ຈຳປາສັກໃຫ້ 5 ບໍລິສັດສືບຕໍ່ໂຄງການປັບປຸງສິ່ງແວດລ້ອມນະຄອນປາກເຊ

     ອໍານາດການປົກຄອງແຂວງຈໍາປາສັກ ໄດ້ອະນຸມັດໃຫ້ 5 ບໍລິສັດເອກຊົນພາຍໃນເຂົ້າພັດທະນາບັນດາກິດຈະກໍາຕ່າງໆທີ່ພົວພັນກັບໂຄງການປັບປຸງສິ່ງ ແວດລ້ອມໃນນະຄອນປາກເຊພາຍຫຼັງທີ່ໂຄງການດັ່ງກ່າວໄດ້ມີການຈັດຕັ້ງປະຕິບັດມາກ່ອນແລ້ວໄດ້ 76%.

   ພິທີເຊັນສັນຍາການຈັດຊື້ສິນຄ້າປໍ້ານໍ້າ, ສັນຍາຮັບເໝົາກໍ່ສ້າງເສັ້ນທາງຊອຍຊຸມຊົນ ແລະສັນຍາຮັບເໝົາກໍ່ສ້າງຫ້ອງນໍ້າ 3 ຕົວເມືອງທີ່ນອນຢູ່ໃນໂຄງ ການປັບປຸງສິ່ງແວດສ້ອມໃນນະຄອນປາກເຊ ໄດ້ມີຂຶ້ນໃນຕອນຄໍ່າຂອງວັນທີ 31 ມັງກອນຜ່ານມາ, ທີ່ນະຄອນປາກເຊ ແຂວງຈໍາປາສັກ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ, ທ່ານ ສຸລິວັນ ສະຫວັດທະສິນ ເຈົ້າຄອນນະຄອນປາກເຊ, ທ່ານ ສຸປານີ ສີລິປຸນໂຍ ຫົວ ໜ້າພະແນກຊັບພະຍາກອນ ແລະສິ່ງແວດລ້ອມ, ມີບັນດາທ່ານຮອງຫົວໜ້າພະແນກ, ບັນດາທ່ານແຂກຜູ້ໃຫຍ່ທີ່ກ່ຽວຂ້ອງ, ບັນດາທ່ານຜູ້ອໍານວຍການບໍລິ ສັດທີ່ຊະນະ ການປະມູນເຂົ້າຮ່ວມ.

  ໂຄງການປັງປຸງສິ່ງແວດລ້ອມໃນຕົວເມືອງປາກເຊ ເປັນໂຄງການສັນຍາເງິນກູ້ລະຫວ່າງລັດຖະບານລາວກັບທະນາຄານພັດທະນາອາຊີ, ຊຶ່ງໄດ້ມີການເຊັນສັນຍາກູ້ຢຶມໃນຕົ້ນເດືອນສິງຫາ 2012 ຊິ້ນສຸດໂຄງການ 31 ທັນວາ 2021, ໂດຍມີແຫຼ່ງທຶນ 4 ແຫຼ່ງຄື: ເງິນກູ້ L286:15. 9 ແສນກວ່າໂດລາ, ເງິນຊ່ວຍເຫຼືອລ້າ GO297 ມູນຄ່າ 6 ແສນກວ່າໂດລາ, ເງິນລັດຖະບານລາວສົມທົບ 3 ລ້ານກວ່າໂດລາ ແລະເງິນຊຸມຊົນບ້ານສົມທົບ 6 ແສນກວ່າໂດລາສະ ຫະລັດ, ຊຶ່ງໂຄງການດັ່ງກ່າວມີຈຸດປະສົງເພື່ອປັບປຸງພື້ນຖານໂຄງລ່າງເທສະບານແຂວງ, ນະຄອນປາກເຊໃຫ້ດີຂຶ້ນ, ປັບປຸງລະບົບຕະຄອງຮ່ອງນໍ້ານະຄອນປາກເຊ ແລະສະໜາມຂີ້ເຫຍື່ອ, ປັບປຸງສິ່ງແວດລ້ອມຊຸມຊົນ, ບ້ານ, ນະຄອນປາກເຊ, 3 ຕົວເມືອງປິ່ນອ້ອມ, ທາງຊຸມຊົນ ແລະສະໜອງຫ້ອງນໍ້າໃຫ້ຄອນຄົວທຸກຍາກ, ສ້າງຄວາມເຂັ້ມແຂວງໃຫ້ແກ່ອົງການລັດບໍລິການຕົວເມືອງວາງແຜນວັງເມືອງ ແລະສ້າງຄວາມເຂັ້ມເຂັມແຂວງແກ່ອົງການລັດໃນການຄຸ້ມ ຄອງໂຄງການ, ຊຶ່ງໂຄງການດັ່ງກ່າວແມ່ນໄດ້ກວມເອົາໃນ 3 ເມືອງ ແລະ 59 ບ້ານຄື: ນະຄອນປາກເຊ 42 ບ້ານ, ເມືອງບາຈຽງຈະເລີນສຸກ 4 ບ້ານ, ເມືອງໂພນທອງ 13 ບ້ານ.

  ສໍາລັບບໍລິສັດທີ່ຊະນະການປະມູນ ແລະໄດ້ຮັບອະນຸຍາດຈາກອໍານາດການປົກຄອງແຂວງຈຳປາສັກ ເພື່ອເຂົ້າພັດທະນາໂຄງການປັງປຸງສິ່ງແວດລ້ອມເທື່ອນີ້ປະກອບມີຄື: ບໍລິສັດປັນຍາທິລາດ ກໍ່ສ້າງຂົວທາງ ແລະຊົນລະປະທາ, ເປັນຜູ້ຊະນະການປະມູນໃນມູນຄ່າ 4,1 ຕື້ກີບ, ກໍ່ສ້າງຫ້ອງນໍ້າຄົວເຮືອນຈໍານວນ 150 ຫຼັງ, ທີ່ນອນໃນ 52 ບ້ານ, ບໍລິສັດຈໍາປາຄໍາການຄ້າຂາອອກ-ຂາເຂົ້າ ເປັນຜູ້ຊະນະການປະມູນໃນມູນຄ່າ 8 ແສນກວ່າໂດລາ, ກໍ່ສ້າງເສັ້ນທາງຊອຍໃນເປົ້າໝາຍໂຄງການ, ບໍລິສັດ ພິນທອງ ກໍ່ສ້າງຂົວທາງ ແລະຊົນລະປະທານເປັນຜູ້ຊະນະການປະມູນມີມູນຄ່າ 4,4 ຕື້ກີບ, ກໍ່ສ້າງເສັ້ນທາງປູຢາງທີ່ມີໄລຍະຍາ ວ 5,8 ກິໂລແມັດ, ບໍລິສັດ ພູນທະວີ ກໍ່ສ້າງເຄຫາ-ຂົວທາງ ເປັນຜູ້ຊະນະການປະມູນໃນມູນຄ່າ 4,9 ຕື້ກີບ, ກໍ່ສ້າງເສັ້ນປູຢາງທີ່ມີຄວາມຍາວ 5 ກວ່າກິໂລ ແມັດ ແລະບໍລິສັດປັນຍາທິລາດກໍ່ສ້າງຂົວທາງ ແລະຊົນລະປະທານເປັນຜູ້ຊະນະການປະມູນໃນມູນຄ້າ 4,9 ຕື້ກີບ, ກໍ່ສ້າງເສັ້ນທາງທີ່ມີຄວາມຍາວ 5 ກວ່າ ກິໂລແມັດ ແລະບໍລິສັດ DLC ເປັນຜູ້ຊະນະການປະມູນໃນມູນຄ່າ 4,9 ຕື້ກີບ, ກໍ່ສ້າງເສັ້ນທາງທີ່ມີຄວາມຍາວ 5 ກວ່າ ກິໂລແມັດ.