ຄັງອິນ ປະກາດລາອອກຈາກວົງການ ຊຸບເປີຈຸເນຍຣ໌

  ເຮັດເອົາແຟນໆຊ໊ອກໄປຕາມໆກັນເມື່ອຄັງອິນ 1 ໃນສະມາຊິກວົງ ຊຸບເປີຈຸເນຍຣ໌ ໄດ້ປະກາດລາອອກຈາກວົງຫຼັງຢູ່ໃນວົງການຫຼາຍກວ່າ 14 ປີ ໂດຍຄັງອິນສະມາຊິກວົງ Super Junior ໄດ້ ໂພສຂໍ້ຄວາມປະກາດລາອອກຈາກ ວົງໃນອິນສຕຣາແກຣມສ່ວນໂຕ ໂດຍລະບຸວ່າ: ໄດ້ຄືນຊື່ SuperJunior ທີ່ຢູ່ກັບໂຕເອງມາດົນຮູ້ ສຶກຜິດ ແລະເສຍໃຈກັບສະມາຊິກ ໃນວົງມາຕະຫຼອດຄິດວ່າເປັນສິ່ງ ທີ່ຖືກຕ້ອງແລ້ວ.

  ສໍາລັບການຕັດສິນໃຈຄັ້ງນີ້ ແລະຮູ້ສຶກຂໍໂທດທີ່ສຸດສໍາລັບແຟນ ຄັບທີ່ໃຫ້ຄວາມຮັກຢ່າງລົ້ນເຫຼືອມາຕະຫຼອດ 14 ປີ ຫຼັງຈາກນີ້ໂຕເອງຕັດສິນໃຈຈະເດີນໄປໃນທາງຂອງ ໂຕເອງ ໂດຍມີຊື່ Super Junior ຈາລຶກໄວ້ໃນຫົວໃຈສະເໝີພ້ອມກັນນີ້ ຄັງອິນ ຍັງໄດ້ກ່າວຂອບໃຈສະມາຊິກໃນວົງລວມເຖິງຕົ້ນສັງກັດ ແລະຍັງຍືນຍັນວ່າຈະໃຫ້ກໍາລັງໃຈ ແລະສະໜັບສະໜູນຄວາມສໍາເລັດຂອງ Super Junior ຕໍ່ ໄປອີກດ້ວຍ.