ພຸດທະສາສະນິກະຊົນ ຮ່ວມໃສ່ບາດບຸນພະທາດ ສີໂຄດຕະບອງ

   ງານບຸນນະມັດສະການພະທາດສີໂຄດຕະບອງ ແລະງານ ວາງສະແດງສິນຄ້າແຂວງຄຳມ່ວນ ໄດ້ສຳເລັດລົງໃນວັນທີ 8 ກຸມພາ 2020 ພາຍຫຼັງທີ່ດຳເນີນມາ ແຕ່ວັນທີ 4 ກຸມພາ ຊຶ່ງມີມວນຊົນທັງພາຍໃນ ແລະຕ່າງປະເທດ ຫຼັ່ງໄຫຼເຂົ້າມາທ່ຽວຊົມພ້ອມໄຫວ້ສັກກາລະບູຊາອົງພະທາດສີໂຄດຕະບອງເຮັດໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ທັງຮັກສາໄດ້ຮີດຄອງປະເພນີອັນດີງາມ.

  ສະເພາະວັນທີ 8 ກຸມພາ ຊຶ່ງເປັນມື້ສຸດທ້າຍໄດ້ມີພິທີໃສ່ບາດຖວາຍສັງກະທານ ໂດຍມີທ່ານ ໂອໄດສຸດາພອນ ເຈົ້າແຂວງໆຄຳມ່ວນ, ຄະນະນຳຂັ້ນແຂວງ, ຂັ້ນ ເມືອງ, ພະແນກການ, ອົງການຈັດຕັ້ງຕ່າງໆຕະຫຼອດເຖິງຊາວພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງປະເທດເວົ້າສະເພາະຄືຊາວ ແຂວງຄຳມ່ວນໄດ້ຮ່ວມໃຈໃສ່ບາດດ້ວຍຈິດໃຈໃສສັດທາ ແລະເບີກ ບານມ່ວນຊື່ນເຮັດໃຫ້ບັນຍາກາດ ອ້ອມເດີ່ນພະທາດເຕັມໄປດ້ວຍ ມວນຊົນຢ່າງຄັບຄາໜາແໜ້ນ ແລະມີຄວາມຄຶກຄື້ນ.

  ສຳລັບກິດຈະກຳແມ່ນມີການ ແຂ່ງຂັນຊີງຊະນະເລີດກີລາປະເພດ ຕ່າງໆເຊັ່ນ: ການແຂ່ງຂັນເສັງ ກອງແຕ້-ກອງຈິງ ຊຶ່ງເປັນກີລາທີ່ເປັນເອກະລັກສະເພາະຂອງແຂວງ ຄຳມ່ວນນອກນັ້ນກໍຈະມີກີລາເປຕັງ, ບານເຕະ, ບານສົ່ງ ແລະກີລາກະ ຕໍ້ຫວາຍ, ສະເພາະຕອນຄໍ່າຄືນກໍຈະມີການວຽນທຽນອ້ອມອົງພະທາດ ແລະການສະແດງສີລະປະວັນນະຄະດີຈາກໜ່ວຍສີລະປະມາຈາກບັນດາໂຮງຮຽນ, ສູນວັດທະ ນະທຳເດັກ, ໜ່ວຍສີລະປະຈາກບັນ ດາເມືອງພິເສດຍັງມີຄະນະໝໍລຳພະຫຍາມະຫາໄຊຈາກແຂວງຄຳມ່ວນ ແລະຄະນະໝໍລຳສີພັນດອນ ຈາກແຂວງຈຳປາສັກ ມາຮ່ວມຂັບ ລຳໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊົມນຳອີກ.