ວຽງຄຳ ຖືຈັນຍາບັນຮັກສາຄວາມປອດໄພສັງຄົມ

  ໍລິສັດ ວຽງຄຳ ບໍລິການຄວາມປອດໄພເປັນອີກໜຶ່ງໃນດ້ານບໍລິການເປັນຜູ້ຮັກສາຄວາມປອດໄພໃນສັງຄົມໂດຍຖືເອົາຫຼັກສູດຈາກກະຊວງປ້ອງກັນຄວາມສະຫງົບຝຶກອົບຮົມໃຫ້ຮັກສາຕ້ານສະກັດກັ້ນ, ການລາຍງານ ແລະວີທີການປ້ອງກັນຕົວເປັນຈັນຍາບັນຫົວໃຈຫຼັກໃນວຽກບໍລິການສັງຄົມ.

 ທ່ານ ດາວປະເສີດ ສ້າງຄຳປອນ ປະທານບໍລິສັດວຽງຄຳບໍລິການຄວາມປອດໄພໃຫ້ສຳພາດວ່າ:  ບໍລິສັດຂອງເຮົາສ້າງປີ 2018 ຈຸດເລີ່ມຕົ້ນເກີດດັ່ງກ່າວເນື່ອງຈາກສັງ ເກດເຫັນວ່າການຍາມຮັກສາຄວາມປອດໄພໃນຕາມອາຄານ, ບໍລິສັດ ແລະສະຖານທີ່ຕ່າງໆໃນບ້ານເຮົາຍັງມີໜ້ອຍສະນັ້ນເພື່ອຢາກໃຫ້ສັງຄົມມີຄວາມສະຫງົບສຸກ ແລະມີຄວາມເຂັ້ມແຂງການປອດໄພຫຼາຍຂຶ້ນເຮົາເລີຍໄດ້ສ້າງຕັ້ງບໍລິສັດວຽງຄຳນີ້ຂຶ້ນມາເພື່ອບໍລິການເປັນຜູ້ຍາມຮັກສາຄວາມປອດໄພໃຫ້ແກ່ສັງຄົມໃນນີ້ໂດຍປະຕິບັດເອົາຫຼັກ ສູດຈາກກະຊວງປ້ອງການຄວາມສະຫງົບວ່າງອອກຄື: ຝຶກອົບຮົມຮັກສາຄວາມປອດໄພ, ການສະກັດກັ້ນ, ການລາຍງານ ແລະວີທີການປ້ອງກັນຕົວ.

  ປະຈຸບັນບໍລິສັດເຮົາມີພະນັກງານຮັກສາຄວາມປອດໄພທັງໝົດ 80 ກວ່າຄົນ ໂດຍເນັ້ນບໍລິການຮັກສາຄວາມປອດໄພເປັນຈັນຍາບັນໃຫ້ແກ່ຜູ້ໃຊ້ບໍລິການໂດຍສະເພາະມີເຄື່ອງມືອຸປະກອນຄົບຊຸດເມື່ອກໍ ລະນີເກີດເຫດພ້ອມສະກັດກັ້ນ ແລະ ແຈ້ງລາຍງານໃຫ້ຮັບຮູ້ຢ່າງທັນທີ່ ສ່ວນກຸ່ມລູກຄ້າທີ່ໃຊ້ບໍລິການໃນ ປະຈຸບັນແມ່ນບັນດາບໍລິສັດ, ຫ່າງ ຮ້ານຢູ່ໃນນະຄອນຫຼວງວຽງຈັນ ແຕ່ຈຸດສູນລວມພະນັກງານຍາມ ຫຼາຍສຸດແມ່ນສູນການຄ້າເວີດ ເທຣດເຊັນເຕີນອກນັ້ນຍັງມີນະໂຍ ບາຍໃຫ້ພະນັກງານເປັນຕົ້ນວຸດ ການສຶກສາພຽງແຕ່ຈົບຊັ້ນປະຖົມທີ່ສາມາດອ່ານ-ຂຽນພາສາລາວໄດ້ທາງບໍລິສັດເຮົາຈະເອົາຝຶກໃຫ້ມີຄວາມຮູ້ເຂົ້າເປັນຮັກສາຄວາມປອດໄພໄດ້, ທຸກໆເດືອນກໍ່ໄດ້ມີ ການອົບຮົມກ່ຽວກັບການໃຊ້ຈ່າຍ ຊີວິດປະຈຳວັນຂອງເຂົາເຈົ້າເພື່ອເປັນການສົງເສີມໃຫ້ມີຄວາມຮູ້ ແລະຫຼີກເວັ້ນໃຊ້ເງິນແນວຟຸມເຟື້ອຍ.

  ທ່ານ ດາວປະເສີດ ສ້າງຄຳ ປອນ ກ່າວຕື່ມອີກວ່າ: ຢ່າງໃດກໍ່ຕາມບໍລິສັດວຽງຄຳບໍລິການຄວາມປອດໄພຂອງເຮົາເປັນທຸລະກິດສ້າງຕັ້ງໃໝ່ແຕ່ມີຈັນຍາບັນຮັກສາດ້ານຄວາມປອດໄພຕາມຫຼັກສູດຂອງກະຊວງປ້ອງການຄວາມສະຫງົບວ່າງອອກໃຫ້ພ້ອມນັ້ນຍັງໃຫ້ບໍລິການລູກຄ້າມີຄຸນນະພາບມາດຕະຖານທີ່ສຸດເພື່ອຮັກສາສຳພັນທະມິດທີ່ດີຕໍ່ຜູ້ບໍລິໂພກ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ເປັນສ່ວນໜຶ່ງໃນການສະໜັບສະໜູນຊ່ວຍເຫຼືອນໍ້າໃຈຄົນສັງຄົມພວກເຮົາຈະຂະຫຍາຍພັດທະນາສີມືຂຶ້ນໄປເລື້ອຍໆສຳລັບບໍລິສັດໃດທີ່ກຳລັງຕ້ອງການຍາມຮັກສາຄວາມປອດໄພກໍ່ສາມາດປຶກສາກັບບໍລິສັດວຽງຄຳບໍລິການຄວາມປອດໄພໄດ້ສະຖານທີ່ຕັ້ງຢູ່ບ້ານສາຍລົມ ເມືອງຈັນ ທະບູລີ ນະຄອນຫຼວງວຽງຈັນໂທg 020 2824 6688ເຟສ໌ບຸກ: VK Security-ວຽງຄຳບໍລິການຄວາມປອດໄພ.

 _____________

ຂຽນໂດຍ: ແພງຕາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ