ທ່ານເຈົ້າແຂວງ ຮ່ວມງານບຸນປະເພນີເມືອງໄຊບູລີີ

  ເມື່ອບໍ່ດົນມານີ້ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດພ້ອມພັນລະຍາ ແລະທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງໄດ້ລົງຕິດຕາມຮ່ວມງານຕະຫຼາດນັດຢູ່ດ່ານເຊບັ້ງໄຟເມືອງໄຊບູລີ,ໃນໂອກາດງານບຸນເດືອນສາມຊຶ່ງເປັນງານບຸນປະເພນີໂດຍຈັດຮ່ວມກັນກັບປະເທດເພື່ອບ້ານຄື: ລາຊະ ອານາຈັກໄທ ເມືອງທາດພະນົມ, ໂດຍໃຫ້ການຕ້ອນຮັບຂອງທ່ານ ອ່ອນລຳພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ພ້ອມຄະນະ.

  ໃນໂອກາດຮ່ວມງານຄັ້ງນີ້ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ລົງເບິ່ງຕະຝັ່ງເຈື່ອນແຄມຂອງໃນເຂດດັ່ງກ່າວ ຊຶ່ງໄດ້ຖືກນໍ້າເຊາະໃນລະດູຝົນທີ່ຜ່ານມາ, ຈາກນັ້ນກໍ່ໄດ້ທ່ຽວຊົມຮ້ານວາງສະແດງ ຜະລິດພັນຂອງກຸ່ມການຜະລິດ ຊາວເມືອງໄຊບູລີ, ໃນນັ້ນປະກອບດ້ວຍ: ຜົນຜະລິດກະສິກຳທີ່ຊາວກະສິກອນທຳການຜະລິດເປັນຕົ້ນ: ຫົວຜັກບົ່ວແດງ, ຫົວມັນເພົາ, ໝາກເຜັດ, ໝາກເລັ່ນ, ມັນດ້າງ ແລະອື່ນໆມາວາງຈຳໜ່າຍ ຢ່າງຫຼວງຫຼາຍ ແລະເປັນຜະລິດຕະພັນທີ່ຂາຍດີຂອງກຸ່ມການຜະລິດ ແລະເປັນຂອງຝາກຂອງຕ້ອນສຳລັບຜູ້ທີ່ມາຮ່ວມງານໂອ ກາດດັ່ງກ່າວທ່ານເຈົ້າແຂວງສະຫວັນນະເຂດກໍ່ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງພໍ່ແມ່ພີ່ນ້ອງຊາວກະສິກອນທີ່ພ້ອມກັນສ້າງຜົນຜະລິດຂອງຕົນອອກສູ່ຕະຫຼາດໄດ້ຢ່າງຫຼວງຫຼາຍ,ພ້ອມນັ້ນຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທີ່ເຮັດການຜະລິດຈົ່ງພ້ອມກັນຮັກສາມູນເຊື້ອ, ພ້ອມ ກັນສືບຕໍ່ສ້າງຜົນຜະລິດກະສິກຳໃຫ້ໄດ້ຫຼາຍສົ່ງຂາຍໃຫ້ພຽງພໍກັບຄວາມຕ້ອງການ.

  ຈາກນັ້ນກໍ່ໄດ້ເດີນທາງໄປເບິ່ງການປັບປຸງແຫຼ່ງທ່ອງທ່ຽວແກ້ງກະເບົາທີ່ກຳລັງພັດທະນາເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ, ໃນນັ້ນໄດ້ມີການປັບ ປຸງທາງຍ່າງ ແລະຮ່ອງນໍ້າໂດຍຈະພັດທະນາໃຫ້ມີສີສັນຂຶ້ນຕື່ມເປັນຕົ້ນ: ສ້າງອ່າງນໍ້າພຸ ແລະຈຸດຖ່າຍຮູບໃຫ້ນັກທ່ອງທ່ຽວ,ທັງນີ້ກໍ່ເພື່ອເປັນການຟື້ນຟູແຫຼ່ງທ່ອງທ່ຽວແຫ່ງນີ້ໃຫ້ເປັນທີ່ສົນໃຈຂອງຊາວແຂວງສະຫວັນນະເຂດກໍ່ຄືບັນດານັກທ່ຽວຕ່າງແຂວງ ແລະຕ່າງປະເທດໃຫ້ເຂົ້າມາທ່ຽວຊົມ, ພັກຜ່ອນຊົມຢູ່ກັບທຳມະຊາດແຄມຂອງແກ້ງກະເບົາຢ່າງອີ່ມອົກອີ່ມໃຈ.

______________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ