ຈໍາປາສັກ ສໍາເລັດບຸນນະມັດສະການຜາສາດຫີນວັດພູ

    ງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກມໍລະດົກໂລກແຫ່ງທີ 2 ຂອງລາວປະຈໍາ ປີ 2020 ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 6-8 ກຸມພາຜ່ານມາເພື່ອສືບທອດຮີດຄອງປະເພນີວັດທະນະທໍາອັນດີງາມຂອງຊາດກໍຄືຊາວແຂວງຈໍາປາສັກໃຫ້ຄຽງຄູ່ຢູ່ກັບຄົນລາວຕະຫຼອດໄປ, ທັງຍັງເປັນການໂຄສະນາ, ສົ່ງເສີມການທ່ອງທ່ຽວ ແລະດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມແຂວງຈໍາປາສັກໃຫ້ນັບມື້ຫຼາຍຂຶ້ນ.

  ງານດັ່ງກ່າວຖືກຈັດຂຶ້ນດ້ວຍຫຼາຍກິດຈະກໍາສໍາຄັນຄືໃນແຕ່ລະຄືນແມ່ນມີການສະແດງສິລະປະ, ຄອນເສີດ, ມີໝໍລໍາເລື່ອງ, ຕະຫຼາດນັດ ແລະຮ້ານວາງສະແດງສິນ ຄ້າ, ການແຂ່ງຂັນກີລາ ແລະອື່ນໆ ຊຶ່ງໃນຕອນເຊົ້າວັນທີ 8 ກຸມພາ ກົງກັບວັນເສົາເພັງ 15 ຄໍ່າເດືອນສາມ ພສ 2563 (ວັນບຸນມາຄະບູຊາ) ຊາວພຸດຈາກທຸກສາ ລະທິດໄດ້ຮ່ວມກັນທໍາບຸນຕັກ ບາດທີ່ສະຖານບູຮານວັດພູຈໍາ ປາສັກ, ໂດຍມີທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍພັນລະຍາ, ມີບັນດາການນໍາ ແຂວງ, ເມືອງ, ພະແນກການກົມກອງອ້ອມຂ້າງ ແລະຊາວພຸດລາວ, ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ, ຊຶ່ງໃນພິທີດັ່ງກ່າວພະອາຈານມະຫາ ສຸວັນ ຈັນທະຣາຊປະທານອົງການພຸດທະສາສະໜາສໍາພັນລາວ ແຂວງຈໍາປາສັກໄດ້ນໍາພາຄະນະສົງຈໍານວນ 500 ອົງ ແລະອອກຕົນຍາດໂຍມທັງຫຼາຍໄຫວ້ພະຣັດຕະນະໄຕ, ຮັບສິນ, ຮັບພອນ, ຮັບການຖວາຍທານ ແລະໃສ່ບາດ.

  ການທໍາບຸນຕັກບາດທີ່ສະຖານບູຮານວັດພູຈໍາປາສັກເປັນການສືບທອດຮີດຄອງປະເພນີວັດທະນະທໍາອັນດີງາມຂອງຊາດກໍຄືຊາວແຂວງຈໍາປາສັກສືບທອດມາແຕ່ບູຮານ ນະການໃຫ້ຄຽງຄູ່ຢູ່ກັບຄົນລາວຕະຫຼອດໄປ, ຈາກນີ້ກໍເປັນການອຸທິດສ່ວນກຸສົນ ແລະສີລິມົງຄົນໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ຢູ່ດີມີສຸກທັງເປັນການເຜີຍແຜ່ວັດທະນະທໍາ ແລະດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ ວັດພູມໍລະດົກໂລກແຫ່ງທີ 2 ຂອງລາວໃຫ້ນັບມື້ຫຼາຍຂຶ້ນອີກດ້ວຍ.

  ນອກນັ້ນໃນຄໍ່າຄືນຂອງວັນດຽວກັນອົງການພຸດທະສາສະໜາສໍາພັນລາວ ແຂວງຈໍາປາສັກ, ອົງການປົກຄອງແຂວງ, ເມືອງຈໍາປາສັກ ໄດ້ຈັດພິທີທາງສາສະໜາແຫ່ວຽນທຽນທີ່ດັ່ງກ່າວເພື່ອບູຊາຕໍ່ຄຸນພະພຸດພະທຳພະສົງ ແລະເຈົ້າຖິ່ນຖານທັງເປັນອະນຸລັກຮັກສາ ແລະສືບຕໍ່ເສີມຂະຫຍາຍຮີດຄອງປະເພນີວັດທະນະທໍາອັນດີງາມຂອງທ້ອງຖິ່ນກໍຄືຂອງຊາດໃຫ້ຍືນຍົງຄົງຢູ່ກັບຄົນລາວຕະຫຼອດໄປ.