20 ສາວງາມຜ່ານເຂົ້າຮອບປະກວດ ນາງສາວ ນວ 2020

  ການຄັດເລືອກນາງສາວ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2020 ຮອບ 20 ຄົນ ແລະ ເປີດໂຕມົງກຸດເພັດຈາກຮ້ານຄຳພູວົງ ລວມທັງ 3 ມົງກຸດທີ່ຊົງຄຸນຄ່າລວມມຸນຄ່າ 150 ລ້ານກີບ, ໄດ້ຈັດຂຶ້ນໃນວັນທີ 15 ກຸມພາຜ່ານມາທີ່ໂຮງແຮມແລນມາກແມ່ຂອງຣິເວີໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວນະ ຄອນຫຼວງວຽງຈັນ, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ປະທານ ບໍລິສັດ ກຣິດຕະພົງກຣຸບ ຈໍາກັດ, ທັງເປັນປະທານໂຄງການປະກວດນາງສາວນະຄອນຫຼວງວຽງຈັນ, ມີນາງສາວ, ຮອງນາງສາວ ນະຄອນຫຼວງວຽງຈັນ, ຜູ້ສະໜັບໜູນ ແລະສື່ມວນຊົນເຂົ້າຮ່ວມ.

  ປະທານໂຄງການປະກວດນາງສາວນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການຄັດເລືອກເອົາສາວງາມ ນະຄອນຫຼວງວຽງຈັນ ເຂົ້າຮອບ 20 ຄົນ ໄດ້ດໍາເນີນມາເປັນເວລາ ຫຼາຍວັນ, ຊຶ່ງຈຸດປະສົງຂອງການປະກວດແມ່ນເນັ້ນໃສ່ການຮັກສາຮີດຄອງປະເພນີ ແລະວັດທະນະທຳຂອງຊາດລາວ, ສົ່ງເສີມຄວາມຮູ້ຄວາມສາມາດກ້າສະແດງອອກຂອງໄວໜຸ່ມແມ່ຍິງລາວທີ່ພຽງ ພ້ອມຄວາມງາມ ແລະຄວາມຮູ້ທີ່ທັນສະໄໝເພື່ອຮັບໃຊ້ປະເທດຊາດ ໂດຍສະເພາະນະຄອນຫຼວງວຽງຈັນ, ສ່ວນຜູ້ທີ່ຄອງຕຳແໜ່ງນາງ ສາວນະຄອນຫຼວງວຽງຈັນ 2020 ຈະໄດ້ຮັບລາງວັນເງິນສົດ 20 ລ້ານກີບ, ມົງກຸດເພັດ ຈາກຮ້ານຄຳພູ ວົງມູນຄ່າ 50 ລ້ານກີບ, ສາຍສະພາຍປະຈຳຕຳແໜ່ງ ແລະລາງວັນ ອື່ນໆອີກ.

 ສໍາລັບສາວງາມທີ່ຜ່ານເຂົ້າຮອບ 20 ຄົນໃນຄັ້ງນີ້ປະກອບມີ: 1 MVT07 ນາງ ສາວຝົນນາລີ ສຸຂະຜົນ, 2 MVT04 ທິບພະສອນ ຫົງຄຳ, 3 MVT08 ວາດສະ ໜາ ສິມມະກອນ, 4 MVT29 ສັນທະນາ ໂພທິເສນ, 5 MVT20 ທິບພາພອນ ວິໄລສຸກ, 6 MVT15 ຈັນນະພາ ນວນແສງສີ, 7 MVT30 ອາລັນຍາ ສູນມາ ລາ, 8 MVT01 ປາມີ້ ຄຳໄຊຍະວົງ, 9 MVT12 ພາວະດີ ອຸດົມພົງ, 10 MVT10 ນໍ້າເຜິ້ງ ວົງສາ,11 MVT22 ຂັນແກ້ວ ສີທະວົງ, 12 MVT17 ວາດ ສະໜາ ສົດສະຫວັນ, 13 MVT23 ວິສຸດາ ຈັນທະສອນ, 14 MVT24 ການຈະນາ ວິລະກຸນ,15 MVT25 ສຸກສະຫວັນພອນ ຫານຊະນະ, 16 MVT11 ສິລິພາພອນ ວໍລະຈັກ, 17 MVT13 ວຽງສາຄອນ ສູນດາລາ, 18 MVT26 ສຸດາລັດ ພິລາໄຊ, 19 MVT03 ນັນຕາລີ ທະນົນໄຊ ແລະ20 MVT16 ນາງ ສາວ ພະທິດາ ສີຫາບັນທົມ, ໂດຍບັນດານາງສາວທີ່ຜ່ານເຂົ້າຮອບນີ້ຈະໄດ້ໄປເກັບໂຕຮ່ວມກັນເພື່ອເຮັດກິດຈະກໍາຕ່າໆ, ທ່ານສາມາດຕິດຕາມການເຄື່ອນໄຫວຂອງພວກເຂົາໄດ້ຕະຫຼອດທີ່ເຟສບຸກ Miss Vientiane ນາງສາວ ນະຄອນຫຼວງວຽງຈັນ, ຊຶ່ງມື້ຕັດສິນຮອບສຸດທ້າຍຈະມີຂຶ້ນໃນວັນທີ 28 ມີນາ 2020 ນີ້.

______________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ