ເທສະການຮູບເງົາຍີ່ປຸ່ນ ຈະເປີດສາຍຮອບ 2 ໄວໆນີ້

 ມູນນິທີຍີ່ປຸ່ນໄດ້ຈັດງານເທສະການຮູບເງົາຍີ່ປຸ່ນ ຄັ້ງທີ 4 ປະຈໍາປີ 2020 ໂດຍນຳເອົາຮູບເງົາ ຍີ່ປຸ່ນ 9 ເລື່ອງມາເປີດສາຍເປັນ 2 ຮອບ ຄື:ຮອບທີ 1 ແຕ່ວັນທີ 8-9 ກຸມພາ ແລະຮອບ 2 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ກຸມພາ ທີ່ໂຮງຮູບເງົາເມເຈີ ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ.

   ເທສະການຮູບເງົາຍີ່ປຸ່ນ  ຄັ້ງທີ 4 ນີ້, ໄດ້ຄັດເລືອກເອົາຮູບເງົາທີ່ ໂດງດັ່ງ ແລະໄດ້ຮັບຄວາມນິຍົມຫຼາຍຈາກຍີ່ປຸ່ນ ນຳມາສາຍຊຶ່ງມີທັງໝົດ 9 ເລື່ອງຄື: ຮູບເງົາກະຕູນ, ກີລາ, ລຶກລັບ, ຄວາມຮັກ ໂຣແມນຕິກ, ການຕໍ່ສູ້, ການສະແດງ, ຕະລົກ, ຄອບຄົວ, ເພງ ແລະ ຍ້ອນຍຸກ ຊຶ່ງຮູບເງົາແຕ່ລະເລື່ອງ ແມ່ນພາກສຽງເປັນພາສາຍີ່ປຸ່ນ ທີ່ມີຄຳບັນຍາຍເປັນພາສາລາວ ແລະພາສາອັງກິດ ແລະອີກ 1 ເລື່ອງພາກສຽງເປັນພາສາໄທແຕ່ມີຄຳ ບັນຍາຍເປັນພາສາລາວ ແລະ ອັງກິດມາເປີດສາຍໃຫ້ຊາວນະ ຄອນຫຼວງວຽງຈັນ ໄດ້ຮັບຊົມ, ສໍາ ລັບປີ້ເຂົ້າຊົມແມ່ນ 20 ພັນກີບ ເທົ່ານັ້ນ.

  ເທສະການຮູບເງົາຍີ່ປຸ່ນ ໄດ້ເລີ່ມຕົ້ນໃນປີ 2016 ເປັນໂຄງ ການລະດັບໂລກ ແລະມີການພັດ ທະນາປີຕໍ່ປີຈົນເຮັດໃຫ້ສາມາດປະສານງານກັບ 14 ປະເທດ  ເພື່ອຈັດ ງານເທສະການຍີ່ປຸ່ນ ຊຶ່ງລວມມີ 10 ປະເທດໃນອາຊຽນ, ອົດສະ ຕຣາລີ, ຈີນ, ອິນເດຍ ແລະຣັດ ເຊຍ, ການຈັດງານເທສະການດັ່ງກ່າວແມ່ນແນໃສ່ສົ່ງເສີມການແລກປ່ຽນທາງດ້ານວັດທະນະທຳລະດັບສາກົນພ້ອມທັງສ້າງຄວາມເຂົ້າ ໃຈກັນລະຫວ່າງປະເທດຍີ່ປຸນ ແລະ ຫຼາຍປະເທດໃນໂລກ, ເວົ້າລວມ, ເວົ້າສະເພາະເປັນການຮັດແໜ້ນ, ການພົວພັນຮ່ວມມື, ແລກປ່ຽນບົດຮຽນ, ວັດທະນະທຳຜ່ານທາງຮູບ ເງົາລະຫວ່າງສອງປະເທດລາວ ແລະຍີ່ປຸ່ນໃຫ້ໄດ້ຮັບການພັດທະນາ ແລະສືບຕໍ່ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະກັນຕະຫຼອດໄປ.