ການຜະດິດນໍ້າສະກັດຊີວະພາບຈາກສັດ

  ນໍ້າສະກັດຊີວະພາບມີປະໂຫຍດໃນການຊ່ວຍເລັ່ງການຈະເລີນເຕີບໂຕຂອງຕົ້ນພືດ, ຊ່ວຍກະຕຸ້ນການງອກຂອງຮາກເຮັດໃຫ້ໃບພືດແຂງແຮງສາມາດຕ້ານທານຕໍ່ການລະບາດຂອງພະຍາດພືດ ແລະແມງໄມ້ທັງເຮັດໃຫ້ຜົນຜະລິດເພີ່ມຂຶ້ນ, ສີສັນ ແລະລົດຊາດດີກວ່າເກົ່າ ແລະຊ່ວຍຮັກສາຜົນຜະລິດໄວ້ໄດ້ດົນ.

 ອີງຕາມຂໍ້ມູນຈາກກົມສົ່ງເສີມກະສິກໍາ ແລະສະຫະກອນ ແລະກົມຄຸ້ມຄອງ ແລະພັດທະນາທີ່ດິນກະສິກໍາໃຫ້ຮູ້ວ່າ: ນໍ້າສະກັດຊີວະພາບທີ່ໄດ້ມາຈາກການໝັກເສດສັດທີ່ຜ່ານຂະບວນການຍ່ອຍສະຫຼາຍຂອງກຸ່ມຈຸລິນຊີ ທີ່ມີຄຸນ ສົມບັດພິເສດ ເພີ່ມປະສິດທິພາບການຍ່ອຍໂປຣຕີນ, ໄຂມັນຊ່ວຍດັບກິ່ນເໝັນລະຫວ່າງການໝັກ ແລະເພີ່ນການລະລາຍທາດອາຫານພືດ, ຊຶ່ງວັດຖຸສໍາລັບເຮັດນໍ້າສະກັດຊີວະພາບທີ່ຜະລິດຈາກສັດ ເຊັ່ນ: ປາຫຼືຫອຍໃນລິປະມານ 50 ລິດ ຊຶ່ງໃຊ້ເວລາໃນການໝັກ 2 ອາທິດ ມີສ່ວນປະກອບຄື: ປາ ຫຼືຫອຍ 30 ກິໂລ, ກາກນໍ້າຕານ 10 ກິໂລ, ໝາກໄມ້ 10 ກິໂລ, ຖັງໝັກທີ່ບັນຈຸຂະໜາດ 50 ກິໂລ ແລະ EM ຈໍານວນ 1 ລິດ.

 ສໍາລັບວິທີເຮັດນໍ້າສະກັດປະກອບດ້ວຍ 4 ຂັ້ນຕອນຄື: 1) ຖອກຫອຍລົງໃສ່ຖົງແລ້ວໃຊ້ໄມ້ຄ້ອນທັບໃຫ້ລະອຽດຈາກນັ້ນເອົາໄປຖອກລົງຖັງໝັກ, 2) ລະລາຍນໍ້າຕານໃນນໍ້າ 10 ລິດ ຄົນໃຫ້ ເຂົ້າກັນ ແລະຖອກລົງຖັງ, 3) ນໍາເອົານໍ້າ EM ມາປະສົມກັບນໍ້າ (ເຈືອຈາງ) ໃນອັດຕາສ່ວນ 1 ລິດຕໍ່ນໍ້າ 3-4 ລິດ ແລ້ວຖອກລົງຖັງໝັກທີ່ກຽມໄວ້, 4) ປະສົມທຸກຢ່າງລົງໃນຖັງຄົນໃຫ້ເຂົ້າກັນອີກເທື່ອໜຶ່ງ ແລະໃຊ້ມືຂົ່ມໃຫ້ນໍ້າຖ້ວມມືແມ່ນພໍດີຖ້າບໍ່ຖ້ວມໃຫ້ຕື່ມນໍ້າໃສ່, ຫຼັງຈາກນັ້ນປິດຝາຖັງບໍ່ໃຫ້ແຈບເກັບ ໄວ້ໃນບ່ອນຮົມໃຊ້ໄມ້ຄົນປີ້ນທຸກມື້, ນໍ້າສະກັດທີ່ເປັນດີຈະບໍ່ມີກິ່ນເໝັນ, ຖ້າມີດິ່ນເໝັນໃຫ້ຕື່ມກາກນໍ້າຕານລົງອີກ (ກາກນໍ້າຕານແທນດ້ວຍນໍ້າຕານຊາຍຂາວກໍໄດ້).

  ຂັ້ນຕອນການນໍາໃຊ້ແມ່ນປະສົມນໍ້າສະກັດຊີວະພາບກັບນໍ້າໃນອັດຕາສ່ວນ 1 ສ່ວນ 500 ລິດ (ນໍ້າສະກັດຊີວະພາບ 1 ລິດປະສົມນໍ້າ 500 ລິດ ສີດທຸກ 10 ວັນ ຕໍ່ ຄັ້ງ), ການໃຊ້ນໍ້າສະກັດຊີວະພາບຄວນສີດໃນເວລາແສງແດງອ່ອນ (ຕອນເຊົ້າ ຫຼືແລງກໍໄດ້), ສ່ວນການເກັບຮັກສານໍ້າສະກັດຊີວະພາບທີ່ເປັນແລ້ວຕ້ອງໃສ່ຕຸກ ຫຼື ຖັງ ໂດຍປິດຝາໃຫ້ແຈບເກັບຮັກສາໄວ້ບ່ອນຮົ່ມສາມາດນໍ້າໃຊ້ໄດ້ 1 ປີ, ການຕໍ່ເຊື້ອແມ່ນນໍາໃຊ້ນໍ້າສະກັດຊີວະພາບ 1 ລິດ ແລະຜະລິດຕໍ່ໄປໄດ້ບໍ່ເກີນ 3 ເທື່ອ.