ດ່ານຂົວມິດຕະພາບນ້ຳເຫືອງ ເກັບລາຍຮັບໄດ້ 308,5 ຕື້ກີບ ປີນີ້ວາງຕົວເລກເປົ້າໝາຍເພີ່ມຂື້ນ

    ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 ໃນວັນ ທີ 30 ມັງ ກອນ 2019 ນີ້, ທີ່ຫ້ອງປະຊຸມດ່ານ. ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ສີສຸວັນ ຫົວໜ້າກອງຄຸ້ມຄອງພາສີ III ແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າ, ຫົວໜ້າໜ່ວຍງານ ແລະ ພະນັກງານພາສີປະຈໍາດ່ານເຂົ້າຮ່ວມ.

   ໃນປີ 2018 ຜ່ານມາດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງໄດ້ແບ່ງໜ້າທີ່ວຽກງານໃຫ້ຄະນະ, ໜ່ວຍງານ, ດ່ານທີ່ຂຶ້ນກັບໃນການປະຕິບັດວຽກງານວິຊາສະເພາະຕາມສິດໜ້າທີ່, ພາລະບົດບາດ ແລະຂອບເຂດຄວາມຮັບຜິດຊອບຂອງໃຜລາວໃນການຄຸ້ມຄອງກວດກາວຽກວິຊາສະເພາະຢູ່ແຕ່ລະໜ່ວຍງານ ແລະ ດ່ານທີ່ຂຶ້ນກັບເພື່ອກະຕຸກຊຸກຍູ້ໃຫ້ແກ່ການຈັດເກັບລາຍຮັບ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມແບບແຜນວິທີເຮັດວຽກຂອງຄະນະດ່ານໄດ້ວາງໄວ້, ປັບປຸງວຽກງານກວດກາສິນຄ້າ, ເຄື່ອງມືໃຫ້ມີການຮັດກຸມ ແລະມີຄວາມເຂັ້ມງວດເພື່ອເຮັດໃຫ້ການເສຍພາສີ ແລະພັນທະຕ່າງໆຂອງຜູ້ປະກອບການເພີ່ມຂຶ້ນ ແລະແຕ່ງຕັ້ງພະນັກງານໄປຄຸ້ມຄອງການຈັດເກັບລາຍຮັບຢູ່ດ່ານປະເພນີສີພູມ, ດ່ານປະເພນີບ້ານເມືອງໝໍ ແລະດ່ານປະເພນີບ້ານນາແກ້ງມ້າ.

  ຊຶ່ງໝົດປີສາມາດເກັບລາຍຮັບໄດ້ທັງໝົດ 308,5 ຕື້ກີບໃນນີ້, ລາຍຮັບພາກສ່ວນພາສີ 68,8 ຕື້ກີບ ລວມມີຄ່າເຊັກພິເສດ 180 ລ້ານກີບ, ພາສີຂາ ເຂົ້າ 43,7 ຕື້ກວ່າກີບ, ທຄ່າທໍານຽມຕ່າງໆ 3,7 ຕື້ກີບ, ຄ່າທໍານຽມຄັງແຮ 21,1 ຕື້ກີບ ແລະຄ່າປັບໄໝ 25 ລ້ານກີບ. ສ່ວນລາຍຮັບພາກສ່ວນອາກອນ 239,6 ຕື້ກີບ ລວມມີອາກອນການຊົມໃຊ້ 155 ຕື້ກີບ, ອາກອນມູນຄ່າເພີ່ມ 83,8 ຕື້ກີບ ແລະອາກອນກໍາໄລ 193 ລ້ານກີບ.

  ສະເພາະ ປີ 2019 ນີ້, ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຕັ້ງເປົ້າໝາຍມີສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 323 ຕື້ກວ່າກີບ.