພີ່ມຄວາມໜ້າເຊື່ອຖືໄດ້ຢ່າງແທ້ຈິງ.