ໄວຣັດໂຄໂຣນາເຮັດສະເທືອນ “GOT7” ເລື່ອນຄອນເສີດ

 ເລື່ອນຄອນເສີດໃນອາຊີ ທັງໃນ ສປ ຈີນ ລວມເຖິງປະເທດໄທ ອີກດ້ວຍສໍາລັບວົງ “GOT7”  ທີມີແພລນຄອນເສີດໃນຊວງເດືອນ ກຸມພານີ້ຫຼາຍແຫ່ງກະທົບກັນທັງ ທົ່ວໂລກກັບໄວຣັດໂຄໂຣນາທີ່ລະ ບາດໜັກ.

  ເມື່ອບໍ່ດົນມານີ້ໂຟຣ໌ໂນລ໊ອກ ຜູ້ຈັດຄອນເສີດ GOT7 2020 WORLD TOUR “KEEP SPINNING” IN BKK ທີ່ຈະ ຈັດຂຶ້ນໃນລະຫວ່າງ 15-16 ກຸມພາ 2020 ຣາຊມັງຄລາໄດ້ປະ ກາດເລື່ອນການຈັດງານແລ້ວ ໂດຍຫວັ່ນການແຜ່ລະບາດໄວຣັດ ໂຄໂຣນາທີ່ຮຸນແຮງ  ແລະຂະຫຍາຍ ກວ້າງຫຼາຍຂຶ້ນໃນຕອນນີ້.

  ໂດຍຜູ້ຈັດງານກໍໄດ້ມີການໂພສຂໍ້ຄວາມຜ່ານທາງອິນສຕາ ແກຣນປະກາດຂໍເລື່ອນຈັດຄອນ ເສີດດັ່ງກ່າວອອກໄປເພາະຄໍານຶງ ຄວາມປອດໄພດ້ານສຸຂະພາບຂອງ ຜູ້ເຂົ້າຊົມການສະແດງ ແລະຫຼັງ ຈາກມີການໂພສຂໍ້ຄວາມລົງໄປ ກໍມີແຟນໆ ແລະຊາວເນັດເຂົ້າມາສະແດງຄວາມຄໍາຫັນວ່າດີແລ້ວທີ່ທາງຜູ້ຈັດງານເລື່ອນຄອນເສີດ ເພາະໂລກຈະບໍ່ໄດ້ແຜ່ລະບາດໄປ ຫຼາຍກວ່ານີ້, ທັງນີ້ຜູ້ຈັດຈະແຈ້ງ ກໍານົດການຄອນເສີດໃຫ້ຮູ້ອີກເທື່ອ ໜຶ່ງສໍາລັບໃຜທີ່ບໍ່ສາມາດເບິ່ງຄອນ ເສີດໃນກໍານົດການໃໝ່ໄດ້ສາມາດ ເຮັດເລື່ອງຮັບເງິນຄືນໄດ້.