ສຳເລັດ 60 ເປີເຊັນ ສ້າງສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ

     ໂຄງການກໍ່ສ້າງສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ ພາຍຫັຼງທີ່ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ປີ 2017 ເຊິ່ງມາຮອດປະຈຸບັນໜ້າວຽກທັງ ໝົດສະເລ່ຍໄດ້ແລ້ວ 60% ທັງນີ້ຄາດວ່າພາຍໃນເດືອນກັນຍາ 2019 ນີ້ຈະໃຫ້ສຳເລັດສົມບູນໂດຍມີມູນຄ່າກໍ່ສ້າງເກືອບ 20 ຕື້ກີບ.

  ທ່ານ ບຸນໜັກ ດວງວັນນະວົງ ຫົວໜ້າຄະນະຮັບຜິດຊອບອະນຸສາວະລີ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດຕໍ່ນັກຂ່າວໃນວັນທີ 25 ມັງກອນຜ່ານມານີ້ໃຫ້ຮູ້ວ່າ: ໂຄງການມີໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດລວມທັງໝົດມີ 17 ໜ້າວຽກໃຫຍ່ຄື: ວຽກປັບໜ້າດິນ, ກໍ່ສ້າງຮົ້ວອ້ອມ, ປະຕູຂົງ, ຫ້ອງວາງສະແດງ, ປ້ອມຍາມ ຕຳຫຼວດ, ວຽກລະບົບນໍ້າຫົດສວນ, ລະບົບນຳ້ເສຍ, ວຽກໄຟຟ້າ, ປູກຕົ້ນໄມ້ມຸງຄຸນ, ຫ້ອງນຳ້ສາທາລະນະ, ສ້າງລານທີ່ຕັ້ງຂອງຮູບປັ້ນຊົນເຜົ່າ, ສ້າງເຮືອນ ວາງສະແດງໄມ້ແຕ້ຂ່າ, ສ້າງທາງຢ່າງ, ສ້າງລານຈອດລົດໃຫຍ່, ລານຈອດລົດຈັກ, ສ້າງສວນດອກໄມ້-ເດີ່ນຫຍ້າ ແລະ ກໍ່ສ້າງເວທີສະແດງກາງແຈ້ງ-ອາຄານ ວາງສະແດງສິນຄ້າ ແລະໜ້າວຽກອື່ນໆຄາດວ່າຈະໃຫ້ສຳເລັດໃນເດືອນ ກັນຍາ ປີ 2019 ໂຄງການດັ່ງກ່າວລວມມີເນື້ອທີ່ທັງໝົດ 5,6 ເຮັກຕາໃນນັ້ນເນື້ອທີ່ທີ່ ຖືກຂະຫຍາຍໃໝ່ 4,4 ເຮັກຕາ, ເຊິ່ງຮັບເໝົາກໍ່ສ້າງໂດຍບໍລິສັດຮ່ວມມືເສດຖະກິດຂອງ ສສ ຫວຽດນາມ (COECCO) ລວມມູນຄ່າການກໍ່ສ້າງທັງ ໝົດ 19 ຕື້ກວ່າກີບ.

  ທ່ານຍັງ ກ່າວຕື່ມອີກວ່າ: ຜ່ານການຈັດຕັ້ງປະຕິບັດສອງປີຜ່ານມາເຫັນວ່າຫຼາຍໜ້າວຽກມີຄວາມຄືບໜ້າດີພໍສົມຄວນ, ແຕ່ເຖີງທາງແຂວງກໍຄືເຈົ້າຂອງ ໂຄງການໄດ້ເນັ້ນໃຫ້ບໍລິສັດຜູ້ຮັບເໝົາໃຫ້ເລັງມືຕື່ມເພື່ອໃຫ້ສຳເລັດກ່ອນວັນສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 35 ປີ ທີ່ຈະຈັດຂຶ້ນໃນວັນທີ 6 ເດືອນມີນາທີ່ຈະ ມາເຖິງນີ້. ແຕ່ເຖິງຢ່າງໃດກໍຕາມທາງບໍລິສັດຜູ້ຮັບເໝົາກໍ່ສ້າງແມ່ນໄດ້ຮີບຮ້ອນເລັ່ງມືສຸດຄວາມສາມາດໃນການສຸມໃສ່ ແຕ່ລະໜ້າວຽກທີ່ຍັງບໍ່ທັນສຳ ເລັດເຊັ່ນ: ວຽກປູກຫຍ້າ, ປູກດອກໄມ້ປະດັບ, ປູກຕົ້ນໄມ້ມຸງຄຸນ, ປູກໄມ້ອຸດສາຫະກຳ ແລະ ໜ້າວຽກອື່ນໆອີກ.