ຟູຈິຟິມເປີດໂຕກ້ອງຄອມແພກດິໄຊງາມ ລຸ້ນເອັກຊ100 ວີ

  ເປີດໂຕອອກມາແລ້ວກັບ ກ້ອງ Fujifilm X100V ກ້ອງ ຄອມແພກສະຕາຍກ້ອງຟິມ ຊຶ່ງຕ້ອງບອກວ່າຮອບນີ້ຕົວກ້ອງງາມ ຄືເກົ່າຊຶ່ງລຸ້ນນີ້ເປັນລຸ້ນທີ່ສະເປັກໃກ້ຄຽງກັບລຸ້ນ  X-T30  ເພາະໃຊ້ ເຊນເຊີ X-Trans  CMOS IV ຄວາມລະອຽດ 26 ລ້ານພິກເຊລ ແລ້ວຍັງມາພ້ອມເລນທີ່ປັບປຸງໃໝ່ ໃນໄລຍະ 23mm f/2 ທີ່ຄຸນນະພາບນັ້ນດີຂຶ້ນກວ່າລຸ້ນເກົ່າທີ່ຄຸນນະພາບຈະດີຂຶ້ນຫຼາຍໆເວລາຖ່າຍ ໃກ້ໆ ແລະຕົງຂອບ.

 ດ້ານຊ່ອງມອງພາບຍັງຄົງໃສ່ ທັງ Electronic View Finder ແລະOptical View Finder ທີ່ເຮັດໜ້າທີ່ເໝືອນກ້ອງຟິມໃນປະຈຸບັນເລີຍ.

   ດ້ານງານວິດີໂອຍັງມາພ້ອມ ກັບການຖ່າຍວິດີໂອແບບ 4K ພ້ອມ F-Log ທີ່ສາມາດຖ່າຍແບບ Internal ໄດ້ເລີຍບອກໄດ້ວ່າຄັກ ແທ້ໆສຳລັບກ້ອງຄອມແພກການ ຖ່າຍພາບຕໍ່ເນື່ອງນັ້ນສາມາດຖ່າຍ ໄດ້ສູງສຸດທີ່ 20 FPS ປັບປຸງ ແບັດເຕີຣີໃຫ້ໃຫ້ທົນທານຫຼາຍຂຶ້ນ ແລະສາມາດກັນລະອອງນໍ້າລະອອງຝຸ່ນໄດ້ເມື່ອໃສ່ AR-X100 Filter Ring ທີ່ດ້ານໜ້າເລນ.

ລາຄາຂອງ Fujifilm X100V ນັ້ນຢູ່ທີ່ 1.399 ໂດລາສະຫະລັດ  ພ້ອມວາງຈຳໜ່າຍໃນທ້າຍເດືອນ                                                   ກຸມພາ.