“ຄິດວ່າເຂົາຮັກແທ້” ຜົນງານນັກຮ້ອງນ້ອງໃໝ່ສາຍຝົນ ແດນເມືອງຊ່ອນ

  “ຄິດວ່າເຂົາຮັກແທ້” ເປັນຜົນງານເພງທໍາອິດຂອງໜຸ່ມສາຍຝົນ ແດນເມືອງຊ່ອນສິລະປິນນ້ອງໃໝ່ໃນສັງກັດໂຕເອງສະຕູດີໂອ (Toeng Studio) ຊຶ່ງເປັນຜົນງານເພງທີ່ແຈ້ງເກີດໃນວົງການບັນເທີງປະຈຸບັນກໍໄດ້ປ່ອຍໃຫ້ໄດ້ຮັບຟັງກັນໄປເປັນທີ່ຮຽບຮ້ອຍທາງຊ່ອງຢູທູບຂອງ Toeng Stu dio ແລະ ວິທະຍຸທຸກຄື້ນທົ່ວປະ ເທດ.

 ສາຍຝົນ ແດນເມືອງຊ່ອນ ມີຖິ່ນກໍາເນີດຈາກເມືອງຊ່ອນ ແຂວງຫົວພັນ ເປັນໜຶ່ງໃນຜູ້ທີ່ມີໃຈມັກຮັກໃນດ້ານການຮ້ອງເພງ ແລະຫຼິ້ນດົນຕີຈຶ່ງໄດ້ສະໝັກເຂົ້າຮ່ວມກິດຈະກໍາການແຂ່ງຂັນປະກວດນັກຮ້ອງສຽງດີທາງອອນລາຍຄັ້ງທີ 1 ທີ່ທາງຄ້າຍເພງໂຕເອງສະຕູດີໂອ “Toeng Studio” ຈັດຂຶ້ນໂດຍສາມາດຍາດໄດ້ລາງວັນຊະນະ ເລີດມາຄອບຄອງ ແລະໄດ້ເປັນນັກຮ້ອງນ້ອງໃໝ່ໃນສັງກັດພ້ອມດ້ວຍເປີດໂຕຜົນງານເພງທໍາອິດໃນຊີວິດຄືເພງ “ຄິດວ່າເຂົາຮັກແທ້”.

  ເພງ “ຄິດວ່າເຂົາຮັກແທ້” ປະພັນໂດຍໜຸ່ມໂຊນ່ານ ແຈັກເກັດ ເຈົ້າຂອງຄ້າຍເພງໂຕເອງສະຕູດີໂອຊຶ່ງເປັນແນວເພງລູກທົ່ງອິນດີ້, ຈັງຫວະຊ້າໆຊຶ້ງກິນໃຈ ແລະມີເນື້ອຫາຜິດຫວັງຍ້ອນຄິດວ່າເຂົາຮັກແທ້, ແຕ່ໃນຄວາມຈິງຄືເຂົາອີ່ຕົນເຮົາເທົ່ານັ້ນ ແລະໃນໄວໆນີ້ຈະໄດ້ຮັບຊົມມິວສິກວິດີໂອ ຫຼືການສະແດງລະຄອນປະກອບເພງອອກມາໃຫ້ຮັບຊົມ.

_______________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ