ໄປທ່ຽວຊົມປ່າສະຫງວນແຫ່ງຊາດ ນໍ້າການ-ພູຜາແດງທີ່ແຂວງບໍ່ແກ້ວ

  ແຂວງບໍ່ແກ້ວ ເປັນແຂວງ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ, ພູຜາປ່າໄມ້ອັນດົກໜາຂຽວງາມອຸ່ມທຸ່ມປົກຄຸມໄປທົ່ວບໍລິເວນຈຶ່ງເຮັດໃຫ້ອາກາດເຂດນັ້ນສົດຊື່ນ ແລະຊຸ່ມເຢັນດ, ເປັນແຂວງທີ່ອຸດົມສົມບູນໄປດ້ວຍ ແກ້ວແຫວນເງິນຄໍາ ທີ່ໄດ້ຄົ້ນພົບ ແຮ່ໄພລິນສີສັນສວຍສົດງົດງາມ ໃນບໍລິເວນແຄມຝັ່ງແມ່ນໍ້າຂອງ ດິນແດນແຫ່ງນີ້, ຈຶ່ງໃສ່ຊື່ວ່າແຂວງ ບໍ່ແກ້ວ, ນອກຈາກນີ້ ແຂວງບໍ່ແກ້ວ ຍັງອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ ແລະ ພູຜາປ່າໄມ້ນໍາອີກ, ເປັນຕົ້ນແມ່ນ ປ່າສະຫງວນແຫ່ງຊາດນໍ້າການ ແລະປ່າສະຫງວນແຫ່ງຊາດພູຜາແດງທີ່ໂດດເດັ່ນ ແລະພວມສ້າງ ຊື່ສຽງມາໃຫ້ແຂວງ ແລະປະເທດ ນໍາອີກດ້ວຍ.

ປ່າສະຫງວນນໍ້າການ-ເຮືອນ ເທິງຕົ້ນໄມ້ຕັ້ງຢູ່ເຂດບ້ານຕູບ ເມືອງ ຫ້ວຍຊາຍ, ຊຶ່ງຫ່າງຈາກເທສະບານແຂວງໄປປະມານ 85 ກິໂລແມັດ, ມີເນື້ອທີ່ທັງໝົດ 300000 ເຮັກຕາ ແລະໃນປີ 2004 ປ່າສະຫງວນແຫ່ງນີ້ໄດ້ຮັບການປັບປຸງ ແລະພັດທະນາໃຫ້ເປັນສະຖານທີ່ ທ່ອງທ່ຽວຢ່າງມີປະສົບການໃນການຊົມສັດປ່າທີ່ຫາຍາກເຊັ່ນ:ທະນີແກ້ມດໍາ, ສ້າງເຮືອນເທິງຕົ້ນໄມ້ ທີ່ມີຄວາມສູງປະມານ 40 ແມັດໄວ້ຄອຍບໍລິການໃຫ້ນັກທ່ອງທ່ຽວ ໄດ້ຊົມທະນີ ແລະສັດປ່າຕ່າງໆ ອີກດ້ວຍ, ມາຮອດປີ 2008, ກໍໄດ້ມີການປັບປຸງ ແລະປົວແປງຄືນ ໃໝ່ຕື່ມອີກດ້ວຍການສ້າງສິ່ງເອື້ອອໍານວຍໃຫ້ນັກທ່ອງທ່ຽວຕື່ມອີກ ເຊັ່ນ:ສະຖານທີ່ພັກຜ່ອນຢ່ອນໃຈ, ສະຖານທີ່ຊົມວີວ, ສ້າງກິດຈະກໍາ ແບບພະຈົນໄພໃນການທ່ຽວຊົມ ເພື່ອສ້າງຄວາມສົນໃຈໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງ ປະເທດໃນການອອກກໍາລັງກາຍຍ່າງປ່າເລິກແບບອະນຸລັກທໍາມະຊາດ, ຊຶ່ງກິດຈະກໍາດັ່ງກ່າວນີ້ໄດ້ສ້າງຄວາມປະທັບໃຈໃຫ້ກັບບັນດານັກທ່ອງທ່ຽວທີ່ມາທ່ຽວຊົມບໍ່ມີວັນຈະຫລົງລືມໄດ້ເລີຍ ແລະໄດ້ຖືກປະກາດໃຫ້ເປັນປ່າສະຫງວນແຫ່ງຊາດຂອງລາວຢ່າງເປັນທາງການໃນປີ 2008 ນີ້ເປັນຕົ້ນມາ.

  ປ່າສະຫງວນພູຜາແດງ ເປັນໜ່ວຍພູທີ່ມີຄວາມສໍາຄັນທາງດ້ານ ປະຫວັດສາດໃນສະໄໝສົງຄາມ ຕ້ານຈັກກະພັດອາເມລິກາ, ຕັ້ງຢູ່ ເຂດບ້ານປະນະ, ເມືອງຫ້ວຍຊາຍ ຫ່າງຈາກເທສະບານແຂວງໄປ ທາງທິດເໜືອປະມານ 35 ກິໂລແມັດ, ມີຄວາມສູງເໜືອໜ້ານໍ້າທະ ເລເຖິງ 1.517 ແມັດ ແລະໄດ້ຮັບ ການພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວທາງດ້ານທໍາມະຊາດແບບຄົບວົງຈອນແຕ່ປີ 2011 ເປັນຕົ້ນມາໂດຍໄດ້ສ້າງກິດຈະກໍາຫຼາຍ ຢ່າງໃນການທ່ອງທ່ຽວເພື່ອສ້າງ ຄວາມສົນໃຈໃຫ້ບັນດານັກທ່ອງ ທ່ຽວມາທ່ຽວຊົມເຊັ່ນ: ການຍ່າງ ປ່າຊົມທໍາມະຊາດ, ທ່ຽວຊົມທະເລໝອກ, ຍ່າງເລາະຊົມຖໍ້າຫີນທີ່ ເຄີຍເປັນສະຖານທີ່ປະຈໍາການຂອງ ທະຫານອາເມລິກາສະໄໝສົງຄາມ,ຊົມຊາກເດີ່ນຍົນ,ຊົມຊາກປືນໃຫຍ່ ແລະຂຸມຄອງ, ຫຼັງຈາກຍ່າງເລາະທ່ຽວຊົມຫຼາຍບ່ອນກໍຈະເກີດຄວາມອິດເມື່ອຍຈະມີບ່ອນໃຫ້ພັກແຮມອີກຢ່າງປັນກັນເອງ, ພູຜາແດງອຸ ດົມສົມບູນໄປດ້ວຍຊີວະນາໆພັນ, ຊຶ່ງປະກອບດ້ວຍຕົ້ນຊາໃຫຍ່ ແລະ ສັດສາວາສິ່ງຕ່າງໆເປັນຕົ້ນ: ເສືອ, ກວາງ, ຟານ, ຝຸງກະຮອກ-ກະແຕ ແລະຝຸງນົກນ້ອຍ-ໃຫຍ່ອາໄສຢູ່ຕາມປ່າດົງພົງໄພຢ່າງຫຼວງຫຼາຍ.ເມື່ອຍາມກາງຄືນທ່ານຈະສໍາພັດກັບອາກາດທີ່ແສນເຍືອກເຢັນພ້ອມ ທັງໄດ້ຍິນ-ໄດ້ຟັງສຽງຮ້ອງຂອງນົກເຄົ້າແມວ ແລະນົກເປັດປ່ອງ, ເມື່ອຮອດຍາມເຊົ້າມາທ່ານກໍຈະໄດ້ຊົມຄວາມງົດງາມຂອງທະເລໝອກ, ໄດ້ຍິນ ແລະໄດ້ຟັງສຽງນົກ ຕັ່ງລໍຮ້ອງເປັນຕາອອນຊອນແທ້ໆ, ເມື່ອຮອດຕອນທ່ຽງ ແລະຕອນບ່າຍແລງລົງມາທ່ານກໍຈະໄດ້ເບິ່ງ ໄດ້ຊົມທີວທັດທໍາມະຊາດຂອງເມືອງ ຫ້ວຍຊາຍ, ເມືອງຕົ້ນເຜິ້ງ, ຝັ່ງຂອງ ເບື້ອງປະເທດໄທ, ສາມລ່ຽມຄໍາ ແລະສາຍນໍ້າຂອງທີ່ໄຫຼຄົດໂງ້ງໄປມາເຮັດໃຫ້ບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດທີ່ມາທ່ຽວຊົມເຫັນແລ້ວໜ້າປະທັບໃຈແທ້ໆທ່ານເອີຍ.

-----

ໂດຍ: ຊາຍພະເນຈອນ